ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ເປີດເຜີຍ ວີດີໂອ ຄຳໃຫ້ການ ພັນລະຍາ ທ່ານ Bo (ສະໄລດ໌/ວີດີໂອ)


ພວກນັກຂ່າວ ພວມພາກັນເບິ່ງ ວີດີໂອຄຳໃຫ້ການ ທີ່ໄດ້ອັດໄວ້ ຂອງນາງ Gu Kailai ພັນລະຍາຂອງທ່ານ Bo Xilai ທີ່ແຂວງ Shandong (23 ສິງຫາ 2013)
ພວກນັກຂ່າວ ພວມພາກັນເບິ່ງ ວີດີໂອຄຳໃຫ້ການ ທີ່ໄດ້ອັດໄວ້ ຂອງນາງ Gu Kailai ພັນລະຍາຂອງທ່ານ Bo Xilai ທີ່ແຂວງ Shandong (23 ສິງຫາ 2013)
ສານແຫ່ງນຶ່ງຂອງຈີນ ທີ່ພວມດຳເນີນຄະດີອະດີດນັກການເມືອງ
ຂອງພັກຄອມມູນິສ ທ່ານ Bo Xilai ໄດ້ເປີດເຜີຍ ວີດີໂອ ຄຳໃຫ້
ການຂອງພັນລະຍາທ່ານໃນຄວາມພະຍາຍາມເພື່ອຈະໃຫ້ການ
ສະໜັບສະໜຸ ນຕໍ່ການກ່າວອ້າງທີ່ວ່າ ທ່ານຮັບເງິນສິນບົນທັງໆ
ທີ່ຮູ້ດີຢູ່ແລ້ວ.

ໃນວີດີໂອ ທີ່ຍາວ 11 ນາທີນັ້ນ ນາງ Gu Kailai ເວົ້າວ່າ ສາມີ
ຂອງນາງຮູ້ດີວ່າ ນັກທຸລະກິດທີ່ຮັ່ງມີ ໄດ້ມອບຂອງຂວັນ ໃຫ້ແກ່
ທາງຄອບຄົວຮວມທັງປີ້ເຮືອບິນ ອາຫານທະເລລາຄາແພງແລະ
ເງິນສົດຈຳນວນນຶ່ງ.

ນອກນັ້ນແລ້ວ ທ່ານ Bo ທີ່ຍັງຖືກຟ້ອງໃນຂໍ້ຫາສໍ້ໂກງເງິນແລະໃຊ້ອຳນາດໄປໃນທາງຜິດ ໄດ້ປະຕິເສດຢ່າງແຂງຂັນ ຕໍ່ການກ່າວຫາໃນເລື່ອງເງິນສິນບົນ.



ໃນວັນພະຫັດວານນີ້ ຊຶ່ງເປັນມື້ທຳອິດ ໃນການດຳເນີນຄະດີ ທ່ານບໍ່ໄດ້ໃຫ້ຄວາມສຳຄັນ
ໃດໆຕໍ່ຄຳໃຫ້ການຂອງພັນລະຍາທ່ານ ໂດຍເວົ້າວ່າ ມັນເປັນເລື່ອງທີ່ໜ້າຢາກຫົວ.

ອົງການຂ່າວຊິນຫົວຂອງທາງການຈີນລາຍງານວ່າ ໃນວັນສຸກມື້ນີ້ທ່ານ Bo ໄດ້ປະຕິເສດ ຕໍ່ຄຳໃຫ້ການ ຂອງພັນລະຍາທ່ານໂດຍຕັ້ງຂໍ້ສົງໄສກ່ຽວກັບສະພາບຈິດໃຈຂອງນາງ. ຊິນ
ຫົວ ເວົ້າວ່າ ທ່ານກ່າວອ້າງວ່າ ນາງມີສະຕິບໍ່ຄ່ອຍດີ ແລະເວົ້າຕົວະສະເໝີ.

ນີ້ແມ່ນເທື່ອທຳອິດທີ່ໄດ້ເຫັນນາງ Gu Kailai ນັບຕັ້ງແຕ່ນາງໄດ້ຖືກພົບເຫັນວ່າມີຄວາມ ຜິດໃນປີກາຍນີ້ ທີ່ໄດ້ສັງຫານນັກທຸລະກິດອັງກິດກ່ຽວກັບບັນຫາຂັດແຍ້ງດ້ານການເງິນທີ່ ຕົກລົງກັນບໍ່ໄດ້ ໃນຂ່າວນອງນັນຊຶ່ງໃນທີ່ສຸດ ພາໃຫ້ທ່ານ Bo ຕົກຈາກອຳນາດຢ່າງວ່ອງ
ໄວນັ້ນ.

Fred Wang ນັກຂ່າວວີໂອເອພະແນກພາສາຈີນກາງ ຊຶ່ງໄດ້ເບິ່ງການດຳເນີນຄະດີຈາກ ສູນກາງສື່ມວນຊົນແຫ່ງນຶ່ງ ໃກ້ໆສານທີ່ເມືອງ Jihan ໃນພາກຕາເວັນອອກຂອງຈີນກ່າວ ວ່າ ຄະນະໄອຍະການ ພວມພະຍາຍາມ ທີ່ຈະໃຊ້ຄຳໃຫ້ການ ຂອງນາງ Gu Kailai ເພື່ອ
ເຮັດໃຫ້ຄຳໃຫ້ການຂອງທ່ານ Bo ອ່ອນລົງ ທີ່ວ່າ ທ່ານບໍ່ຮູ້ເລື່ອງຫຍັງກ່ຽວກັບການຕົກລົງ ຂອງນາງນັ້ນໂດຍເວົ້າວ່າ “ພຽງແຕ່ຄວາມຈິງເຫຼົ່ານີ້ ທ່ານສາມາດສະຫຼຸບໄດ້ບໍວ່າທ່ານ Bo Xilai ໄດ້ຮັບເງິນສິນບົນ? ຂ້ອງເອງກໍບໍ່ຮູ້ ມັນເປັນແບບທີ່ວ່າ ແມ່ນຫລືບໍ່. ແຕ່ຄຳໃຫ້ການ ຂອງພັນລະຍາທ່ານ Bo Xilai ຈະສ້າງຄວາມເສຍຫາຍ ໃຫ້ແກ່ຊື່ສຽງຂອງສາມີນາງ.”

Sacked Chinese Politician Denies Charges
please wait

No media source currently available

0:00 0:01:35 0:00
ລິງໂດຍກົງ
XS
SM
MD
LG