ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານໝໍ Zhang ອາດຈະ​ຖືກ ​ປະຫານຊີວິດ ຖ້າ​ຫາກ​ ພົບ​ເຫັນ ມີ​ຄວາມ​ຜິດ​​ (ວີ​ດີ​ໂອ)


ທ່ານໝໍສູຕິ​ນາລີ Zhang ທີ່​ຖືກ​ຄຸມ​ຕົວ
ທ່ານໝໍສູຕິ​ນາລີ Zhang ທີ່​ຖືກ​ຄຸມ​ຕົວ
ທ່ານ​ໜໍ​ຄົນ​ນຶ່ງ​ໃນ​ພາກ​ເໜືອ​ຂອງ​ຈີນ​ ​ແມ່ນ​ປະ​ເຊີນ​ໜ້າ​ກັບ​ການ
​ຖືກ​ຕັດສິນ​ໂທດ​ປະຫານຊີວິດ ຫຼັງຈາກ​ທີ່​ໄດ້​ຮັບ​ສາລະພາບວ່າ
ລາວໄດ້​ລັກ​ເດັກນ້ອຍ​ທາລົກ​ເກີດ​ໃໝ່ 7 ຄົນ ​ແລະ​ຂາຍ​ໃຫ້ກັບ
​ກຸ່ມຄ້າ​ມະນຸດ.

ອົງການ​ຂ່າວທາງການຂອງ​ຈີນ ກ່າວ​ວ່າ ທ່ານນາງ Zhang
Shuxia ທ່ານ​ໜໍຜູ້​ຊຶ່ງ​ເປັນ​ຄົນ​ຄອດ​ລູກ ​ໃນໂຮງພະຍາບານ​
ເຂດ​ເມືອງ Fuping ແຂວງ Shaanxi ​ ທີ່​ໄດ້​ຮັບ​ຮູ້​ຢູ່​ໃນ​ສານ
ເຖິງ​ການຂາຍເດັກນ້ອຍ​ທາລົກ​ 7 ຄົນ ​ໃຫ້​ກັບກຸ່ມຄ້າ​ມະນຸດ.

ທ່ານໝໍສູຕິ​ນາລີ ​ໄວ 55 ປີ ຄົນ​ນີ້ ​ໄດ້​ຖືກ​ກ່າວ​ຫາ​ວ່າ ​ໄດ້​ທໍາ
​ການເກ້​ຍກ່ອມ​ໃຫ້​ພວກ​ພໍ່​ແມ່ຂອງ​ພວກ​ເດັກນ້ອຍ ຍອມ​ປະລະ​ພວກ​ເດັກນ້ອຍ ໂດ​ຍອ້າງ​ວ່າ
ພວກ​ເດັກນ້ອຍ​ເຫຼົ່າ​ນີ້​ມີ​ພະຍາດ​ທາງ​ກໍາມະພັນ​ທີ່ຮ້າຍ​ແຮງນັ້ນ.

6 ຄົນ​ໃນ​ກຸ່ມ​ພວກ​ເດັກນ້ອຍ​ທັງ​ໝົດ​ນັ້ນ ​ແມ່ນ​ໄດ້​ຖືກ​ຊ່ອຍ​ໄວ້​ໄດ້​ແລ້ວ ​ແຕ່​ວ່າມີຄົນ​ນຶ່ງ​ເສຍ​
ຊີວິດ ຫຼັງຈາກ​ທີ່​ໄດ້​ຖືກຂາຍ​ ໃນ​ລາຄາ​ພຽງ​ແຕ່ 165 ​ໂດ​ລ່າ​ເທົ່າ​ນັ້ນ.

ໜັງສືພິມ Global Times ຂອງທາງການ​ຈີນ ກ່າວ​ວ່າ ທ່ານນາງ Zhang ​ໄດ້ກ່າວ​ຂໍ​
ຂະ​ມາ​ໂທດ​ຕໍ່​ພວກ​ຄອບຄົວ​ທີ່​ໄດ້​ຮັບ​ເຄາະ​ດັ່ງກ່າວ​ ​ໂດຍ​ກ່າວ​ວ່າ “​ທ່ານ​ນາງໄດ້​ກະທໍາ​
ຜິດ​ພາດ​ໄປ​ແລ້ວ​ ໃນ​ການ​ຂາຍ​ພວກ​ເດັກນ້ອຍ​ເຫຼົ່າ​ນີ້ ​ເພາະເປັນ​ການ​ເຊື່ອ​ທີ່​ຜິດໆ
​ທີ່ຄິດ​ວ່າ​ຕົນ​ໄດ້ຊ່ອຍ​ພວກ​ຄອບຄົວ​ທີ່​ມີ​ຄວາມ​ຈໍາ​ເປັນ​ຂັດ​ສົນ​ນັ້ນ.” ​


ການ​ຂາຍພວກ​ເດັກນ້ອຍ​ໃນ​ປະ​ເທດ​ຈີນ​ແມ່ນ​ເປັນບັນຫາ​ທີ່​ໃຫຍ່ຫຼວງ ບ່ອນທີ່​ພວກ​ນັກ
​ວິ​ເຄາະ​ເວົ້າ​ວ່າ ກົດໝາ​ຍບັງຄັບ​ໃຫ້​ມີ​ລູກ​ໂທນ​ແບບ​ເຄັ່ງ​ຄັດນັ້ນ ກໍ່​ໃຫ້​ເກີດ​ບັນຫາໃນ​ດ້ານ
ຄວາມຕ້ອງການລູກ​ເພີ່ມ ຈຶ່ງໄດ້​ມີ​ການ​ສວຍ​ໃຊ້ໂດຍ​ກຸ່ມ​ພວກ​ຄ້າ​ມະນຸດ​ໃຕ້​ດິນ.

CHINA DOCTOR
please wait
Embed

No media source currently available

0:00 0:00:48 0:00
XS
SM
MD
LG