ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຈີນບໍ່ຢາກໃຫ້ ສຫລ ເຂົ້າຍຸ່ງກ່ຽວ


ທະຫານຫວຽດນາມ ເທິງເກາະ Spratly ຊຶ່ງເປັນນຶ່ງໃນບັນດາໝູ່ເກາະ ທີ່ມີການຂັດແຍ້ງ ໃນເຂດທະເລຈີນໃຕ້
ທະຫານຫວຽດນາມ ເທິງເກາະ Spratly ຊຶ່ງເປັນນຶ່ງໃນບັນດາໝູ່ເກາະ ທີ່ມີການຂັດແຍ້ງ ໃນເຂດທະເລຈີນໃຕ້

ຈີນກ່າວວ່າ ສະຫະລັດບໍ່ຄວນຈະເຂົ້າໄປຍຸ່ງກ່ຽວໃນບັນຫາ ຂັດແຍ້ງ ກ່ຽວກັບເຂດນໍ້າແດນດິນໃນເຂດທະເລຈີນໃຕ້ເວ ລາປະທານາທິບໍດີບາຣັກ ໂອບາມາ ພົບປະກັບພວກຜູ້ນຳ ຂອງບັນດາປະເທດ ໃນເຂດເອເຊຍຕາເວັນອອກສຽງໃຕ້ຫຼື ອາຊ່ຽນ ທີ່ນະຄອນນິວຢອກ ໃນວັນສຸກມື້ຮືນີ້

ທ່ານນາງ Jiang Yu ໂຄສົກກະຊວງການຕ່າງປະເທດ ຈີນກ່າວໃນວັນອັງຄານວານນີ້ວ່າການໃຫ້ຄວາມເຫັນໃດໆ ກໍຕາມກ່ຽວກັບບັນຫາດັ່ງກ່າວ ອາດກໍ່ໃຫ້ເກີດຄວາມ ເຄັ່ງຕຶງໄດ້ ແລະເຮັດໃຫ້ບັນຫານີ້ ມີຄວາມສັບສົນຕື່ມຂຶ້ນ. ການອ້າງກຳມະສິດຂອງຈີນ ເອົາໝູ່ເກາະຕ່າງໆທັງໝົດ ໃນເຂດທະເລຈີນໃຕ້ ໄດ້ມີ​ການ​ອ້າງກັບ​ຄືນ​ມາ ເປັນບາງສ່ວນຫຼືທັງໝົດ ຈາກຫວຽດນາມ ມາເລເຊຍ ຟີລິບປິນ ບຣູນາຍ ແລະໄຕ້ຫວັນ.

ອົງການຂ່າວເອພີ ລາຍງານໃນມື້ວັນອາທິດ ຜ່ານມານີ້ວ່າ ຕົນໄດ້ຮັບຮ່າງຖະແຫຼງການ ທີ່ ທ່ານໂອບາມາ ແລະພວກຜູ້ນຳເອເຊຍຕາເວັນອອກສຽງໃຕ້ ຈະນຳອອກເຜີຍແຜ່ ໃນການພົບ ປະສຸດຍອດ ລະຫວ່າງສະຫະລັດແລະສະມາຄົມອາຊ່ຽນ​ ໃນ​ມື້ວັນ​ສຸກ​ນັ້ນ. ເອພີເວົ້າວ່າ ຖະ ແຫຼງການດັ່ງກ່າວ ຮຽກຮ້ອງໃຫ້ແກ້ໄຂ ບັນຫາຂັດແຍ້ງໃນເຂດທະເລຈີນໃຕ້ ໂດຍສັນຕິວິທີ ແລະຮຽກຮ້ອງ​ໄປ​ຍັງ ບັນດາປະເທດ ທີ່ອ້າງກຳມະສິດທັງໝົດ ບໍ່ໃຫ້ໃຊ້ກຳລັງ.

ສະຫະລັດ ໄດ້ຮ່ວມສົມທົບ ກັບຫຼາຍໆປະເທດໃນເອເຊຍ ຮຽກຮ້ອງໃຫ້ ແກ້ໄຂບັນຫາຂັດ ແຍ້ງດັ່ງກ່າວ ແບບຫຼາຍຝ່າຍ ທີ່ກອງປະຊຸມ ວ່າດ້ວຍຄວາມໝັ້ນຄົງ ພູມີພາກອາຊ່ຽນຢູ່ ຫວຽດນາມ ໃນເດືອນກໍລະກົດຜ່ານມາ ຊຶ່ງໄດ້ສ້າງຄວາມໂກດ ແຄ້ນໃຫ້ແກ່ຈີນ ທີ່ຢາກແກ້ ໄຂບັນຫາດັ່ງກ່າວ ກັບບັນດາປະເທດເພື່ອນບ້ານທີ່ນ້ອຍກ່ວາຕົນ ບົນພື້ນຖານສອງຝ່າຍ.

ການພົບປະສຸດຍອດ ໃນມື້ວັນສຸກນີ້ ຈະເປັນການພົບປະຄັ້ງທີ 2 ລະຫວ່າງ ທ່ານໂອບາມາ ແລະພວກຜູ້ນຳຂອງສະມາຄົມອາຊ່ຽນ ທີ່ມີສະມາຊິກ 10 ປະເທດ ປະກອບດ້ວຍ ບຣູນາຍ ມຽນມາ ກຳປູເຈຍ ລາວ ອິນໂດເນເຊຍ ມາເລເຊຍ ຟິລິບປິນ ສິງກະໂປ ໄທ ແລະ ຫວຽດ ນາມ.

XS
SM
MD
LG