ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ປົດເຈົ້າໜ້າທີ່ 6 ຄົນ ຍ້ອນການໂຈມຕີ ຢູ່ທີ່ ໂຮງຮຽນປະຖົມ


ຜູ້ຊາຍຄົນນີ້ເຍີງເສື້ອທີ່ເຕັມໄປດ້ວຍເລືອດຂອງລູກຊາຍລາວ ທີ່ນອນຢູ່ໃນໂຮງໝໍໃຫ້ເບິ່ງ ລຸນຫລັງທີ່ຖືກແທງດ້ວຍມີດ ໃນເຫດການທີ່ເກີດຂຶ້ນໃນວັນທີ 14 ທັນວາ 2012 ຢູ່​ໂຮງຮຽນ​ປະຖົມ​ ໃນແຂວງນຶ່ງໃນເຂດ Guangshan ຢູ່ພາກ​ກາງຂອງ​ຈີນ
ຜູ້ຊາຍຄົນນີ້ເຍີງເສື້ອທີ່ເຕັມໄປດ້ວຍເລືອດຂອງລູກຊາຍລາວ ທີ່ນອນຢູ່ໃນໂຮງໝໍໃຫ້ເບິ່ງ ລຸນຫລັງທີ່ຖືກແທງດ້ວຍມີດ ໃນເຫດການທີ່ເກີດຂຶ້ນໃນວັນທີ 14 ທັນວາ 2012 ຢູ່​ໂຮງຮຽນ​ປະຖົມ​ ໃນແຂວງນຶ່ງໃນເຂດ Guangshan ຢູ່ພາກ​ກາງຂອງ​ຈີນ
ທາງການ​ຈີນໄດ້ໄລ່ພວກເຈົ້າໜ້າທີ່ 6 ຄົນອອກຈາກຕໍາແໜ່ງ
ຍ້ອນ “ບໍ່ມີການ ຮັບມືຢ່າງເໝາະສົມ” ຕໍ່ການ​ໂຈມ​ຕີ​ພວກ​ເດັກ
ນ້ອຍນັກຮຽນດ້ວຍມີດຢູ່​ໂຮງຮຽນ​ປະຖົມໃນແຂວງນຶ່ງ ຢູ່ພາກ
​ກາງຂອງ​ຈີນ ຊຶ່ງເຮັດໃຫ້ເດັກນ້ອຍນັກຮຽນ 23 ຄົນໄດ້ຮັບບາດ
ເຈັບນັ້ນ.

ອົງການ​ຂ່າວ​ Xinhua ຂອງ​ທາງ​ການ​ຈີນ ກ່າວ​ໃນວັນອັງຄານວານນີ້ວ່າ ຄູໃຫຍ່ສອງຄົນ ຂອງໂຮງຮຽນ, ເຈົ້າໜ້າທີ່ຕໍາຫລວດ 2 ຄົນ, ເຈົ້າໜ້າທີ່ຮັກສາ ຄວາມປອດໄພປະຈໍາທ້ອງ ຖິ່ນ ແລະຜູ້ອໍານວຍການດ້ານການສຶກສາປະຈໍາເຂດ ໄດ້ຖືກປົດອອກຈາກຕໍາແໜ່ງ.

ເດັກນ້ອຍນັກຮຽນ 23 ຄົນ ແລະຊາວບ້ານທີ່ແກ່ຊະລາຜູ້ນຶ່ງ ໄດ້ຮັບບາດເຈັບ ໃນວັນສຸກ ຜ່ານມານີ້ ເວລາຜູ້ຊາຍອາຍຸ 36 ປີຄົນນຶ່ງທີ່ຖື​ມີດຄົວກິນ ແລ່ນ​ເຂົ້າ​ໄປ​ໃນ​ໂຮງຮຽນຢູ່ໃນ ແຂວງ Henan. ພວກ​ເດັກນ້ອຍ​ເຫຼົ່ານີ້ ບໍ່ມີຜູ້ໃດໄດ້ຮັບບາດເຈັບສາຫັດ ແລະຊາຍຜູ້ນັ້ນ ກໍຖືກຈັບຢ່າງວ່ອງໄວ.

ລາຍງານບໍ່ໄດ້ໃຫ້ເຫດຜົນກ່ຽວກັບການໄລ່ພວກເຈົ້າໜ້າທີ່ອອກການແຕ່ຢ່າງໃດ ແຕ່ກໍໄດ້ ໃຫ້ຄໍາເຫັນວ່າ ການເຮັດແນວນັ້ນ ແມ່ນເພື່ອຕອບສະໜອງຕາມຄວາມຮຽກຮ້ອງຂອງ ປະຊາຊົນຕໍ່ສະພາບການທີ່ “ຄິດວ່າເຈົ້າໜ້າທີ່ທ້ອງຖິ່ນ ບໍ່ໄດ້ສະແດງຄວາມຮັບຜິດຊອບ ຂອງຕົນ ແລະມີຄວາມເມີນເສີຍຕໍ່ໂສກນາດຕະກໍາດັ່ງ ກ່າວ.” ​
XS
SM
MD
LG