ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ເຕືອນ​ ກ່ຽວກັບການກັບຄືນມາ ​ຂອງ​ເຊື້ອໄຂ້ຫວັດ​ນົກ​


ໂຮກໄຂ້ຫວັດນົກ H5N1
ໂຮກໄຂ້ຫວັດນົກ H5N1

ອົງການສະຫະປະຊາຊາດ​ໄດ້​ເຕືອນ​ເຖິງຄວາມເປັນ​ໄປໄດ້ໃນການຟື້ນໂຕຄືນ​ຂອງ​ເຊື້ອໄວຣັສ
ໄຂ້ຫວັດ​ນົກຮ້າຍແຮງ​ ຮວມທັງສາຍພັນທີ່ແຜ່ລະບາດຢູ່ໃນເຂດເອເຊຍແລະແຫ່ງອື່ນໆ​ນໍາ​ນັ້ນ.

ອົງການ​ອາ​ຫານ​ແລະ​ກະ​ເສດຂອງສະຫະປະຊາຊາດ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ເຊື້ອໄວຣັສ
ສາຍພັນ H5N1 ທີ່​ສາມາດຄຸກຄາມຜ່ານແນວປ້ອງກັນຂອງຢາວັກຊີນທີ່ມີຢູ່ໃນປັດຈຸບັນໄດ້ນັ້ນ
ໄດ້ກັບມາປາກົດໂຕອີກທີ່ຈີນແລະຫວຽດນາມ.

ອົງການ​ດັ່ງກ່າວ​ ຍັງເວົ້າວ່າ ໂຣກ​ໄຂ້ຫວັດ​ນົກໄດ້​ເອົາ​ຊີວິດ​ຄົນ​ໃນກໍາ​ປູເຈຍ ມາ​ແລ້ວ 7 ຄົນ
ໃນ​ປີ​ນີ້ ຊຶ່ງ​ຮວມທັງເດັກນ້ອຍ​ແມ່ຍິງອາຍຸ 6 ຂວບ ທີ່​ຫາ​ກໍ​ເສຍ​ຊີວິດ​ໃນ​ເດືອນ​ນີ້.

ໂຣກ​ໄຂ້ຫວັດ​ນົກ H5N1 ນີ້ ​ແມ່ນ​ໄດ້​ຖືກກວດພົບເປັນເທື່ອທຳອິດ ​ໃນ​ປີ 2003 ​ແລະ​ກໍາລະ
ບາດ​ມາ​ຈົນ​ມາເຖິງ​ປີ 2006 ​ນັ້ນໄດ້ແຜ່ລະບາດໄປເຖິງ 63 ປະ​ເທດ​ໃນ​ທົ່ວ​ໂລກ ກ່ອນ​ທີ່​
ຈະ​ກຳຈັດຢູ່ໃນປະ​ເທດສ່ວນໃຫຍ່ ​ຍ້ອນການທໍາລາຍ​ສັດ​ປີກເປັນ​ຈໍານວນ​ຫຼວງ​ຫຼາຍ​ນັ້ນ.

ແຕ່ວ່າ​ເຊື້ອໄວຣັສດັ່ງກ່າວຍັງ​ໄດ້​ແຜ່​ລາມຕິດ​ແປດ​ຜູ້​ຄົນ ຢູ່​ໃນ Bangladesh, ຈີນ, ອິຈິບ​,
ອິນ​ເດຍ, ອິນ​ໂດ​ເນ​ເຊຍ ​ແລະ​ຫວຽດນາມ. ທາງ​ອົງການ​ອາຫານ ແລະກະເສດສະຫະປະຊາ
ຊາດ​ຍັງ​ກ່າວ​ວ່າ ມີລາຍງານວ່າ ມີການແຜ່ລະບາດ ຂອງເຊື້ອໄຂ້ຫວັດນົກເກືອບ 800 ກໍລະນີ
ໃນລະຫວ່າງ ປີ 2010 ​ແລະ 2011.

XS
SM
MD
LG