ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄຂ້ຫວັດ ສັດປີກ ສາຍພັນໃໝ່ ມີຕົ້ນຕໍ ມາຈາກ ຕະຫຼາດ ຂາຍສັດປີກ


ລູກເປັດ ທີ່ຫາກໍເບາະໃໝ່ໆ ຢູ່ໃນຍາງ ທີ່ຕະຫຼາດຂາຍໄຂ່ແຫ່ງນຶ່ງ ໃນເມືອງ Wuzhen ແຂວງ Zhejiang ປະເທດຈີນ (18 ເມສາ 2013)
ລູກເປັດ ທີ່ຫາກໍເບາະໃໝ່ໆ ຢູ່ໃນຍາງ ທີ່ຕະຫຼາດຂາຍໄຂ່ແຫ່ງນຶ່ງ ໃນເມືອງ Wuzhen ແຂວງ Zhejiang ປະເທດຈີນ (18 ເມສາ 2013)
ພວກນັກຄົ້ນຄວ້າຈີນ ທີ່ພວມທຳການສືບສວນ ກ່ຽວກັບການແຜ່
ລະບາດ ຂອງເຊື້ອໄວຣັສໄຂ້ຫວັດສັດປີກຮ້າຍແຮງ H7N9 ກ່າວ
ວ່າ ພວກຄົນປ່ວຍໄດ້ຕິດເຊື້ອໄວຣັສດັ່ງກ່າວ ຈາກສັດປີກ.

ການຄົ້ນພົບຂອງພວກນັກວິທະຍາສາດທີ່ວ່ານີ້ແມ່ນໃຫ້ການຢືນ
ຢັນຕໍ່ການສົງໄສທີ່ວ່າ ເຊື້ອໄວຣັສໄຂ້ຫວັດສັດປີກ ໄດ້ແຜ່ລາມ
ແຕ່ສັດປີກໄປສູ່ມະນຸດ ທີ່ຕະຫຼາດຂາຍສັດປີກທີ່ຍັງເປັນບ່ອນທີ່
ມີການຂ້າໄກ່ແລະສັດປີກອື່ນໆແລ້ວກໍນຳໄປຂາຍຫຼາຍໆບ່ອນ.

ພວກນັກວິທະຍາສາດຈີນ ໄດ້ເກັບກຳ ເອົາຕົວຢ່າງເຊື້ອໄວຣັສ
ຈາກສັດປີກ 86 ໂຕ ທີ່ຕະຫຼາດຂາຍສັດປີກ 4 ແຫ່ງທີ່ພວກຄົນ
ງານແລະລູກຄ້າ ໄດ້ຕິດເຊື້ອໄວຣັສ H7N9. ຫລັງຈາກນັ້ນ ພວກເຂົາເຈົ້າກໍສົມທຽບໃສ່ກັບ ເຊື້ອພັນຫຼື gene ທີ່ປະກອບເປັນໄວຣັສ ຈາກສັດປີກທີ່ຕິດເຊື້ອໃສ່ກັບເຊື້ອທີ່ພົບເຫັນຢູ່ໃນ ພວກເຄາະຮ້າຍ.

ການສຶກສາຂອງພວກນັກວິທະຍາສາດທີ່ພິມເຜີຍແຜ່ໃນວັນພະຫັດວານນີ້ໂດຍວາລະສານ ການແພດ Lancet ນັ້ນສະຫຼຸບວ່າ ເສັ້ນທາງໃນການຕິດເຊື້ອແມ່ນແຕ່ສັດປີກໄປຫາມະນຸດ ອີງຕາມຄວາມຄ້າຍຄືລະຫວ່າງໂຕຢ່າງຂອງເຊື້ອໄວຣັສ ທີ່ພົບເຫັນຢູ່ສັດປີກແລະມະນຸດ.
XS
SM
MD
LG