ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ໂບ ໃຫ້ການຕ້ານ ຄໍາໃຫ້ການ ຂອງອະດີດ ຫົວໜ້າຕໍາຫຼວດ ຂອງຕົນ (ວີດິໂອ)


ທ່ານ Bo Xilai ອະດີດສະມາຊິກພັກການເມືອງສູນກາງພັກ ຂະນະ ຖືກດໍາເນີນຄະດີສໍ້ລາດບັງຫຼວງ
ທ່ານ Bo Xilai ອະດີດສະມາຊິກພັກການເມືອງສູນກາງພັກ ຂະນະ ຖືກດໍາເນີນຄະດີສໍ້ລາດບັງຫຼວງ
ເຈົ້າໜ້າ​ທີ່​ສານ​ຈີນ ​ເວົ້າ​ວ່າ ການ​ດໍາ​ເນີນ​ຄະດີ​ສໍ້​ລາດ​ບັງຫຼວງ ຂອງ​ອະດີດສະມາຊິກກົມ​ ການ​ເມືອງ​ສູນ​ກາງ​ພັກ ທ່ານ Bo Xilai ​ໃນ​ມື້​ນີ້ ໄດ້​ອັດລົງ​ ຫຼັງຈາກ​ທີ່ເຈົ້າໜ້າ​ທີ່ຜູ້​ຕົກ​ຈາກ​ອໍານາດ ​ໄດ້ພະຍາຍາມ​ຈະ​ເຮັດໃຫ້​ຄໍາໃຫ້ການຂອງ​ອະດີດ​ຫົວໜ້າ​ຕໍາຫຼວດຂອງ​ທ່ານ​ ບໍ່​ເປັນ​ທີ່​ໜ້າເຊື່ອຖື.

ທ່ານ ​ໂບ ບອກ​ສານໃນວັນ​ອາທິດມື້​ນີ້​ວ່າ ທ່ານ ຫວັງ ລີ​ຈຸນ ອະດີດ​ຫົວ ໜ້າ​ຕໍາຫຼວດ ເວົ້າ​ຕົວະ ​ເວລາ​ທ່ານ​ໃຫ້ການໃນ​ວັນ​ເສົາ​ວານ​ນີ້​ວ່າ ທ່ານ ​ໂບ ພະຍາຍາມ​ປິດບັງ​ການ​ພົວພັນ​ຂອງ​ພັນ​ລະ​ຍາ​ຂອງ​ທ່ານ ​ໃນ​ເຫດການ ຄາດ​ຕະກໍາ​ນັກທຸລະກິດ​ອັງກິດ​ຄົນ​ນຶ່ງ​ ເມື່ອປີ 2011 ນັ້ນ.

​ໃນລະຫວ່າງ​ການ​ດໍາ​ເນີນ​ຄະດີ​ໃນ​ສານ ​ເມື່ອ​ວັນ​ສຸກ​ຜ່ານ​ມາ​ນັ້ນ ທ່ານ ​ໂບ ​ກໍໄດ້​ປະຕິ​ເສດ ​ຄໍາ​ໃຫ້ການ​ຈາກ​ພັນ​ລະ​ຍາ​ຂອງ​ທ່ານ​ ທີ່ຊັດ​ທອດ​ທ່ານໃນ ການ​ກະທໍາ​ຜິດກົດໝາຍ​ຫລາຍ​ຢ່າງນັ້ນ ​ໂດຍ​ເອີ້ນ​ຜູ້ກ່ຽວວ່າເປັນ​ບ້າ ແລະ ​ວ່າ ຄໍາ​ໃຫ້ການ​ຂອງ​ນາງ​ເປັນຕາ​ຢາກຫົວ
ຫຼາຍກວ່າ.

ການ​ດໍາ​ເນີນ​ຄະ​ດີ​ທີ່​ເມືອງ Jinan ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ ແມ່ນ​ບໍ່​ເປີດ​ໃຫ້​ພວກ​ນັກ​ຂ່າວ​ຕາ​ເວັນຕົກ​ເຂົ້າ​ໄປ​ເອົາ​ຂ່າວ​ໄດ້. ຄໍາ​ໃຫ້ການຂອງ​ທ່ານ ​ໂບ ​ໄດ້​ມາ​ຈາກ​ລາຍ​ງານ​ສື່​ຂອງ​ລັດ ​ແລະ​ບັນທຶກ​ການ​ດໍາ​ເນີນ​ຄະດີ​ອັນ​ຍືດຍາວ ​ໄດ້​ລົງ​ໃນ​ສື່ສັງຄົມ​ຂອງ​ຈີນ.

ທ່ານ ​ໂບ ​ໄດ້​ຖືກ​ປົດ​ອອກ​ຈາກ​ຕໍາ​ແໜ່​ງ ​ເລຂາ​ພັກ​ຂອງ​ເມືອງ ຈົງ​ຈິງ ​ແລະ​ຖືກ​ຂັບ​ໄລ່​ອອກ​ຈາກ​ ກົມ​ການ​ເມືອງ​ສູນ​ກາງ​ພັກ ​ເມື່ອ​ປີຜ່ານມາ ຫຼັງຈາກອະດີດ​ຫົວໜ້າ​ຕໍາ ຫຼວດ ຂອງ​ເມືອງ​ດັ່ງກ່າວ ​ໄດ້ຫຼົບໜີ​ໄປ​ຢູ່​ສະຖານ​ກົງສຸນ​ສະຫະລັດ ພ້ອມ​ດ້ວຍ​ຫຼັກຖານ​ກ່ຽວ​ກັບ​ການ​ພົວພັນ​ຂອງ​ຄອບຄົວ​ໂບ ໃນ​ເຫດການ​ຄາດ​ຕະກໍານັກທຸລະກິດ​ຊາວອັງ​ກິດນັ້ນ.

ການ​ດໍາ​ເນີນ​ຄະດີ​ຂອງ​ວັນ​ອາທິດ​ມື້​ນີ້ໄດ້​ຍຸຕິ​ລົງ​ກ່ອນ​ທ່ຽງ​ວັນ ​ແລະ​ຈະ​ເລີ່ມ ຂຶ້ນ​ໃໝ່​ໃນ​ວັນ​ຈັນ​ມື້​ອື່ນ​ນີ້.

ເບິ່ງວີດີໂອ:

ຂ່າວການດໍາເນີນຄະດີທ່ານ Bo Xilai
please wait

No media source currently available

0:00 0:00:46 0:00
XS
SM
MD
LG