ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວຈີນ ພາກັນຖີ້ມ ເດັກນ້ອຍເກີດໃໝ່ ໄວ້ຢູ່ບ່ອນຮັບເອົາ ຫລາຍເກີນໄປ


ສະຖານ​ທີ່​ແຫ່ງ​ນຶ່ງຊຶ່ງ​ເປັນ​ບ່ອນທີ່​ ບັນດາ​ພໍ່​ແມ່​ສາມາດ​ນຳເອົາ​ລູກເກີດ​ໃໝ່ ທີ່​ບໍ່​ຕ້ອງ​ການ ໄປປະຖິ້ມໄວ້.
ສະຖານ​ທີ່​ແຫ່ງ​ນຶ່ງຊຶ່ງ​ເປັນ​ບ່ອນທີ່​ ບັນດາ​ພໍ່​ແມ່​ສາມາດ​ນຳເອົາ​ລູກເກີດ​ໃໝ່ ທີ່​ບໍ່​ຕ້ອງ​ການ ໄປປະຖິ້ມໄວ້.
ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ພາກ​ໃຕ້​ຂອງ​ຈີນ ກ່າວ​ວ່າ ສະຖານ​ທີ່​
ແຫ່ງ​ນຶ່ງຊຶ່ງ​ເປັນ​ບ່ອນທີ່​ ບັນດາ​ພໍ່​ແມ່​ສາມາດ​ນຳເອົາ​ລູກ
​ເກີດ​ໃໝ່ທີ່​ບໍ່​ຕ້ອງ​ການ ​ໄປ​ປະ​ໄວ້​ຢ່າ​ງລັບໆ​ນັ້ນ ບັດ​ນີ້​ໄດ້​
ຖືກ​ປິດ​ລົງ ​ເພາະວ່າ​ຈຳນວນ​ເດັກນ້ອຍ ​ທີ່​ຖືກ​ປະປ່ອ​ຍ​ໄວ້
ມີຫລາຍ​ເກີນ​ໄປ.

ອົງການ​ຂ່າວ​ຊິນ​ຫົວ ລາຍ​ງານວ່າ ອັນ​ທີ່​ຮ້ອງ​ວ່າ “ບ່ອນ​
ຟັກເດັກນ້ອຍ” ໃນ​ເມືອງ Guangzhou ທາງ​ພາກ​ໃຕ້​
ຂອງ​ຈີນ ໄດ້​ຮັບ​ເດັກ​ນ້ອຍ 262 ຄົນ ນັບ​ຕັ້ງ​ແຕ່​ໄດ້​ເລີ້ມ​
ປະຕິບັດ​ງານ​ໃນ​ທ້າຍ​ເດືອນ​ມັງກອນ ​ເປັນ​ຕົ້ນ​ມາ ຊຶ່ງສະ​
ເລ່ຍ​ແລ້ວ ​ແມ່ນ​ເທົ່າ​ກັບ​ ຫ້າ​ຄົນ​ຕໍ່​ມື້.

ລາຍ​ງານໃນ​ວັນ​ຈັນ​ມື້​ນີ້ ​ໄດ້​ອ້າງ​ຄຳເວົ້າ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ປະຊາ​ສົງ​ເຄາະ ທ້ອງ​ຖິ່ນ​ທີ່​
ກ່າວວ່າ ສະຖານ​ທີ່ “ຫ້ອງ ຕຽງ ສະຖານ​ທີ່ເກັບເດັກນ້ອຍ​ໄວ້ ພ້ອມ​ດ້ວຍ​ບັນດາ​ພະນັກງານ
​ເຮັດ​ວຽກ ກໍ​າລັງ​ປະ​ເຊີນ​ໜ້າ​ກັບ​ການ​ຂາດ​ເຂີນຢ່າງ​ໜັກ ​ເນື່ອງ​ຈາກ ຈຳ ນວນ​ເດັກນ້ອຍ ມີ​
ຫລາຍ​ເກີນ​ໄປ.

ບັນດາເຈົ້າ​ໜ້າ​ທີ່ ກ່າວ​ວ່າ ການ​ປິດ​ສະຖານ​ທີ່ແມ່ນ​ເປັນ​ການຊົ່ວຄາວ ​ແລະ​ເນັ້ນ​ໜັກ​ວ່າ​ຈະ​
ເປີດ​ຄື​ນ​ໃໝ່ອີກ ​ເວລາ​ໃດ​ທີ່ພວກ​ເດັກນ້ອຍທີ່​ພໍ່​ແມ່​ເອົາ​ມາ​ປະປ່ອຍ​ໄວ້ ຊຶ່ງ​ຫລາຍ​ຄົນເຈັບ​
ປ່ວຍນັ້ນ ​ໄດ້​ຮັບ​ການ​ປິ່ນປົວ​ຢ່າງ​ເໝາະ​ສົມ​ເສຍ​ກ່ອນ.

ນັບ​ຕັ້ງ​ແຕ່​ປີ 2011 ຈີນ​ໄດ້​ຕັ້ງ ​ບ່ອນຮັບ​ເອົາ​ເດັກນ້ອຍ 25 ​ແຫ່ງ​ຢູ່​ທົ່ວ​ປະ​ເທດ ​ໃນ​ຄວາມ
ພະຍາຍາມ​ເພື່ອ​ຫລຸດ​ຜ່ອນ​ ອັດຕາການ​ເສຍ​ຊີວິດ ຂອງ​ເດັກນ້ອຍ​ທີ່ ຖືກ​ປະປ່ອຍ​ໄວ້​ນັ້ນ.
ຈີີນມີ​ແຜນ​ທີ່​ຈະ​ເພີ້ມສະຖານ​ທີ່ດັ່ງກ່າວ​ ຫລາຍ​ຂື້ນ.

ບັນດາ​ຜູ້​ທີ່​ປາດ​ຖະໜາຢາກ ປະປ່ອຍ​ເດັກນ້ອຍ ສາມາດ​ຢ່າງ​ເຂົ້າໄປ​ໃນສະ​ຖານ​ທີ່​ດັ່ງກ່າວ
ໄດ້ ​ແລ້ວປ່ອຍ​ເດັກນ້ອຍ​ໄວ້​ ຢູ່​ໃນຕຽງ​ສຳລັບ​ເດັກນ້ອຍ​ເກີດ​ໃໝ່ ​ໃນ ຫ້ອງປັບ​ອາກາດ ​ແລະ
​ບີບ​ສຽງ​ກະດິງ. ຫລັງ​ຈາກ​ນັ້ນ ​ພະນັກງາ​ນການແພດກໍ ຈະ​ມາ​ເອົາ​ເດັກ​ນ້ອຍພາຍ​ໃນ ຫ້າ
ຫາ ສິບ​ນາ​ທີຕໍ່​ມາ.
XS
SM
MD
LG