ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ໂຈມຕີ ສະຫະລັດ ທີ່ສົງ ເຮືອບິນ ບີ-52 ບິນຜ່ານ ໃກ້ໝູ່ເກາະ ທີ່ເປັນບັນຫາ


ເຮືອບິນຖິ້ມລະເບີດຍຸດທະສາດ ປີ - 52 ຂອງສະຫະລັດ
ເຮືອບິນຖິ້ມລະເບີດຍຸດທະສາດ ປີ - 52 ຂອງສະຫະລັດ

ຈີນ ໄດ້ໂຈມຕີ ສະຫະລັດ ໃນວັນອັງຄານທີ່ຜ່ານມາ ທີ່ໄດ້ສົ່ງເຮືອບິນຖິ້ມລະເບີດ
B-52 ສອງລຳ ບິນເຂົ້າໄປໃກ້ເກາະທີ່ເປັນບັນຫາຂັດແຍ້ງໃນທະເລຈີນໃຕ້, ເຊິ່ງ
ເປັນການເພີ່ມຄວາມເຄັ່ງຕຶງ ລະຫວ່າງ ສອງປະ ເທດຂຶ້ນຕື່ມ.

ໂຄສົກກະຊວງການຕ່າງປະເທດຈີນ ທ່ານນາງ ຮົວ ຈຸນຢິງ ໄດ້ກ່າວຫາ ສະຫະລັດ
ກ່ຽວກັບ “ການສ້າງບັນຫາ” ແລະ ໄດ້ເຕືອນວ່າ “ຈີນ ຈະບໍ່ຍອມໃຫ້ຖືກຂົ່ມຂູ່ໂດຍ
ເຮືອຮົບກອງທັບຂອງປະເທດໃດ.” ທ່ານນາງ ຮົວ ໄດ້ກ່າວວ່າ ຈີນ ຈະເຮັດທຸກຢ່າງ
ທີ່ມີຄວາມຈຳເປັນ ເພື່ອປົກປ້ອງອະທິປະໄຕຂອງຕົນ.

ເຮືອບິນຖິ້ມລະເບີດໄດ້ບິນເຂົ້າໃກ້ໝູ່ເກາະ ສກາໂບໂຣ, ເຊິ່ງ ຈີນ ໄດ້ຍຶດຈາກປະ
ເທດ ຟີລິບປິນ ເມື່ອ 6 ປີທີ່ຜ່ານມາ. ການບິນຜ່ານໄດ້ມີຂຶ້ນຫຼັງຈາກລັດຖະມົນຕີ
ປ້ອງກັນປະເທດ ສະຫະລັດ ທ່ານ ເຈມສ໌ ແມັດຕິສ ໄດ້ກ່າວຫາ ຈີນ ວ່າ “ການຂົ່ມ
ຂູ່ ແລະ ບີບບັງຄັບ” ໃນທະເລຈີນໃຕ້.

ແຜນທີ່ສະແດງໃຫ້ເຫັນໝູ່ເກາະ ສກາໂບໂຣ ທີ່ເປັນບັນຫາໃນທະເລຈີນໃຕ້.
ແຜນທີ່ສະແດງໃຫ້ເຫັນໝູ່ເກາະ ສກາໂບໂຣ ທີ່ເປັນບັນຫາໃນທະເລຈີນໃຕ້.

ປັກກິ່ງ ໄດ້ອ້າງເອົາກຳມະສິດສ່ວນໃຫຍ່ ໃນທະເລດັ່ງກ່າວ, ເຊິ່ງມີຄວາມອຸດົມສົມ
ບູນໄປດ້ວຍຊັບພະຍາກອນທຳມະຊາດ ແລະ ເປັນເສັ້ນທາງການເດີນເຮືອທີ່ໝາ
ແໜ້ນທີ່ສຸດໃນໂລກ. ປະເທດທີ່ຢູ່ໃກ້ຄຽງທັງຫຼາຍໄດ້ແກ່ ບຣູໄນ, ມາເລເຊຍ,
ຟີລິບປິນ, ໄຕ້ຫວັນ ແລະ ຫວຽດນາມ ຕ່າງກໍໄດ້ອ້າງເອົາກຳມະສິດກວມກັນ ໃນ
ທະເລດັ່ງກ່າວ.

ທ່ານ ແມັດຕິສ ໄດ້ກ່າວທີ່ກອງປະຊຸມໃຫຍ່ ວ່າດ້ວຍຄວາມປອດໄພໃນປະເທດ
ສິງກະໂປ ເມື່ອສັບປະດາທີຜ່ານມາວ່າ ຈີນ ໄດ້ສົ່ງລູກສອນໄຟຕໍ່ຕ້ານກຳປັ່ນ ລູກ
ສອນໄຟທີ່ຍິງຂຶ້ນຈາກໜ້າດິນຫາອາກາດ ໄປໝູ່ເກາະທີ່ມີຄວາມຂັດແຍ້ງນັ້ນ.
ທ່ານ ແມັດຕິສ ໄດ້ໃຫ້ຄຳສັນຍາວ່າ ພາກພື້ນດັ່ງກ່າວ ຈະຍັງຄົງເປັນ “ຂົງເຂດບູລິ
ມະສິດ” ສຳລັບກອງກຳລັງທະຫານ ສະຫະລັດ, ທ່ານໄດ້ເວົ້າເພີ່ມເຕີມວ່າ ສະຫະລັດ
ມີຄວາມຍິນທີ່ຈະພັດທະນາສາຍພົວທີ່ “ເນັ້ນເຖິງຜົນໄດ້ຮັບ” ກັບ ຈີນ.

ເຖິງແມ່ນຈະເຮັດໃຫ້ເກີດຄວາມເຄັ່ງຕຶງຢ່າງຮ້າຍແຮງຂຶ້ນກໍຕາມ, ແຕ່ທ່ານ ແມັດຕິສ
ກໍຄາດວ່າ ຈະເດີນທາງໄປຢ້ຽມຢາມປະເທດ ຈີນ, ຕາມການເຊື້ອເຊີນຂອງປະເທດ
ດັ່ງກ່າວ, ເຊິ່ງຍັງບໍ່ໄດ້ປະກາດໃຫ້ຊາບ ກ່ຽວກັບ ວັນເວລາເທື່ອ.

ກະຊວງປ້ອງກັນປະເທດຂອງ ຈີນ ໄດ້ກ່າວວ່າ ຕົນຫວັງວ່າຈະທຳການຕິດຕໍ່ກັບກອງ
ທັບ ສະຫະລັດ ຫຼາຍຂຶ້ນກວ່າເກົ່າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG