ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂບ ຊີຫຼາຍ ລັກຟັງ ການໂອ້ລົມ ທາງໂທລະສັບ ຂອງພວກຜູ້ນໍາຈີນ (ເບິ່ງວີດີໂອ)


ທ່ານ Bo Xilai, ອະດີດຫົວໜ້າພັກຄອມມີວນິດທີ່ເມືອງ Chongqing, ຈີນ.
ວັນທີ 26 ເມສາ 2012.
ທ່ານ Bo Xilai, ອະດີດຫົວໜ້າພັກຄອມມີວນິດທີ່ເມືອງ Chongqing, ຈີນ. ວັນທີ 26 ເມສາ 2012.

ລາຍ​ງານ​ຂ່າວ​ສະບັບ​ນຶ່ງ​ໃນ​ວັນພະຫັດມື້​ນີ້​ກ່າວ​ວ່າ ບັນດາ​ຜູ້​ຊ່ອຍ​ວຽກຂອງ​ທ່ານ Bo Xilai ນັກ​ການ​ເມືອງຈີນ​ທີ່​ໄດ້​ຖືກ​ປົດ​ອອກ​ຈາກ​ຕໍາ​ແໜ່​ງຢ່າງ​ອັບອາຍ​ຂາຍໜ້າ​ໄປ​ນັ້ນ ​ໄດ້ຖືກ​ພົບ​ເຫັນໃນ​ປີຜ່ານມາ​ວ່າ ​ໄດ້​ລັກ​ຟັງ​ສາຍ​ທີ່​ໂທລະ​ສັບ​ໄປ​ຫາ​ຄະນະ​ນໍາພາ​ລະດັບ​ສູງ​ສຸດ​ແຫ່ງ​ຊາດ ຮວມທັງ​ປະທານ​ປະ​ເທດ ຫູ​ຈິນ​ເຖົານໍາ.

ໜັງສືພິມ New York Times ກ່າວ​ວ່າ ​ເຄື່ອງ​ດັກ​ຟັງ​ທີ່​ທັນ​ສະ​ໄໝ ໄດ້​ຖືກ​ໃຊ້​ສໍາລັບ​ການ​ລັກ​ຟັງ​ໂທລະສັບ​ລະຫວ່າງ​ທ່ານ​ຫູ​ຈິນ​ເຖົາ ​ແລະ ເຈົ້າ​ໜ້າ​ທີ່ປາບ​ການ​ສໍ້​ລາດ​ບັງ​ຫຼວງ​ຂັ້ນ​ອາວຸ​ໂສ​ທ່ານ​ນຶ່ງ​ ຊຶ່ງ​ກໍາລັງ​ທໍາການ​ຢ້ຽມຢາມ​ເມືອງ Chongqing ຊຶ່ງ​ເປັນ​ເມືອງ​ຂະໜາດ​ໃຫຍ່​ ໃນພາກ​ຕາ​ເວັນ​ຕັກ​ຂອງ​ຈີນ ຊຶ່ງ​ເວລາ​ນັ້ນ​ແມ່ນ​ຢູ່​ພາຍ​ໃຕ້​ການ​ປົກຄອງ ຂອງ​ທ່ານ Bo Xilai.

ທ່ານ Bo ຖືກ​ໄລ່​ອອກ​ຈາກ​ຫົວໜ້າ​ພັກ​ຄອມ​ມີ​ວນິດ​ປະ​ຈໍາ​ເມືອງ​ດັ່ງກ່າວ​ແລະ​ຕໍ່​ມາ​ໄດ້​ຖືກ​ປົດ​ອອກ​ຈາກ​ຕໍາ​ແໜ່​ງ​ໃນ​ພັກ​ທັງ​ໝົດ​ຍ້ອນຂ່າວ​ນອງນັນທີ່​ສ້າງ​ຄວາມສົນ​ໃຈ​ໃຫ້​ແກ່​ປະຊາຊົນ​ຊາວ​ຈີນ. ການ​ຕົກ​ຈາກ ຕໍາ​ແໜ່​ງຂອງ​ທ່ານ​ສ່ວນ​ໃຫຍ່​ແມ່ນ​ສືບ​ເນື່ອງ​ມາ​ຈາກ​ຂໍ້​ກ່າວ​ຫາ​ຕ່າງໆ ທີ່​ວ່າ ພັນ​ລະ​ຍາ​ຂອງ​ທ່ານ Bo ​ໄດ້​ຖືກ​ຊັດ​ທອດ​ໃສ່​ວ່າ​ເປັນ​ຜູ້​ສັງຫານ ນັກທຸລະກິດ​ອັງກິດ​ຄົນ​ນຶ່ງ ​ແຕ່​ໜັງສືພິມ New York Times ອ້າງຄໍາ​ເວົ້າ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ວ່າ ການ​ລັກ​ຟັງ​ໂທລະສັບ​ນີ້​ກໍ​ເປັນ​ປັດ​ໄຈນຶ່ງ​ເຊ່ນ​ກັນ.

ເບິ່ງວີດີໂອ ທ່ານໂບ ຊີຫຼາຍ ຍັງສືບຕໍ່ ໄດ້ຮັບຄວາມນິຍົມຈາກປະຊາຊົນ
ໃນຫົວເມືອງ ທີ່ຄັ້ງນຶ່ງທ່ານເຄີຍປົກຄອງ:

XS
SM
MD
LG