ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈີນ ຫ້າມການນຳເຂົ້າ ຖ່ານຫີນ, ແຮ່ເຫຼັກ ແລະ ອາຫານທະເລຈາກ ເກົາຫຼີເໜືອ


ພະນັກງານຄົນໜຶ່ງຍ່າງຢູ່ທາງໜ້າລົດຍົກ ເຊິ່ງຖືກໃຊ້
ເພື່ອເຄື່ອນຍ້າຍຖ່ານຫີນທີ່ຖືກນຳເຂົ້າຈາກ ເກົາຫຼີເໜືອ ທີ່ທ່າເຮືອ ດານດອງ ໃນເມືອງເຂດຊາຍແດນ ດານດອງ, ແຂວງຫຼຽວນິງ ຂອງຈີນ. 7 ທັນວາ, 2010.
ພະນັກງານຄົນໜຶ່ງຍ່າງຢູ່ທາງໜ້າລົດຍົກ ເຊິ່ງຖືກໃຊ້ ເພື່ອເຄື່ອນຍ້າຍຖ່ານຫີນທີ່ຖືກນຳເຂົ້າຈາກ ເກົາຫຼີເໜືອ ທີ່ທ່າເຮືອ ດານດອງ ໃນເມືອງເຂດຊາຍແດນ ດານດອງ, ແຂວງຫຼຽວນິງ ຂອງຈີນ. 7 ທັນວາ, 2010.

ຈີນ ໄດ້ປະກາດໃນວັນຈັນມື້ນີ້ວ່າ ເຂົາເຈົ້າໄດ້ຫ້າມການນຳເຂົ້າຖານຫີນ, ແຮ່ເຫຼັກ, ອາ
ຫານທະເລ ແລະ ຜະລິດຕະພັນອື່ນໆຈາກ ເກົາຫຼີເໜືອ ໂດຍໃຫ້ສອດຄ່ອງກັບມາດຕະ
ການລົງໂທດ ທີ່ອົງການສະຫະປະຊາຊາດໄດ້ຮັບຮອງເອົາໃນຕົ້ນເດືອນນີ້.

ບັນດາຜູ້ນຳ ຈີນ ໄດ້ສັນຍາທີ່ຈະບັງຄັບໃຊ້ມາດຕະການລົງໂທດຢ່າງເຕັມທີ່, ເຊິ່ງ ຈີນ
ແລະ ບັນດາສະມາຊິກປະເທດອື່ນໆຂອງສະພາຄວາມໝັ້ນຄົງອົງການສະຫະປະຊາ
ຊາດ ໄດ້ຮັບຮອງເອົາຢ່າງເປັນເອກະສັນ ເພື່ອຕອບໂຕ້ ຕໍ່ການທົດລອງລູກສອນໄຟຂີ
ປະນາວຸດຂອງ ເກົາຫຼີເໜືອ.

ມາດຕະການລົງໂທດຕ່າງໆ ອາດຈະກີດກັ້ນລາຍໄດ້ຫຼາຍເຖິງ 1 ພັນລ້ານໂດລາໃນການ
ສົ່ງອອກຂອງ ເກົາຫຼີເໜືອ.

ກະຊວງການຄ້າຂອງ ຈີນ ກ່າວວ່າ ການຫ້າມດ້ານການຄ້າຄັ້ງໃໝ່ ຈະຖືກປະຕິບັດຢ່າງ
ເຕັມທີ່ໃນວັນທີ 5 ກັນຍາ ເດືອນໜ້ານີ້.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ສະມາຊິກຄົນອື່ນໆໃນລັດຖະບານ
ຂອງທ່ານ ໄດ້ຮຽກຮ້ອງໃຫ້ ຈີນ ໃຊ້ຖານະຂອງພວກເຂົາເຈົ້າໃນການເປັນພັນທະມິດທີ່ມີ
ຄວາມສຳຄັນທີ່ສຸດຂອງ ເກົາຫຼີເໜືອ ເພື່ອກົດດັນປະເທດດັ່ງກ່າວໃຫ້ຍົກເລີກໂຄງການ
ອາວຸດນິວເຄລຍຂອງພວກເຂົາ.

ຈີນ ກ່າວວ່າເຂົາເຈົ້າ ໄດ້ປະຕິບັດຕາມກົດລະບຽບຂອງອົງການສະຫະປະຊາຊາດ, ແລະ
ໃນວັນຈັນມື້ນີ້ ກະຊວງການຕ່າງປະເທດ ຈີນ ກໍໄດ້ກ່າວຢໍ້າເຖິງການຮຽກຮ້ອງເພື່ອການ
ຍັບຍັ້ງ ແລະ ຄວາມຕ້ອງການທີ່ຈະຊອກຫາຂໍ້ແກ້ໄຂທາງການເມືອງສຳລັບສະຖານະ
ການດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG