ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ຈີນ ຖືກລົງໂທດ ຍ້ອນທຸບຕີ ນັກທ່ອງທ່ຽວ

Members of the Britannia Coconut dancers perform on the roadside near Bacup, northern England. The group, which can trace its origins to the mid-1800s, dance along the town's roads every Easter Saturday following a tradition to mark out the boundaries of the town.

ສື່ມວນຊົນຂອງທາງການຈີນລາຍງານໃນວັນເສົາມື້ນີ້ວ່າ ເຈົ້າໜ້າທີ່ທ້ອງຖິ່ນ 6 ຄົນໄດ້ຖືກ
ລົງໂທດ ຫຼັງຈາກນັກທ່ອງທ່ຽວຄົນນຶ່ງ ໄດ້ຖືກລາກໂຕອອກໄປຈາກໂຮງແຮມ ທີ່ລາວພັກ ເຊົາຢູ່ໃນນະຄອນຫຼວງປັກກິ່ງ ຖືກທຸບຕີ ແລ້ວກໍໂຍນຖິ້ມປະໄວ້ຂ້າງທາງ ລຸນຫຼັງທີ່ມີການ ເຂົ້າໃຈຜິດຄິດວ່າ ລາວເປັນຄົນເຮັດໜັງສືຮ້ອງທຸກ.

ອົງການຂ່າວຊິນຫົວລາຍງານວ່າ ທ້າວ Zhao Zhipei ນັກທ່ອງທ່ຽວຈາກເມືອງ Luo-
yang ໃນແຂວງ Henan ໄດ້ໄປພັກເຊົາຢູ່ທີ່ໂຮງແຮມແຫ່ງນຶ່ງ ເມື່ອຕົ້ນເດືອນນີ້ ໃກ້ໆ
ກັບຫ້ອງການຮັບຈົດໝາຍແລະໂທລະສັບຮ້ອງຮຽນຕ່າງໆຂອງຈີນ ບ່ອນທີ່ພວກຮ້ອງທຸກ
ພາກັນຍື່ນຄຳຮ້ອງໄປນັ້ນ. ມີຜູ້ຊາຍຫຼາຍຄົນໄດ້ບຸກເຂົ້າໄປໃນຫ້ອງຂອງລາວ ຫຼັງຈາກນັ້ນ
ລາວແລະພວກຮ້ອງທຸກອີກ 3 ຄົນກໍຖືກລາກຂຶ້ນລົດຕູ້ໄປບ່ອນທີ່ທ້າວ Zhao ໄດ້ຖືກທຸບ
ຕີຢ່າງໜັກແລະຖືກນຳໄປໂຍນລົງທີ່ເຮືອນຂອງລາວ.

ອົງການຂ່າວຊິນຫົວອ້າງຄຳເວົ້າຂອງພວກເຈົ້າໜ້າທີ່ທ້ອງຖິ່ນທີ່ກ່າວວ່າ ພະນັກງານຂອງ
ບໍລິສັດຮັກສາຄວາມປອດໄພແຫ່ງນຶ່ງໃນນະຄອນຫຼວງປັກກິ່ງ ທີ່ຖືກວ່າຈ້າງໂດຍພະແນກ
ຮັບຈົດໝາຍ ແລະໂທລະສັບຮ້ອງທຸກຂອງເມືອງ Luoyang ເປັນຜູ້ຮັບຜິດຊອບໃນການ
ທຸບຕີທີ່ວ່ານີ້.

XS
SM
MD
LG