ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍສິບຄົນບາດເຈັບ ໃນເຫດລະເບີດ ຢູ່ຈີນ


ແຜນທີ່ຈີນ
ແຜນທີ່ຈີນ

ມີຫຼາຍສິບຄົນໄດ້ຮັບບາດເຈັບເວລາລະເມີດນໍ້າມັນລູກນຶ່ງໄດ້ແຕກຂຶ້ນຢູ່ຂ້າງໃນທະນາຄານ
ໃນພາກຕາເວັນຕົກສຽງເໜືອຂອງຈີນ.

ລາຍງານຂັ້ນຕົ້ນຂອງບັນດາສື່ມວນຊົນທາງການຈີນແຈ້ງວ່າການໂຈມຕີຢູ່ໃນເຂດ Tianzhu
ທີ່ມີຊາວທິເບດອາໄສຢູ່ເປັນຄົນກຸ່ມໃຫຍ່ນັ້ນ ເຮັດໃຫ້ມີຜູ້ບາດເຈັບລົ້ມຕາຍຫຼາຍໆຄົນ ແຕ່ຕໍ່ ມາລາຍງານຂ່າວເຫຼົ່າບໍ່ໄດ້ກ່າວເຖິງພວກເສຍຊີວິດ.

ບັນດາອົງການຂ່າວຕ່າງປະເທດແຈ້ງວ່າ ຕົນໄດ້ຮັບຂ່າວຈາກພວກເຈົ້າໜ້າທີ່ລັດຖະບານວ່າ
ມີຢ່າງນ້ອຍ 39 ຄົນໄດ້ຮັບບາດເຈັບຈາກເຫດລະເບີດໃນຄັ້ງນີ້.

ພວກທີ່ໄດ້ຮັບບາດເຈັບບາງຄົນໄດ້ໂຕນລົງມາຈາກປະຕູປ່ອງຢ້ຽມຂອງຊັ້ນທີ 4 ບ່ອນທີ່ປະ
ຊຸມໄດ້ມີຂຶ້ນນັ້ນ.

ອະດີດພະນັກງານທະນາຄານທີ່ບໍ່ພໍໃຈຄົນນຶ່ງທີ່ໄດ້ຖືກໄລ່ອອກຈາກວຽກຫຼັງຈາກຖືກກ່າວ
ຫາວ່າຍັກຍອກສໍ້ໂກງເອົາເງິນ ໄດ້ຖືກລະບຸວ່າ ເປັນຜູ້ຕ້ອງສົງໄສໃນການໂຈມຕີຄັ້ງນີ້.

XS
SM
MD
LG