ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ເຈາະ ຂໍ້​ມູນຈີນ ລັກແຜນຜັງ ຕຶກສືບລັບ ອອສເຕຣເລຍ ຫຼັງໃໝ່ (ວີດິໂອ)


ສຳນັກງານໃຫຍ່ອົງການສືບລັບຫຼັງໃໝ່ ທີ່ກ້າວໜ້າທັນສະໄໝສຸດ ຂອງອອສເຕຣເລຍ ຊຶ່ງສ້າງຂຶ້ນໃກ້ຈະແລ້ວໆ ຢູ່ໃນກຸງ Canberra, ນະຄອນຫລວງຂອງອອສເຕຣເລຍ ໃນວັນທີ 28 ພຶດສະພາ 2013.
ສຳນັກງານໃຫຍ່ອົງການສືບລັບຫຼັງໃໝ່ ທີ່ກ້າວໜ້າທັນສະໄໝສຸດ ຂອງອອສເຕຣເລຍ ຊຶ່ງສ້າງຂຶ້ນໃກ້ຈະແລ້ວໆ ຢູ່ໃນກຸງ Canberra, ນະຄອນຫລວງຂອງອອສເຕຣເລຍ ໃນວັນທີ 28 ພຶດສະພາ 2013.
ນັກການເມືອງອອສເຕຣເລຍທ່ານນຶ່ງ ໄດ້​ໃຫ້ການຢືນຢັນ
ກ່ຽວ​ກັບ​ລາຍ​ງານຂ່າວພວກ​ໂຈມ​ຕີ​ເຈາະຂໍ້​ມູນຄອມພີວເຕີ
ຈີນ ໄດ້ລັກເອົາແຜນຜັງຂອງ​ສຳນັກງານໃຫຍ່ອົງການສືບລັບ
ໃໝ່ ທີ່​ກ້າວໜ້າທັນສະໄໝສຸດຂອງອອສເຕຣເລຍ ຊຶ່ງກໍາລັງ
ສ້າງຂຶ້ນຢູ່ໃນກຸງ Canberra.

ທ່ານນາງ Julia Gillard ນາຍົກລັດຖະມົນຕີອອສເຕຣເລຍ
ໄດ້ສະ​ແດງ​ຄວາມ ​ເຫັນຂັ​ດ​ແຍ້​ງ​ຕໍ່ລາຍງານດັ່ງກ່າວ ໃນວັນອັງ
ຄານວານນີ້ໂດຍເອີ້ນລາຍ​ງານນີ້ວ່າ “ບໍ່ຖືກຕ້ອງ” ແລະ “ບໍ່ມີ
ຫຼັກຖານ​ພຽງພໍ.”

ແຕ່ທ່ານ George Brandis ສະມາຊິກ​ສະພາ​ພັກຝ່າຍຄ້ານກ່າວໃນວັນພຸດ ມື້ນີ້ວ່າ ການ
ຮົ່ວ​ໄຫຼຂອງ​ຂໍ້​ມູນດັ່ງກ່າວ ແມ່ນໄດ້ມີ​ການຢືນຢັນຕໍ່ທ່ານຢູ່ໃນກອງປະຊຸມລາຍງານລັບ
ໂດຍອົງການສືບລັບດ້ານ​ຄວາມ​ໝັ້ນຄົງຂອງອອສເຕຣເລຍ. ທ່ານເວົ້າວ່າ ອົງການສືບ​
ລັບ “ໄດ້ຈັດການກັບ” ບັນຫານີ້ ​ເມື່ອຫລາຍໆປີກ່ອນ.

ສະຖານີວິທະຍຸກະຈາຍສຽງອອສເຕຣເລຍແຫ່ງນຶ່ງໄດ້ລາຍງານ​ເປັນ​ເທື່ອ​ທຳ​ອິດໃນອາ
ທິດນີ້ວ່າ ພວກ​ໂຈມ​ຕີເຈາະຂໍ້ມູນຄອມພີວເຕີຈີນ ໄດ້ລັກຂະ​ໂມ​ຍເອົາແຜນຜັງຂອງຕຶກ
ອາຄານໃໝ່ອົງການສືບລັບ. ລາຍງານເວົ້າວ່າ ແຜນຜັງ​ນີ້ມີຂໍ້ມູນລະອຽດ ກ່ຽວກັບສະ
ຖານທີ່ຕັ້ງຂອງ​ເຄື່ອງ​ຄອມ​ພິວ​ເຕີ້ຕ່າງໆ ລະບົບຮັກສາຄວາມ ປອດໄພ ແລະ​ໂທລະເລກ
ສື່ສານຄົມມະນາຄົມ.

ບໍລິສັດກະຈາຍສຽງອອສເຕຣເລຍ ຫລື ABC ເວົ້າວ່າ ການລັກຂະ​ໂມ​ຍຂໍ້ມູນດັ່ງກ່າວ
ໄດ້ນໍາຮອຍໄປເຖິງຄອມ​ພິວ​ເຕີ້ຢູ່ຈີນ.

ທ່ານ Bob Carr ລັດຖະມົນຕີການຕ່າງປະເທດອອສເຕຣເລຍເວົ້າວ່າ ທ່ານບໍ່ສາມາດ
ໃຫ້ຄໍາເຫັນກ່ຽວກັບເລື້ອງຄວາມໝັ້ນຄົງຂອງຊາດໄດ້. ແຕ່ທ່ານກໍຢືນ​ຢັດວ່າ ລາຍງານ
ຂ່າວດັ່ງກ່າວຈະ​ບໍ່​ມີ​ການ​ພົວພັນ​ໃດໆຕໍ່ການຮ່ວມມືກັບຈີນຊຶ່ງເປັນ ພາຄີທາງການຄ້າ
ໃຫຍ່ສຸດຂອງອອສ​ເຕຣ​ເລຍ​ນັ້ນ.

ທ່ານ Hong Lei ໂຄສົກປະຈໍາກະຊວງການຕ່າງປະເທດຈີນ ເອີ້ນລາຍງານຂ່າວຂອງ
ວິທະຍຸ ABC ວ່າ “ບໍ່ມີມູນຄວາມຈິງ,” ໂດຍໄດ້ຢືນຢັດວ່າ ບໍ່ມີຫລັກຖານທີ່ເຊື່ອມໂຍງຈີນ
ໃສ່ກັບການໂຈມຕີທີ່ຖືກກ່າວຫານັ້ນ ແຕ່​ຢ່າງ​ໃດ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG