ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກີດເຫດລະເບີດໃນຮ້ານ Internet cafe ແຫ່ງນຶ່ງ ໃນຈີນ

ໃນວັນອາທິດວນທີ 5 ທັນວາມື້ນີ້ ພວກນັກດັບເພີງກຳລັງສືບສວນບ່ອນເກີດເຫດລະເບີດທີ່ຮ້ານໃຫ້ບໍລິ ການອິນເຕີເນັດ ຢູ່ໃຈກາງເມືອງ Kaili ຂອງເທດສະບານປົກຄອງຕົນເອງ Miao-Dong ຢູ່ໃນພາກຕາ ເວັນຕົກສຽງໃຕ້ ຂອງແຂວງ Guizhou. (REUTERS/China Daily)

ໃນ​ວັນ​ອາທິດ​ມື້ນີ້ ອົງການ​ຂ່າວທາງ​ການ​ຂອງ​ຈີນ​ລາຍ​ງານວ່າ ຢ່າງໜ້ອຍມີ​ 6 ຄົນ​ເສຍ​ຊີວິດ ​ແລະ 34 ​ຄົນ​ໄດ້ຮັບບາດ​ເຈັບ ໃນ​ເຫດ​ລະ​ເບີດ​ທີ່ຮ້ານ​ໃຫ້ບໍລິການ ອິນ​ເຕີ​ເນັດ ຫລື Internet cafe ຢູ່​ໃນພາກ​ຕາ​ເວັນ​ຕົກສຽງ​ໃຕ້ ​ຂອງ​ແຂວງ Guizhou.

ອົງການຂ່າວ Xinhua ຊຶ່ງ​ເປັນອົງການ​ຂ່າວທາງ​ການ​ຂອງ​ຈີນ​ ກ່າວ​ອີກ​ວ່າ ເຫດລະ​ເບີດ​ທີ່ເຮັດໃຫ້ຮ້ານບໍລິການອິນ​ເຕີ​ເນັດດັ່ງກ່າວພັງລົງ ແມ່ນເກີດຂຶ້ນໃນ​ ຄືນ​ວັນ​ເສົາວານ​ນີ້ ຢູ່​ ໃຈກາງ​ເມືອງ Kaili ຂອງ​ເທດສະບານ​ປົກຄອງຕົນ​ເອງ Miao-Dong ​ໃນເຂດ Qiandongnan.

ອົງການ​ຂ່າວ Xinhua ​ໄດ້​ກ່າວອ້າງ​ຄໍາ​ເວົ້າຂອງ​ເຈົ້າໜ້າທີ່​ແຂວງ​ທີ່​ເວົ້າວ່າ ຜູ້​ໄດ້ຮັບ​ເຄາະ ຮ້າຍ​ໄດ້ຖືກ​ດຶງ​ອອກ​ຈາກກອງ​ຊາກ​ຫັກພັງ ​ແລະ ຜູ້ໄດ້ຮັບບາດ​ເຈັບ​ກໍໄດ້​ຖືກ​ນຳ​ໄປ​ໂຮງໝໍ​ໂດຍ​ດ່ວນ.

ຕຳຫລວດ​ກຳລັງ​ສືບສວນ​ເບິ່ງ​ສາ​ເຫ​ດຂອງເຫດການລະ​ເບີດ​ຄັ້ງຮ້າຍ​ແຮງນີ້ຢູ່.

XS
SM
MD
LG