ສານຂອງຈີນ ໄດ້ຝາກໂທດປະຫານຊີວິດຕໍ່ທ່ານໜໍຄົນນຶ່ງ
ໃນພາກເໜືອຂອງປະເທດ ທີ່ຖືກພົບເຫັນວ່າ ມີຄວາມຜິດ
ໃນຖານລັກເດັກນ້ອຍທາລົກ 7 ຄົນ ແລະຂາຍໃຫ້ ກັບກຸ່ມ
ຄ້າມະນຸດ.
ສານຊັ້ນກາງ ຂອງເມືອງ Weinan ໃນແຂວງ Shaanxi
ທາງພາກເໜືອຂອງປະເທດ ໄດ້ປະກາດກ່ຽວກັບການຕັດ
ສິນໂທດດັ່ງກ່າວ ໃນວັນອັງຄານມື້ນີ້ ຊຶ່ງໃນຈີນແລ້ວແມ່ນ
ເທົ່າກັນກັບຈໍາຄຸກຕະຫຼອດຊີວິດ.
ທ່ານນາງ Zhang Shuxia ຊຶ່ງແມ່ນທ່ານໜໍທີ່ຮັບຜິດຊອບ
ໃນການຄອດລູກທີ່ ໂຮງໝໍໃນເຂດເມືອງ Fuping ຂອງແຂວງ Shaanxi ຍອມຮັບ
ຕໍ່ສານວ່າ ໄດ້ຂາຍເດັກນ້ອຍທາລົກ 7 ຄົນ ໃຫ້ກັບກຸ່ມຄ້າມະນຸດແທ້.
ທ່ານໝໍສູຕິນາລີ ໄວ 55 ປີ ຄົນນີ້ ໄດ້ຖືກກ່າວຫາວ່າ ໄດ້ທໍາການເກ້ຍກ່ອມ
ໃຫ້ພວກພໍ່ແມ່ຂອງພວກເດັກນ້ອຍ ຍອມປະລະພວກເດັກນ້ອຍ ໂດຍອ້າງວ່າ
ພວກເດັກນ້ອຍເຫຼົ່ານີ້ມີພະຍາດທາງກໍາມະພັນທີ່ຮ້າຍແຮງນັ້ນ.
6 ຄົນໃນກຸ່ມພວກເດັກນ້ອຍທັງໝົດນັ້ນ ແມ່ນໄດ້ຖືກຊ່ອຍໄວ້ໄດ້ແລ້ວ ແຕ່ວ່າມີຄົນນຶ່ງ
ເສຍຊີວິດ ຫຼັງຈາກທີ່ໄດ້ຖືກຂາຍ ໃນລາຄາພຽງແຕ່ 165 ໂດລ່າເທົ່ານັ້ນ.