ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ເລີ້ມການຊ້ອມລົບອ້ອມ ໄຕ້ຫວັນ ເພື່ອເປັນ 'ການລົງໂທດ' ສຳລັບຜູ້ນຳຄົນໃໝ່ຂອງໄຕ້ຫວັນ


 ປະທານາທິບໍດີຂອງໄຕ້ຫວັນ ທ່ານ ຫຼານ ຈິງ-ເຕ ກ່າວຄຳປາໄສຮັບຕໍາແໜ່ງ ໃນລະຫວ່າງ ພິທີສາບານຕົນເຂົ້າຮັບຕໍາແໜ່ງ ຢູ່ນະຄອນຫຼວງ ໄທເປ, ໄຕ້ຫວັນ, ວັນທີ 20 ພຶດສະພາ 2024.
ປະທານາທິບໍດີຂອງໄຕ້ຫວັນ ທ່ານ ຫຼານ ຈິງ-ເຕ ກ່າວຄຳປາໄສຮັບຕໍາແໜ່ງ ໃນລະຫວ່າງ ພິທີສາບານຕົນເຂົ້າຮັບຕໍາແໜ່ງ ຢູ່ນະຄອນຫຼວງ ໄທເປ, ໄຕ້ຫວັນ, ວັນທີ 20 ພຶດສະພາ 2024.

ຈີນ​ໄດ້​ເລີ່​ມດຳ​ເນີນ​ການ​ຊ້ອມລົບ​ຂະໜາດ​ໃຫຍ່​ເປັນ​ເວລາ 2 ວັນ ໃນທາງ​ນ້ຳ ​ແລະ ທາງອາກາດ​ອ້ອມ​ຮອບໄຕ້​ຫວັນ​ໃນ​ວັນ​ພະຫັດ​ມື້​ນີ້, ​ເຊິ່ງ​ເນັ້ນຍໍ້າ​ວ່າເປັນ “​ການ​ລົງ​ໂທດ​ຢ່າງ​ໜັກ​ໜ່ວງ​ຕໍ່​ການ​ກະທຳໃນການ​ແບ່ງ​ແຍກ​ດິນ​ແດນ​ຂອງ 'ກອງທັບເອກະລາດ​ໄຕ້​ຫວັນ' ​ແລະ "ຄຳ​ເຕືອນ​ຢ່າງ​ເຄັ່ງ​ຄັດ" ຕໍ່​ການເກາະຜິດ​ຈາກກອງກຳລັງ​ພາຍ​ນອກ.

ກອງ​ບັນຊາ​ການ​ພາກ​ຕາ​ເວັນ​ອອກ​ຂອງ​ກອງທັບ​ປົດ​ປ່ອຍ​ປະ​ຊາ​ຊົນ ​ຈະ​ດຳ​ເນີນ​ການ​ຊ້ອມ​ລົບ​ຢູ່​ຊ່ອງ​ແຄບ​ໄຕ້​ຫວັນ, ພາກ​ເໜືອ, ​ພາກໃຕ້, ​ແລະ​ພາກ​ຕາ​ເວັນ​ອອກ​ຂອງ​ໄຕ້​ຫວັນ​ ແລະ​ຢູ່​ໃກ້​ກັບ​ໝູ່​ເກາະ ຄິນເໜີນ (Kinmen) ​ແລະ ມັດສູ (Matsu) ທີ່​ຫ່າງ​ໄກ​ຈາກ​ໄຕ້​ຫວັນ, ອີງຕາມລາຍງານຂອງອົງການຂ່າວ ​ຊິນ​ຫົວ ຂອງລັດຖະບານຈີນ.

ການ​ຝຶກຊ້ອມ​ດັ່ງກ່າວ ທີ່ລວມ​ມີ​ກອງທັບບົກ, ກອງທັບ​ເຮືອ, ກອງທັບ​ອາກາດ, ​ແລະກອງ​ກຳລັງ​ຈະ​ຫຼວດຂອງ​ກອງ​ບັນຊາ​ການ​ພາກ​ຕາ​ເວັນ​ອອກ ຈະ​ສຸມ​ໃສ່​ການ​ລາດຕະ​ເວນ​ກຽມພ້ອມ​ສູ້​ລົບ​ທາງ​ທະ​ເລ ແລະ ທາງອາກາດຮ່ວມກັນ, ການຄວບ​ຄຸມ​ສະໜາມລົບແບບ​ຮອບດ້ານຮ່ວມກັນ, ​ແລະ​ການ​ບຸກ​ໂຈມ​ຕີ​ທີ່ແນ່ໃສ່​ບັນດາ​ເປົ້າ​ໝາຍ​ສຳຄັນຮ່ວມກັນ, ​ໂຄສົກ​ຂອງ​ກອງ​ບັນຊາ​ການພາກພື້ນ ທ່ານ ຫຼີ ຊີ (Li Xi) ກ່າວ​.

ນັກວິ​ເຄາະ​ບາງ​ຄົນ​ກ່າວ​ວ່າ ການ​ຊ້ອມ​ລົບ​ດັ່ງກ່າວ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ສະ​ແດງ​ຄວາມ​ຄຽດ​ແຄ້ນ​ຂອງ​ປັກ​ກິ່ງ​ ຕໍ່​ປະ​ທາ​ນາ​ທິບໍດີ​ຄົນ​ໃໝ່​ຂອງ​ໄຕ້​ຫວັນ ທ່ານ ຫຼາຍ ຈິງ-ເຕ (Lai Ching-te) ທີ່​ເຂົ້າ​ຮັບ​ຕໍາ​ແໜ່​ງ​ໃນ​ວັນ​ຈັນທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG