ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີກ 4 ຄົນ ປ່ວຍຍ້ອນ ໄຂ້ຫວັດສັດປີກ ສາຍພັນໃໝ່ ທີ່ຈີນ (ວີດິໂອ)


ອີກ 4 ຄົນລົ້ມປ່ວຍ ຍ້ອນໄຂ້ຫວັດສັດປີກ ສາຍພັນໃໝ່

ເຈົ້າໜ້າທີ່ຈີນເວົ້າວ່າ ມີອີກ 4 ຄົນທີ່ລົ້ມປ່ວຍຍ້ອນໄຂ້ຫວັດ
ສັດປີກສາຍພັນໃໝ່ ຊຶ່ງໄດ້ເຮັດໃຫ້ຈໍານວນຄົນທີ່ຕິດເຊື້ອ ພະຍາດດັ່ງກ່າວຢູ່ໃນປະເທດຈີນ ເພີ້ມຂຶ້ນເປັນທັງໝົດ 7
ລາຍແລ້ວ.

ຫ້ອງການສາທາລະນະສຸກ ຢູ່ແຂວງ Jiangsu ທາງພາກຕາ
ເວັນອອກຂອງຈີນ ເວົ້າໃນວັນອັງຄານວານນີ້ວ່າ ມີຜູ້ຍິງສາມ
ຄົນ ແລະຜູ້ຊາຍຄົນນຶ່ງຕິດເຊື້ອໄວຣັສ H7N9 ແລະວ່າ ພວກ
ເຂົາເຈົ້າຢູ່ໃນສະພາບເຈັບປ່ວຍສາຫັດທີ່ສຸດ.

ຫ້ອງການດັ່ງກ່າວເວົ້າອີກວ່າ ຄົນເຈັບທັງ 4 ກໍລະນີດັ່ງກ່າວບໍ່
ມີຫຍັງພົວພັນກັນ ເພາະວ່າ ນຶ່ງໃນພວກເຄາະຮ້າຍ ແມ່ນທໍາການຂ້າສັດປີກເປັນອາຊີບ ໃນຂະນະທີ່ຄົນອື່ນໆ ບໍ່ໄດ້ມີການສໍາຜັດໂດຍກົງ ກັບພວກສັດປີກແຕ່ຢ່າງໃດເລີຍ.

ກໍລະນີຄົນປ່ວຍເຫລົ່ານີ້ເກີດຂຶ້ນລຸນຫລັງທີ່ມີລາຍງານໃນວັນອາທິດຜ່ານມາກ່ຽວກັບອີກ
3 ຄົນທີ່ຕິດເຊື້ອໄຂ້ຫວັດສັດປີກສາຍພັນ H7N9, ລວມທັງຜູ້ຊາຍສອງຄົນທີ່ເສຍຊີວິດ ໄປ ທີ່ນະຄອນຊຽງໄຮ້ໃນຕົ້ນເດືອນແລ້ວນີ້ ແລະຜູ້ຍິງຄົນນຶ່ງຈາກ ແຂວງ Anhui ທີ່ມີອາ ການສາຫັດ ລຸນຫລັງທີ່ມີການຕິດເຊື້ອໄວຣັສດັ່ງກ່າວ.

ກ່ອນໜ້າທີ່ຈະມີການປະກາດໃຫ້ຮູ້ກ່ຽວກັບກໍລະນີຕິດເຊື້ອຈຸຫລ້າສຸດນີ້ ອົງການອະນາໄມ
ໂລກ ຫລື WHO ເວົ້າວ່າ ຕົນກໍາລັງສຶກສາເບິ່ງການລະບາດຂອງເຊື້ອໄວຣັສ H7N9 ແຕ່ກໍ
ບໍ່ພົບຫລັກຖານໃດໆ ສະແດງໃຫ້ເຫັນວ່າເຊື້ອໄວຣັສ ສາຍພັນນີ້ ສາມາດຕິດຕໍ່ໃນໝູ່ມວນ
ມະນຸດໄດ້.

ເປັນທີ່ເຊື່ອກັນວ່າ ນີ້ແມ່ນຄັ້ງທໍາອິດທີ່ມະນຸດໄດ້ຕິດເຊື້ອໄຂ້ຫວັດສັດປີກສາຍພັນ H7N9. ໄຂ້ຫວັດສັດປີກສາຍພັນ H5N1 ທີ່ເປັນສາຍພັນມັກລະບາດຢ່າງແຜ່ ກວ້າງນັ້ນ ໄດ້ສັງຫານຫລາຍກວ່າ 360 ຄົນ ຢູ່ທົ່ວໂລກ ໃນຮອບທົດສະວັດທີ່ຜ່ານມານີ້.
XS
SM
MD
LG