ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນ ມີເສດຖີ ພັນລ້ານ ເຖິງ 315 ຄົນ


ທ່ານ Wang Jianlin ປະທານບໍລິສັດ ກຸ່ມ Dalian Wanda ເສດຖີທີ່ຮັ່ງມີທີ່ສຸດຂອງຈີນ.
ທ່ານ Wang Jianlin ປະທານບໍລິສັດ ກຸ່ມ Dalian Wanda ເສດຖີທີ່ຮັ່ງມີທີ່ສຸດຂອງຈີນ.
ວາລະສານສະບັບ​ນຶ່ງ ທີ່ຕັ້ງຢູ່ກຸງປັກກິ່ງເວົ້າວ່າ ຈໍານວນເສດ
ຖີພັນລ້ານໃນຈີນ ໄດ້ເພີ້ມຂຶ້ນເປັນຫລາຍກວ່າ 300 ຄົນແລ້ວ
ໃນປີກາຍນີ້.

ລາຍຊື່ຄົນຮັ່ງມີປະຈໍາປີ 2013 ໃນວາລະສານ Hurun Report
ເວົ້າວ່າ ດຽວນີ້ມີເສດຖີພັນລ້ານໃນປະເທດຈີນ 315 ຄົນ ຊຶ່ງ
ເປັນຄັ້ງທໍາອິດ ທີ່ຈໍານວນຂອງ ຄົນເປັນເສດຖີພັນ​ລ້ານ ໄດ້
ເພີ້ມຂຶ້ນກາຍ 300 ຄົນ.

ທ່ານ Rupert Hoogewerf ທີ່ພິມວາລະສານ Hurun Report
ກ່າວຕໍ່ວີໂອ ເອວ່າ ທ່າອຽງດັ່ງກ່າວ ແມ່ນໜ້າປະທັບໃຈຫລາຍ ເມື່ອທຽບໃສ່ເຫດການທີ່ວ່າ ຈີນກໍາລັງຢູ່ໃນສະພາບເສດຖະກິດທີ່ຂະຫຍາຍໂຕຊັກຊ້າ.
ທ່ານເວົ້າວ່າ:

“ຖ້າຫາກເສດຖະກິດຂະຫຍາຍຕົວຢ່າງຄ່ອງ​ໂຕຄືນອີກ ຊຶ່ງທຸກເຈດຕະນາ
ແລະ ທຸກຈຸດປະສົງ ທີ່ພວກເຮົາໄດ້ຍິນ ມັນອາດຈະເປັນແນວນັ້ນໃນທ້າຍປີ
ໜ້າ ແລ້ວຂ້າພະເຈົ້າຄາດວ່າ ພວກເຮົາສາມາດເຫັນຈໍານວນເຫລົ່ານີ້ ເພີ້ມ
ຂຶ້ນຫລາຍກວ່ານີ້ອີກ.”


ວາລະສານດັ່ງກ່າວຍັງເວົ້າອີກວ່າ ທີ່ມາຂອງຄວາມຮັ່ງມີດັ່ງກ່າວ ຢູ່ໃນລາຍການ ຂອງ
ປີນີ້ ແມ່ນມາຈາກອຸດສະຫະກໍາອະສັງຫາລິມະຊັບ ຊຶ່ງລາຄາໄດ້ເພີ້ມຂຶ້ນຢ່າງໃຫຍ່ ເມື່ອມໍ່ໆມານີ້.

ຜູ້ເດັ່ນຢູ່ໃນທ່າອຽງດັ່ງກ່າວນັ້ນ ວາລະສານສະບັບ​ນີ້ ໄດ້ຂະໜານນາມທ່ານ Wang Jianlin ນັກທຸລະກິດດ້ານອະສັງຫາລິມະຊັບ ເປັນຄົນທີ່ຮັ່ງມີທີ່ສຸດ ຊຶ່ງມີຊັບ​ສິນຢູ່ 22 ພັນລ້ານໂດລາ.
XS
SM
MD
LG