ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດຜະລິດລົດຈີນ ທີ່ທ່ານ Buffet ມີຮຸ້ນສ່ວນ ຖືກປັບໄໝແລະຢຶດຊັບສິນ


ທ່ານ Warren Buffet (ຊ້າຍ) ກັບທ່ານ Bill Gates ໃນໂອກາດຢ້ຽມຢາມຈີນ ເມື່ອເດືອນກັນຍາທີ່ຜ່ານມານີ້ (2010).
ທ່ານ Warren Buffet (ຊ້າຍ) ກັບທ່ານ Bill Gates ໃນໂອກາດຢ້ຽມຢາມຈີນ ເມື່ອເດືອນກັນຍາທີ່ຜ່ານມານີ້ (2010).

ບໍລິສັດຜະລິດລົດຂອງຈີນ ທີ່ທ່ານ Warren Buffet ນັກລົງທຶນຂອງສະຫະລັດ ເປັນເຈົ້າ ຂອງສ່ວນນຶ່ງນັ້ນ ໄດ້ຖືກປັບໄໝ ພ້ອມທັງຖືກຢຶດຊັບສິນແລະຕຶກອາຄານ ຢູ່ໃນພາກເໜືອ ຂອງຈີນ.

ບໍລິສັດຜະລິດລົດຂອງຈີນ ທີ່ທ່ານ Warren Buffet ມີຮຸ້ນສ່ວນນຳນັ້ນ ໄດ້ຖືກປັບໄໝ
ພ້ອມທັງຖືກເຈົ້າໜ້າທີ່ຢຶດຊັບສິນ ແລະຕຶກອາຄານ ຢູ່ໃນພາກເໜືອຂອງຈີນ.

ກະຊວງທີ່ດິນແລະຊັບພະຍາກອນຂອງຈີນ ກ່າວໃນວັນພະຫັດມື້ນີ້ວ່າ ບໍລິສັດ BYD ໄດ້ ຖືກສັ່ງໃຫ້ຈ່າຍຄ່າປັບໃໝ ເປັນເງິນ​ເທົ່າກັບ 442,000 ໂດລາ ແລະຖືກຢຶດເອົາດິນ 45 ເຮັກຕາ ທີ່ໄດ້ມີການອະນຸມັດໃຫ້ເປັນເຂດນຳໃຊ້ ເພື່ອການກະສິກຳນັ້ນ.

ນອກນັ້ນແລ້ວ ບໍລິສັດດັ່ງກ່າວຍັງໄດ້ສູນເສຍຫໍພັກ 7 ຫຼັງ ບ່ອນເຮັດວຽກແລະ ຕຶກອາຄານ ອື່ນໆ ທີ່ໄດ້ປຸກໃສ່ດິນຕອນນີ້​ແລ້ວ ບ່ອນ​ທີ່​ທາງບໍລິສັດກໍາລັງປຸກໂຮງງານແຫ່ງໃໝ່​ໃສ່ ທີ່ຈະ ສາມາດຜະລິດຣົດ 200,000 ຄັນຕໍ່ປີ.

ທ່ານ Buffet ມີຮຸ້ນສ່ວນຢູ່ 10% ໃນບໍລິສັດດັ່ງກ່າວ ຊຶ່ງຈະໃຊ້ເທັກໂນໂລຈີ ໝໍ້ໄຟປະດິດ ຄິດຄົ້ນໃໝ່ ເພື່ອຜະລິດລົດໄຟຟ້າ ທີ່ບໍ່ເຮັດໃຫ້ອາກາດເປື້ອນເປິະນັ້ນ. ທ່ານ Buffet ​ໄດ້ ໄປເບິ່ງສະຖານທີ່ຫຼາຍໆແຫ່ງຂອງບໍລິສັດ BYD ໃນລະຫວ່າງການເດີນທາງໄປຢ້ຽມຢາມ ຈີນເມື່ອໄວໆມານີ້ ຮ່ວມກັບທ່ານ Bill Gates ເພື່ອນມະຫາເສດຖີພັນລ້ານຂອງທ່ານ.

XS
SM
MD
LG