ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

27 ຄົນແລ້ວ ເສຍຊີວິດ ຍ້ອນໄຂ້ຫວັດ ສັດປີກ ຢູ່ຈີນ


ແມ່ຍິງຄົນນຶ່ງ ໃສ່ໜ້າກາກກອງອາກາດ ຂະນະທີ່ນາງຍ່າງຜ່ານ ປ້າຍໂຄສະນາ ທີ່ສະແດງໃຫ້ວ່າ ຈະຫລີກລ່ຽງ ການຕິດເຊື້ອ ໄຂ້ຫວັດສັດປີກ ສາຍພັນໃໝ່ H7N9 ໄດ້ແນວໃດ ທີ່ທາງ ສາຍນຶ່ງ ໃນກຸງປັກກິ່ງ (24 ເມສາ 2013)
ແມ່ຍິງຄົນນຶ່ງ ໃສ່ໜ້າກາກກອງອາກາດ ຂະນະທີ່ນາງຍ່າງຜ່ານ ປ້າຍໂຄສະນາ ທີ່ສະແດງໃຫ້ວ່າ ຈະຫລີກລ່ຽງ ການຕິດເຊື້ອ ໄຂ້ຫວັດສັດປີກ ສາຍພັນໃໝ່ H7N9 ໄດ້ແນວໃດ ທີ່ທາງ ສາຍນຶ່ງ ໃນກຸງປັກກິ່ງ (24 ເມສາ 2013)
ໄຂ້ຫວັດສັດປີກສາຍພັນໃໝ່ ທີ່ພວມແຜ່ລະບາດຢູ່ຈີນ ໄດ້ເອົາຊີ
ວິດຜູ້ເຄາະຮ້າຍ ຄົນທີ 27 ແລ້ວ.

ສື່ມວນຊົນຂອງທາງການຈີນ ລາຍງານ ໃນວັນພະຫັດວານນີ້ວ່າ
ເຊື້ອໄວຣັສຮ້າຍແຮງ H7N9 ໄດ້ເອົາຊີວິດຜູ້ຊາຍອາຍຸ 55 ປີຄົນ
ນຶ່ງທີ່ແຂວງ Henan ໃນພາກກາງຂອງຈີນ. ເຈົ້າໜ້າທີ່ເວົ້າວ່າ ຜູ້
ກ່ຽວໄດ້ເສຍຊີວິດ ທັງໆທີ່ໄດ້ຮັບການປິ່ນປົວເປັນຢ່າງດີ.

ມາຮອດປັດຈຸບັນນີ້ ມີຫຼາຍກວ່າ 120 ຄົນ ໄດ້ຕິດເຊື້ອໄວຣັສໄຂ້
ຫວັດສັດປີກສາຍພັນໃໝ່ສ່ວນໃຫຍ່ແມ່ນຢູ່ໃນພາກຕາເວັນອອກ
ຂອງຈີນ. ຜູ້ຊາຍຄົນນຶ່ງທີ່ໄຕ້ຫວັນກໍກວດພົບວ່າ ຕິດເຊື້ອໄວຣັສດັ່ງກ່າວ ແຕ່ເຈົ້າໜ້າທີ່ເຊື່ອ
ວ່າ ຜູ້ກ່ຽວໄດ້ ຕິດເຊື້ອໄຂ້ຫວັດສັດປີກ ໃນລະຫວ່າງທີ່ເດີນທາງໄປຈີນ.

ອົງການອະນາໄມໂລກເອີ້ນເຊື້ອໄວຣັສສາຍພັນໃໝ່ H7N9 ວ່າ ເປັນນຶ່ງໃນບັນດາເຊື້ອໄວ ຣັສໄຂ້ຫວັດ ທີ່ຮ້າຍແຮງສຸດເທົ່າທີ່ເຄີຍພົບເຫັນມາ.

ບໍ່ຄືກັນກັບເຊື້ອໄວຣັສໄຂ້ຫວັດອື່ນໆ ທີ່ໄດ້ສ້າງບັນຫາໃຫ້ແກ່ລະບົບຫາຍໃຈສ່ວນເທິງເຊັ່ນ
ໄອແລະຕັນດັງແຕ່ເຊື້ອໄວຣັສສາຍພັນໃໝ່ຊໍ້າພັດໂຈມຕີລະບົບຫາຍໃຈສ່ວນລຸ່ມເຊັ່ນປອດ ທີ່ພາໃຫ້ເກີດອາການໄຂ້ສູງ ແລະປອດບວມເປັນຕົ້ນ.
XS
SM
MD
LG