ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

2 ຄົນເສຍຊີວິດ ໃນເຫດລະເບີດ ທີ່ປະເທດຈີນ


ແຜນທີ່ຈີນ
ແຜນທີ່ຈີນ

ຕຳຫຼວດຈີນພວມທຳການສືບສວນກ່ຽວກັບການໂຈມຕີດ້ວຍລະເບີດຫຼາຍໆຄັ້ງທີ່ໄດ້ສັງຫານ
ຜູ້ທີ່ສົງໄສວ່າເປັນຄົນວາງລະເບີດແລະເຮັດໃຫ້ຄົນອື່ນເສຍຊີວິດອີກຢ່າງນ້ອຍ 1 ຄົນ ຢູ່ທີ່ຕຶກ ໂຮງການລັດຖະບານໃນເຂດພາກຕາເວັນອອກສຽງໃຕ້ຂອງຈີນ.

ອົງການຂ່າວຊິນຫົວຂອງທາງການຈີນລາຍງານວ່າ ຕຳຫຼວດເຊື່ອວ່າ ຜູ້ຊາຍໄວ 52 ປີທີ່ບໍ່ມີ
ວຽກເຮັດງານທຳຄົນນຶ່ງ ເປັນຜູ້ຮັບຜິດຊອບ ໃນການໂຈມຕີດ້ວຍລະເບີດທັງ 3 ຊຶ່ງເກີດຂຶ້ນ
ຫ່າງກັນປະມານ 10 ຫາ 15 ນາທີ ໃນຕອນເຊົ້າ ຂອງວັນພະຫັດມື້ນີ້. ຕຳຫຼວດເວົ້າວ່າ 2
ຄັ້ງຂອງເຫດລະເບີດທີ່ວ່ານີ້ ເປັນການໂຈມຕີດ້ວຍລະເບີດລົດແລະລະເບີດລູກທີ 3 ໄດ້ແຕກ ຂຶ້ນຢູ່ພາຍໃນຕຶກໂຮງການລັດຖະບານໃນແຂວງ Jiangxi.

ກ່ອນໜ້ານີ້ອົງການຂ່າວຊິນຫົວແຈ້ງວ່າ ມີ 6 ຄົນໄດ້ຮັບບາດເຈັບໃນການໂຈມຕີດ້ວຍລະ
ເບີດເຫຼົ່ານີ້ທີ່ໄດ້ເຮັດໃຫ້ປະຕູປ່ອງຢ້ຽມແຕກ ແລະສ້າງຄວາມເສຍຫາຍໃຫ້ແກ່ລົດຢ່າງນ້ອຍ
10 ຄັນ ທີ່ເມືອງ Fuzhou ຊຶ່ງມີຊື່ດຽວກັນ ກັບ​ເມືອງຫຼວງຂອງແຂວງ Fujian ທີ່ຕັ້ງຢູ່ໃກ້
ຄຽງນັ້ນ.

ອົງການຂ່າວຊິນຫົວບໍ່ໄດ້ເວົ້າເຖິງຈຸດປະສົງຂອງຜູ້ໂຈມຕີ ແຕ່ກ່ອນໜ້ານີ້ຊີນຫົວໄດ້ອ້າງຄຳ
ເວົ້າຂອງພວກເຈົ້າໜ້າທີ່ໆກ່າວວ່າເປັນນໍ້າມືຂອງພໍ່ນາໃນເຂດທ້ອງຖິ່ນຄົນ​ນຶ່ງທີ່ບໍ່ພໍໃຈກ່ຽວ
ກັບການແກ້ໄຂບັນຫາຂັດແຍ້ງກັນກັບລັດຖະບານ.

ອົງການຂ່າວຊິນຫົວ ຍັງແຈ້ງໃຫ້ຊາບຕື່ມວ່າ ການໂຈມຕີເລີ່ມດ້ວຍການແຕກຂຶ້ນຂອງລະ
ເບີດລົດທີ່ເຮັດໃຫ້ປະຕູປ່ອງຢ້ຽມຂອງຫ້ອງການໄອຍະການແຕກແລະບໍ່ເທົ່າໃດນາທີຕໍ່ມາ
ລະເບີດລູກທີ 2 ກໍໄດ້ແຕກຂຶ້ນຢູ່ທີ່ຊັ້ນທຳອິດຂອງໂຮງການເມືອງ. ເຈົ້າໜ້າທີ່ທ້ອງຖິ່ນເວົ້າ
ວ່າ ລະເບີດລູກສຸດທ້າຍເປັນລະເບີດລົດ ຊຶ່ງໄດ້ແຕກຂຶ້ນຢູ່ນອກໂຮງການປາບປາມຢາເສບ
ຕິດຂອງເມືອງດັ່ງກ່າວ.

XS
SM
MD
LG