ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໕ ກັນຍາ ໒໐໒໓

ຈີນ ໂຈມຕີ ປ. ທຣຳ ທີ່ຂູ່ວ່າ ຈະບັ່ນທອນ ການຄ້າ ຍ້ອນການເຊື່ອມໂຍງກັບ ເກົາຫລີເໜືອ


ຫໍ Space Needle ທີ່ເຫັນຢູ່ເບື້ອງຫລັງ ຂອງກຳປັ່ນບັນທຸກ ຫີບສົ່ງສິນຄ້າ ຈອດຢູ່ທ່າເຮືອ ອ່າວ Elliott Bay ໃກ້ໆກັບ ໃນເມືອງ ຂອງນະຄອນ Seattle.

ຈີນ​ໄດ້​ໂຈມ​ຕີ ປະທານາທິບໍດີ​ສະຫະລັດ ທ່ານ​ດໍໂນ​ລ ທຣໍາ ທີ່​ຂົ່ມຂູ່​ວ່າ ຈະໂຈະ​ການ​
ຄ້າ​ກັບປະ​ເທດໃດໆ ທີ່​ທຳ​ທຸລະ​ກິດ​ກັບ​ເກົາຫລີ​ເໜືອ ຫລັງ​ຈາກ​ການ​ທົດ​ລອງ​ນິວ​ເຄລຍ
ຄັ້ງ​ຫລ້າ​ສຸດ ​ໂດຍ​ກ່າວ​ວ່າ ​ເປັນ​ອັນຕະລາຍ​ຢ່າງໃຫຍ່ ​ຕໍ່​ສາຍພົວພັນ ດ້ານການ​ຄ້າລະ
ຫວ່າງ ວໍ​ຊິງ​ຕັນ ​ກັບ​ປັກ​ກິ່ງ.

​ໂຄສົກ​ກະຊວງ​ຕ່າງປະ​ເທດ​ ທ່ານ Geng Shuang ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ “ອັນ​ທີ່
ຮັບ​ເອົາ​ບໍ່​ໄດ້​ຢ່າງ​ແນ່ນອນສຳລັບພວກ​ເຮົາ​ກໍ​ຄື ການພັດທະນານິວເຄຼຽ ແຕ່​ໃນ​ອີ​ກດ້ານ
​ນຶ່ງແລ້ວ ແມ່ນຜົນປະໂຫຍດຂອງພວກ​ເຮົາຈະຖືກລົງໂທດແລະ​ ແລະ​ໄດ້ຮັບ​ຄວາມ​ເສຍ
​ຫາຍ. ນີ້​ບໍ່​ແມ່ນ​ທັງຈຸດປະສົງ ຫລືຄວາມ​ທ່ຽງທຳ.”

ຜູ້ຊາຍຄົນນຶ່ງກຳລັງເບິ່ງໂອລະພາບ ທີ່ອາດເປັນໄປໄດ້ຂອງການທົດລອງນິວເຄລຍ ຂອງເກົາຫລີເໜືອ.
ຜູ້ຊາຍຄົນນຶ່ງກຳລັງເບິ່ງໂອລະພາບ ທີ່ອາດເປັນໄປໄດ້ຂອງການທົດລອງນິວເຄລຍ ຂອງເກົາຫລີເໜືອ.

ຫລັງ​ຈາກ​ພຽງ​ຢາງ​ໄດ້​ດຶງຂະ​ນວນ​ລະ​ເບີດນິວ​ເຄລຍລູກທີ່​ໃຫຍ່ສຸດ ​ໃນ​ການ​ທົດ​ລອງ​ຢູ່
ໃຕ້​ດິນ​ໃນ​ວັນ​ອາທິດ​ທີ່​ຜ່ານ​ມ​າແລ້ວ ປະທານາທິບໍດີ​ທຣໍາ ກ່າວ​ວ່າ ທ່ານ​ກຳລັງ​ພິຈາລະ
ນາ ເຖິງຫລາຍ​ທາງ​ເລືອກ​ໃນ​ການ​ຕອບ​ໂຕ້ ຮວມທັງ​ຕັດ​ການ​ຄ້າ​ກັບ​ບັນດາ​ປະ​ເທດ​ທີ່
​ເຮັດ​ທຸລະ​ກິດ​ກັບ​ເກົາຫລີ​ເໜືອນຳ. ນັ້ນ​ອາດ​ຈະ​ກີດ​ຂວາງ​ຢ່າງ​ວອງ​ໄວ​ ຕໍ່ເກືອບ 650
ພັນ​ລ້ານ​ໂດ​ລາ​ ໃນ​ການ​ແລກປ່ຽນ​ການ​ຄ້າ​ປະຈຳ​ປີ ລະຫວ່າງສະຫະລັດ ​ກັບ​ຈີນ ສອງ​
ປະ​ເທ​ດ​ເສດຖະກິດທີ່ໃຫຍ່່​ສຸດຂອງ​ໂລກ ​ເພາະວ່າ​ປັກ​ກິ່ງ​ເປັນ​ພັນທະ​ມິດ​ທີ່​ສຳຄັນ​ປະ
ເທດ​ດຽວ​ຂອງ​ເກົາຫລີ​ເໜືອ ​ແລະ​ເປັນ​ຄູ່ການຄ້າ​ທີ່ໃຫຍ່​ສຸດ.

ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ Nikki Haley ລາຍງານຕໍ່ສະພາຄວາມໝັ້ນຄົງ.
ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ Nikki Haley ລາຍງານຕໍ່ສະພາຄວາມໝັ້ນຄົງ.

ແມ່ນ​ ປະທານາທິບໍດີ​ທຣໍາ ຈະ​ນຳ​ໃຊ້​ການ​ຂົ່ມຂູ່​ທາງ​ເສດຖະກິດ​ຂອງ​ທ່ານ​ຢ່າງ​ໃດນັ້ນ
​ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ ​ໃນ​ຂະນະ​ທີ່ສະຫະລັດ ​ແລະ​ບັນດາ​ພັນທະ​ມິດ ພວມກົດ​ດັນ​ໃຫ້
​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ເອົາ​ບາດກ້າວ​ໃໝ່​ຕ້ານ​ພຽງ​ຢາງຢູ່ນິ້. ທ່ານ​
ນາງ Nikki Haley ​ເອກ​ອັກຄະ​ລັດຖະທູດ​ອາ​ເມຣິກັນ ປະຈຳ​ອົງການ​ສະຫະ​ປະຊາ
​ຊາດ ກ່າວ​ຕໍ່​ສະພາ​ຄວາມໝັ້ນຄົງ​ໃນ​ວັນ​ຈັນ​ວານ​ນີ້​ວ່າ “​ເວລາ​ໄດ້​ໝົດລົງແລ້ວ ​ສຳລັບ
ຕະການ​ຢ່າງ​ແຮງ​ເທົ່າ​ທີ່​ຄວນ.”

ໂຄສົກກະຊວງຕ່າງປະເທດຈີນ ທ່ານ Geng Shuang ລາຍງານຕໍ່ນັກຂ່າວທີ່ນະຄອນ Beijing,
ໂຄສົກກະຊວງຕ່າງປະເທດຈີນ ທ່ານ Geng Shuang ລາຍງານຕໍ່ນັກຂ່າວທີ່ນະຄອນ Beijing,

ທ່ານ Geng ​ໄດ້​ປະຕິ​ເສດ ທີ່​ຈະ​ກ່າວ​ວ່າ ມາດ​ຕະການ​ແນວ​ໃດ ​ທີ່​ປັກ​ກິ່ງ​ອາດ​ໃຫ້ກາ​ນສະໜັບສະໜູນ​ຕ້ານ​ພຽງ​ຢາງ ​ໂດຍ​ກ່າວ​ວ່າ ​ຈະ​ຂຶ້ນ​ຢູ່​ກັບ​ການ​ສົນ​ທະ​ນາ​ລະຫວ່າງ
​ສະມາຊິກ​ສະພາ​ທີ່ມີ​ອຳນາດ​ລົງ​ຄະ​ແນນ​ສຽງ​ເອົາ​ບົດບາດ ​ຢູ່​ໃນ​ສະຫະ​ປະຊາ​ຊາດ ທີ່
​ຈະ​ຮ່ວມໃ​ນການ “ຮັບຜິດຊອບ ​ໃນທາງສ້າງສັນ.”

ເອກອັກຄະລັດຖະທູດຈີນ ປະຈຳສະຫະປະຊາຊາດ ທ່ານ Liu Jieyi ຖະແຫລງຢູ່ກອງປະຊຸມຄວາມໝັ້ນຄົງ ສະຫະປະຊາຊາດ ທີ່ນະຄອນ New York.
ເອກອັກຄະລັດຖະທູດຈີນ ປະຈຳສະຫະປະຊາຊາດ ທ່ານ Liu Jieyi ຖະແຫລງຢູ່ກອງປະຊຸມຄວາມໝັ້ນຄົງ ສະຫະປະຊາຊາດ ທີ່ນະຄອນ New York.

ທ່ານ Geng ຍັງໄດ້​ເວົ້າອອກມາດ້ວຍຄວາມບໍ່ພໍ​ໃຈ​ຕໍ່​ຄຳ​ເວົ້າ​ຂອງນາຍົກລັດຖະມົນຕີ
ອອສ​ເຕຣ​ເລຍ ທ່ານ Malcolm Turnbull ທີ່​ວ່າ ​ປັກ​ກິ່ງ​ມີ​ຄວາມ​ຮັບຜິດຊອບ​ ທີ່​ຈະ​ໃຊ້​ອິດທິພົນຂອງຕົນ​ຕໍ່​ເກົາຫລີ​ເໜືອ ​ເພາະວ່າ​ເກົາຫລີ​ເໜືອ​ເປັນ​ຄູ່​ການ​ຄ້າ​ທີ່​ສຳຄັນຂອງເກົາຫຼີເໜືອ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US China Trade
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG