ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນ ກີດກັນມະຕິຂອງ UN ເພື່ອລະງັບ ສານກົ່ວໃນສີ


ນັບສິລະປະຮູບແຕ້ມ ສ້າງພາບ ຈິດຕະກຳ ໃສ່ຝາ ໂດຍໃຊ້ສີທີ່ປອດສານກົ່ວ ທີ່ສະພາສິ່ງແວດລ້ອມ UN ໃນນະຄອນຫຼວງ ໄນໂຣບີ 27, ພຶດສະພາ 2016. (A. Yee/VOA)
ນັບສິລະປະຮູບແຕ້ມ ສ້າງພາບ ຈິດຕະກຳ ໃສ່ຝາ ໂດຍໃຊ້ສີທີ່ປອດສານກົ່ວ ທີ່ສະພາສິ່ງແວດລ້ອມ UN ໃນນະຄອນຫຼວງ ໄນໂຣບີ 27, ພຶດສະພາ 2016. (A. Yee/VOA)

ຈີນ ໄດ້ກີດກັ້ນມະຕິຂອງອົງການສະຫະປະຊາຊາດ ຫຼື UN ທີ່ຄາດການໄວ້ລ່ວງໜ້າເພື່ອ ລະງັບສານກົ່ວໃນສີ ໃນລະຫວ່າງການເຈລະຈາ ໄລຍະສຸດທ້າຍຂອງອົງການສະພາສິ່ງ ແວດລ້ອມ ອົງການ​ສະຫະ​ປະຊາ​ຊາດ ຫຼື UNEA ໃນນະຄອນຫຼວງ ໄນໂຣບີ.

ການຕໍ່ສູ້ເພື່ອສິ້ນສຸດສານກົ່ວໃນສີໃນບັນດາປະເທດທີ່ກຳລັງພັດທະນາ ແມ່ນສູງໃນວາ ລະຂອງກອງປະຊຸມ “ສະພາແຫ່ງສິ່ງແວດລ້ອມ” ໂລກເມື່ອສັບປະດາທີ່ຜ່ານມາ.

ຈີນ ແມ່ນພຽງປະເທດດຽວທີ່ໄດ້ປະຕິເສດພາກສ່ວນຂອງຂໍ້ສະເໜີໃນວັນສຸກທີ່ຜ່ານມາ ເພື່ອ “ສະໜັບສະໜູນ” ລັດຖະບານໃຫ້ຮອງຮັບເອົາກົົດໝາຍຕໍ່ຕ້ານສານກົ່ວໃນສີ. ດັ່ງ ນັ້ນ, ມະຕິອັນກວ້າງຂວາງຂອງ ອົງການ​ສະຫະ​ປະຊາ​ຊາດ ເພື່ອຈຳກັດສານເຄມີ ແລະ ຂີ້ເຫຍື້ອໃນທົ່ວໂລກ ແມ່ນບໍ່ໃຫ້ມີສິ່ງອ້າງອີງເຖິງສານກົ່ວໃນສີ.

ນັບສິລະປະຮູບແຕ້ມ ສ້າງພາບຈິດຕະກຳໃສ່ຝາໂດຍໃຊ້ສີທີ່ປອດສານກົ່ວ ທີ່ສະພາສິ່ງແວດລ້ອມ UN ໃນນະຄອນຫຼວງ ໄນໂຣບີ 27, ພຶດສະພາ 2016. (A. Yee/VOA)
ນັບສິລະປະຮູບແຕ້ມ ສ້າງພາບຈິດຕະກຳໃສ່ຝາໂດຍໃຊ້ສີທີ່ປອດສານກົ່ວ ທີ່ສະພາສິ່ງແວດລ້ອມ UN ໃນນະຄອນຫຼວງ ໄນໂຣບີ 27, ພຶດສະພາ 2016. (A. Yee/VOA)

ທ່ານ Joseph DiGangi ຜູ້ຊີ້ນຳທາງດ້ານວິທະຍາສາດ ແລະ ເທັກນິກ ສຳລັບອົງການ IPEN, ທີ່ເປັນອົງການຕໍ່ຕ້ານສານພິດໂລກທີ່ບໍ່ຫວັງຜົນກຳໄລ ໄດ້ລາຍງານຢູ່ໃນສະພາ ວ່າ “ເນື່ອງຈາກການກະທຳຂອງປະເທດໜຶ່ງ ທີ່ມີບັນດາສານກົ່ວໃນສີ ຜູ້ທີ່ໄດ້ຄັດຄ້ານ ຕໍ່ສະພາສິ່ງແວດລ້ອມອົງການ​ສະຫະ​ປະຊາ​ຊາດ ແມ່ນບໍ່ສາມາດທີ່ຈະແມ່ນແຕ່ ສະ ໜັບສະໜູນ ການປະຕິບັດການເພື່ອລົບລ້າງສານກົ່ວໃນສີ ເຊິ່ງເປັນຜະລິດຕະພັນໜຶ່ງ ທີ່ເປັນສາເຫດເຮັດໃຫ້ສະໝອງໄດ້ຮັບຄວາມເສຍຫາຍ ແລະ ມີມູນຄ່າເກືອບ 1 ໂກດ ໂດລ່າໃນແຕ່ລະປີ.”

ການສຳພັດກັບສານກົ່ວ ສາມາດນຳໄປສູ່ການເຮັດໃຫ້ສະໝອງຂອງເດັກນ້ອຍໄດ້ຮັບ ຄວາມເສຍຫາຍຢ່າງຖາວອນ ຖ້າເປືອກສີຫາກຖືກກິນ ຫຼື ຝຸ່ນສີໄດ້ຖືກດົມເຂົ້າໄປ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG