ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສານຈີນຈໍາຄຸກ ພວກທີ່ຄຸມຂັງ ຜູ້ໄປຮ້ອງທຸກ ໄວ້ໃນຄຸກມືດ


ເສື້ອຜ້າຫ້ອຍຢູ່ປະຕູສີຂຽວ ຊຶ່ງເປັນທາງເຂົ້າເຮືອນກໍ່ ທີ່ມີຊັ້ນດຽວ ທີ່ເອີ້ນວ່າ "ຄຸກມືດ" ໃນກຸງປັກກິ່ງ ໃນວັນທີ 5 ກຸມພາ 2013.
ເສື້ອຜ້າຫ້ອຍຢູ່ປະຕູສີຂຽວ ຊຶ່ງເປັນທາງເຂົ້າເຮືອນກໍ່ ທີ່ມີຊັ້ນດຽວ ທີ່ເອີ້ນວ່າ "ຄຸກມືດ" ໃນກຸງປັກກິ່ງ ໃນວັນທີ 5 ກຸມພາ 2013.
ສານຈີນໄດ້ຕັດສິນໂທດທີ່ເປັນຜົນດີຕໍ່ກຸ່ມຊາວບ້ານພວກນຶ່ງ
ທີ່ຖືກກັກຂັງຢູ່ໃນບ່ອນທີ່ເອີ້ນກັນວ່າ “ຄຸກມືດ” ຂອງຈີນ ລຸນຫລັງ ທີ່ໄດ້ເດີນທາງໄປນະຄອນຫລວງປັກກິ່ງ ເພື່ອຍື່ນຄຳຮ້ອງທຸກ
ຕໍ່ລັດຖະບານກາງ.

ອົງການຂ່າວຊິນຫົວຂອງທາງການຈີນເວົ້າວ່າ 10 ຄົນ ໄດ້ຖືກ
ພົບເຫັນວ່າ ມີຄວາມຜິດ ໃນວັນອັງຄານມື້ນີ້ ໃນຂໍ້ຫາຄຸມຂັງ ຢ່າງຜິດກົດໝາຍພວກຮ້ອງທຸກ ທີ່ເດີນທາງໄປແຕ່ແຂວງ
Henan ໃນພາກກາງຂອງປະເທດ. ສານດັ່ງກ່າວ ເວົ້າວ່າ
ຈໍາເລີຍ “ໄດ້ຄຸມຂັງ” ພວກໄປຮ້ອງທຸກ “ຢ່າງບໍ່ຖືກຕ້ອງ” ເປັນ
ເວລາຫລາຍມື້ ຢູ່ທີ່ເດີ່ນບ້ານສອງແຫ່ງ ໃນນະຄອນຫລວງ
ປັກກິ່ງ ໃນເດືອນເມສາປີກາຍນີ້.

ສານດັ່ງກ່າວໄດ້ຕັດສິນລົງໂທດພວກຈໍາເລີຍ ໃຫ້ຖືກຄຸກເປັນເວລານັບແຕ່ 6 ເດືອນເຖິງ 2 ປີ ໂດຍເວົ້າວ່າ ພວກກ່ຽວ “ລະເມີດສິດທິສ່ວນບຸກຄົນ” ຂອງ ພວກໄປຮ້ອງທຸກ. ນອກ ນັ້ນ ສານຍັງອອກຄໍາສັ່ງໃຫ້ພວກກ່ຽວ ຈ່າຍຄ່າຊົດເຊີຍ ທີ່ບໍ່ໄດ້ບອກຈໍານວນ.

ກຸ່ມປົກປ້ອງສິດທິມະນຸດເວົ້າວ່າ ພວກເຈົ້າໜ້າທີ່ທ້ອງຖິ່ນຈີນ ມັກຈະຈ້າງນັກສືບໄປສະ ກັດກັ້ນພວກຮ້ອງທຸກ ບໍ່ໃຫ້ໄປເປີດໂປງຄວາມບໍ່ພໍໃຈຂອງພວກເຂົາເຈົ້າຢູ່ກຸງປັກກິ່ງ ໃນ ຄວາມພະຍາຍາມທີ່ຈະປົກປິດຄວາມຜິດຕ່າງໆທີ່ພວກເຂົາໄດ້ກະທຳ. ພວກໄປຮ້ອງທຸກ ມັກຈະຖືກບັງຄັບໃຫ້ກັບຄືນໄປບ້ານຂອງເຂົາເຈົ້າ ຫລືບໍ່ດັ່ງນັ້ນກໍຈະຖືກຄຸມຂັງ ໂດຍປາດ ສະຈາກການໄຕ່ສວນ ຢູ່ໃນສະຖານທີ່ຢູ່ນອກກົດໝາຍ ເຊິ່ງເອີ້ນກັນວ່າ “ຄຸກມືດ” ນັ້ນ.
XS
SM
MD
LG