ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຈມຕີນັກສຶກສາໃນປະເທດຈີນ


ສື່ມວນຊົນຂອງທາງການຈີນລາຍງານວ່າ ມີນັກສຶກ​ສາ
ຢ່າງນ້ອຍ 9 ຄົນໄດ້ຮັບບາດເຈັບ ທີ່ໂຮງຮຽນການຊ່າງ
ແຫ່ງນຶ່ງ ໃນພາກໃຕ້ຂອງຈີນເວລາພວກຊາວໜຸ່ມທ້ອງຖິ່ນ
ຈຸນຶ່ງ ໃຊ້ມີດເປັນອາວຸດໂຈມຕີພວກນັກຮຽນ.ເຫດຮ້າຍ
ດັ່ງກ່າວເກີດຂຶ້ນໃນຕອນເຊົ້າຂອງວັນພຸດມື້ນີ້ທີ່ສະຖາບັນ
ວິທະຍາສາດແລະເທັກໂນໂລຈີໄຮນັງທີ່ເມືອງໄຮກູ.

ສື່ມວນຊົນລາຍງານວ່າ ກ່ອນໜ້ານີ້ພວກນັກສຶກສາກໍເຄີຍ
ຜິດກັນມາແລ້ວກັບພວກຊາວໜຸ່ມໃນເຂດທ້ອງຖິ່ນ ທີ່ໄດ້
ພາກັນບຸກເຂົ້າໄປໃນຫໍພັກຂອງພວກນັກສຶກ​ສາ ແລະທຳ
ການໂຈມຕີພວກເຂົາ.

ເຫດຮ້າຍໃນມື້ນີ້ ແມ່ນການໂຈມຕີໂຮງຮຽນເທື່ອລ່າສຸດທີ່ໄດ້ມີມາເປັນລຳດັບ
ຢູ່ໃນປະເທດຈີນ. ນັບແຕ່ເດືອນມີນາຜ່ານມາມີການໂຈມຕີໂຮງຮຽນເກີດຂຶ້ນ
ຢ່າງນ້ອຍ 6 ເທື່ອ ໃນບາງຄັ້ງນັ້ນແມ່ນຮ້າຍແຮງຫລາຍ.

XS
SM
MD
LG