ຈີນຫ້າມນໍາເຂົ້າແກະ, ແບ້, ສັດປີກ ແລະ ແມ່່ນກະທັງກີບຕີນສັດຂອງສັດເຊັ່ນມ້າ ຈາກປະເທດອາຟຣິກກາ, ເອເຊຍ ແລະ ຢູໂຣບ ຍ້ອນການລະບາດຂອງພະຍາດເຊັ່ນ ໂຣກຝີດາດແກະ ໂຣກຝີດາດແບ້ ແລະ ໂຣກປາກແລະຕີນເປື່ອຍອີງຕາມການລາຍງານຂອງອົງການຂ່າວຣອຍເຕີສ.
ການຫ້າມດັ່ງກ່າວຊຶ່ງລວມເຖິງຜະລິດຕະພັນປຸງແຕ່ງແລະບໍ່ປຸງແຕ່ງ ເກີດຂື້ນລຸນຫຼັງທີ່ອົງການອະນາໄມໂລກເປີດເຜີຍຂໍ້ມູນກ່ຽວກັບການລະບາດຂອງໂຣກໃນປະເທດຕ່າງ ໆ ຕາມແຈ້ງການຫຼາຍຄັ້ງຂອງກົມພາສີແຫ່ງປະເທດຈີນ ລົງວັນທີ 21 ມັງກອນ ຜ່ານມາ.
ການຫ້າມນໍາເຂົ້າຈາກຜູ້ນໍາເຂົ້າຊີ້ນສັດທີ່ໃຫຍ່ທີ່ສຸດໃນໂລກນີ້ ສົ່ງຜົນກະທົບຕໍ່ ປະເທດ ການາ, ໂຊມາເລຍ, ກາຕ້າ, ຄອງໂກ, ໄນຈີເຣຍ, ແທນຊາເນຍ, ອີຈິບ, ບຸລກາເຣຍ, ຕິມໍຣ໌-ເລສເຕ ແລະ ເອຣິເທຣຍ.
ຈີນຍັງກ່າວອີກວ່າ ໄດ້ຢຸດນໍາເຂົ້າແກະ, ແບ້ ແລະ ຜະລິດຕະພັນທີ່ກ່ຽວຂ້ອງຈາກ ປາແລສໄຕນ໌, ປາກິສຖານ, ອັຟການິສຖານ, ເນປານ ແລະ ບັງກລາແດັສ ເນື່ອງຈາໂຣກຝີດາດແກະ ແລະໂຣກຝີດາດແບ້.
ນອກຈາກນີ້ທາງການເຢຍລະມັນ ຍັງໄດ້ໂຈະການນໍາເຂົ້າກີບຕີນສັດ ແລະຜະລິດຕະພັນທີ່ກ່ຽວຂ້ອງອື່ນ ໆ ຫຼັງຈາກເກີດການລະບາດຂອງໂຣກປາກແລະຕີນເປື່ອຍ.
ອ່ານຂ່າວເປັນພາສາອັງກິດ
China has prohibited imports of sheep, goat, poultry and even-toed ungulates from African, Asian and European countries due to outbreaks of livestock diseases such as sheep pox, goat pox and foot-and-mouth-disease.
The ban, which also includes processed and unprocessed products, comes after the World Health Organization released information of disease outbreaks in various countries, according to a series of announcements by China's General Administration of Customs dated Jan. 21.
The ban from the world's largest meat importer affects Ghana, Somalia, Qatar, Congo (DRC), Nigeria, and Tanzania, Egypt, Bulgaria, East Timor and Eritrea.
China also said it has stopped imports of sheep, goat and related products from Palestine, Pakistan, Afghanistan, Nepal and Bangladesh due to sheep pox and goat pox outbreaks.
It also blocked the imports of even-toed ungulates and related products from Germany following an outbreak of foot-and-mouth disease, it said.
ຟໍຣັມສະແດງຄວາມຄິດເຫັນ