ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ເຫດລະເບີດທີ່ຮ້ານອິນເຕີແນທຈີນ ແມ່ນເປັນຍ້ອນ ວັດຖຸເຄມີ ທີ່ເກັບມ້ຽນໄວ້ບໍ່ດີ


ຄວາມເສຍຫາຍ ຈາກເຫດລະເບີດໃນຮ້ານບໍລິການອິນເຕີແນັທ ທີ່ແຂວງ Guizhou ຂອງຈີນ ເມື່ອວັນທີ 4 ທັນວາ 2010.
ຄວາມເສຍຫາຍ ຈາກເຫດລະເບີດໃນຮ້ານບໍລິການອິນເຕີແນັທ ທີ່ແຂວງ Guizhou ຂອງຈີນ ເມື່ອວັນທີ 4 ທັນວາ 2010.

ບັນດາ​ເຈົ້າ​ໜ້າ​ທີ່​ຈີນ​ກ່າວ​ວ່າ ​ເຫດລະ​ເບີດທີີ່ຮ້າຍ​ແຮງເຖິງ​ຕາຍ​ໃນ​ຮ້ານບໍລິການ​ Internet ຫລື Internet Café ແຫ່ງ​ນຶ່ງ ໃນ​ພາກ​ຕ​າ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ​ນັ້ນ ປາກົດ​ວ່າເກີດ​ຈາກ​ການ​ເກັບ​ມ້ຽນວັດຖຸ​ເຄມີ​ທີ່​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ​ໃນ ຮ້ານ​ທີ່ຢູ່​ຕິດ​ກັນ​.

ເຫດລະ​ເບີດ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ທີ່​ຮ້ານ Internet Café ​ໃນ​ເມືອງ Kaili ​ ແຂວງ Guizhou ​ໄດ້​ເຮັດ​ໃຫ້​ປະຊາ​ຊົນ​ເສ​ຍຊີ​ວິດ​ໄປ 7 ຄົນ​ ໄດ້​ຮັບ​ບາດ​ເຈັບ 37 ຄົນ ​ແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ພວກ​ຕຶກ​ອາຄານ​ທີ່ຢູ່​ອ້ອມ​ຂ້າງ​ນໍາ.

ອົງການ​ຂ່າວ​ຊິນ​ຫົວ​ຂອງທາງ​ການ​ຈີນ ກ່າວ​ວ່າ ທາງ​ເຈົ້າ​ໜ້າ​ທີ່​ໄດ້​ກັກ​ໂຕ​ຄົນ​ນຶ່ງ​ໄວ້ ໃນ​ຂໍ້​ຫາ​ມີເຄື່ອງ​ເຄມີ​ທີ່​ອັນຕະລາຍຢູ່​ໃນ​ຄວາມ​ຄອບ​ຄອງ​ຢູ່​ໃນ​ຮ້ານ​ແຫ່ງ​ນຶ່ງ​ ທີ່ຢູ່ຕິດ​ກັນ​ກັບ​ຮ້ານ​ບໍລິການ​ອິນ​ເຕີ​ແນັທນັ້ນ. ​ເຄື່ອງ​ເຄມີ​ເຫລົ່າ​ນີ້ ​ແມ່ນ​ຮວມທັງ​ທາດ sodium nitrate ​ແລະທາດ aluminium chloride. ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ​ແມ່ນຫຍັງ​ພາ​ໃຫ້​ເຄື່ອງ​ເຄມີ​ເຫລົ່າ​ນັ້ນ ເກີດ​ລະ​ເບີດ​ຂຶ້ນ​.

XS
SM
MD
LG