ສື່ມວນຊົນລັດຂອງຈີນເວົ້າວ່າ ພັນລະຍາຂອງນັກການເມືອງ Bo Xilai ໄດ້ຍອມຮັບສາ
ລະພາບ ຕໍ່ຄະດີຄາດຕະກໍານັກທຸລະກິດຊາວອັງກິດ ນາຍ Neil Heywood ແລະປະ ຕິຍານວ່າ ຈະຮັບໃຊ້ໂທດຕາມກົດໝາຍ.
ອົງການຂ່າວຊິນຫົວໄດ້ລາຍງານຂ່າວຄໍາຖະແຫຼງຂອງນາງ Gu Kailai ເມື່ອວັນສຸກຜ່ານ
ມານີ້ ໂດຍອ້າງຄໍາເວົ້າຂອງນາງທີ່ເວົ້າວ່າ ຄະດີນີ້ປຽບສະເໝືອນຫິນກ້ອນໃຫຍ່ ທີ່ຄາໃຈ
ຕົນມາໄດ້ຫຼາຍກວ່າເຄິ່ງປີ. ນາງ ກູ ກ່າວວ່າ ນາງໄດ້ກະທໍາໄປຍ້ອນຄວາມເສື່ອມໂຊມທາງຈິດໃຈ ແຕ່ນາງກໍ ຍອມຮັບເອົາຄວາມຮັບຜິດຊອບນີ້.
ຊິນຫົວໄດ້ລາຍງານເມື່ອວັນສຸກຜ່ານມານີ້ວ່າ ຄໍາຖະແຫຼງຂອງນາງ ກູ ນັ້ນ ໄດ້ມີຂື້ນໃນ
ລະຫວ່າງການດໍາເນີນຄະດີນາງ ເປັນເວລາເຈັດຊົ່ວໂມງ ທີ່ ເມືອງ Hefei ທາງພາກຕາ
ເວັນອອກຂອງຈີນ ມື້ນຶ່ງກ່ອນໜ້ານັ້ນ ຄືໃນວັນພະຫັດ.
ພ້ອມດຽວກັນ ເມື່ອວັນສຸກຜ່ານມານີ້ ສື່ຂອງລັດເວົ້າວ່າ ເຈົ້າໜ້າທີ່ຕໍາ ຫຼວດຈີນອີກສີ່ຄົນ
ກໍຍອມຮັບຜິດຕໍ່ສານເມືອງ Hefei ເຊັ່ນດຽວກັນ ແລະສາລະພາບວ່າ ໄດ້ພະຍາຍາມຊ່ວຍ
ນາງກູປົກປິດເລຶ່ອງທີ່ສົງໄສກັນວ່າ ເປັນການວາງຢາເບື່ອນາຍ Heywood ຈົນເຖິງແກ່ຊີວິດ
ເມື່ອເດືອນພະຈິກປີຜ່ານມານັ້ນ. ກ່ອນມີການກ່າວຫາຕໍ່ນາງ ກູ ຂື້ນມາໃນປີນີ້ ການເສຍ
ຊີວິດຂອງນາຍ Heywood ແມ່ນຖືກລາຍງານວ່າ ອາດເປັນຍ້ອນດື່ມເຫຼົ້າເກີນກໍານົດ.
ຕໍາຫຼວດສີ່ນາຍດັ່ງກ່າວ ໄດ້ຮັບໃຊ້ຢູ່ໃນຖິ່ນທີ່ທ່ານ ໂບ ຊິ ລາຍ ມີອໍາ ນາດທາງການເມືອງ
ຄືເມືອງຈົງຈິງ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ. ບັນດາໄອຍະການ ເວົ້າວ່າຕໍາຫຼວດ ທັງສີ່ຄົນ ໄດ້ປອມແປງບົດສໍາພາດ ແລະ ເຊຶ່ອງຫຼັກຖານ.
ການຕັດສິນຄະດີທັງສອງນີ້ ຍັງຢູ່ໃນລະຫວ່າງການພິຈາລະນາຂອງສານ. ການພິຈາລະນາ ຄະດີທັງສອງແມ່ນຖືກປິດ ຕໍ່ສື່ມວນຊົນອິດສະຫຼະ ແລະຖືກຄຸ້ມກັນຢ່າງໜາແໜ້ນ.
ເບິ່ງວີດິໂອກ່ຽວກັບການຂຶນສານຂອງນາງ