ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມຸນຕີຕ່າງປະເທດຈີນ ພົບປະກັບຄູ່ສົນທະນາ ຈາກກຸ່ມອາຊ່ຽນ


ພວກລັດຖະມຸນຕີການຕ່າງປະເທດຂອງກຸ່ມອາຊຽນເວລາປະຊຸມກັນ
ທີ່ອິນໂດເນເຊຍ, ວັນທີ 16 ມັງກອນ 2011
ພວກລັດຖະມຸນຕີການຕ່າງປະເທດຂອງກຸ່ມອາຊຽນເວລາປະຊຸມກັນ ທີ່ອິນໂດເນເຊຍ, ວັນທີ 16 ມັງກອນ 2011

ທ່ານ Yang Jiechi ລັດຖະມຸນຕີ​ການ​ຕ່າງປະ​ເທດ​ຈີນ
ໄດ້​ສະ​ແ​ດງການ​ຄໍານັບ​ຮັບຕ້ອນຄູ່​ຕໍາ​ແໜ່​ງ ຈາກ 10
ປະ​ເທດສະມາຊິກ​ຂອງ​ກຸ່ມ​ອາ​ຊ່ຽນ ສູ່ເມືອງ​ຄຸນ​ໝິງ ທີ່
ໄປຮ່ວມ​ກການ​ພົບ​ປະ​ຫາລື​ກັນ ທີ່​ເປັນ​ຂີດ​ໝາຍ​ຄົບຮອບ
20 ປີ​ແຫ່ງ​ການສົນທະນາ​ກັນ​ລະຫວ່າງ​ຈີນ​ກັບ​ກຸ່ມ​ອາຊຽນ
ນັ້ນ.

ອົງການ​ຂ່າວຊິນ​ຫົວ​ຂອງທາງ​ການ​ຈີນ​ອ້າງ​ຄໍາ​ເວົ້າ​ຂອງ​
ທ່ານ Yang ທີ່​ກ່າວ​ວ່າ ການຢ້ຽມຢາມ​ຄັ້ງ​ນີ້ ​ຈະ​ເປັນການ
ເນ້ນໜັກ​ເຖິງ​ການ​ເຊື່ອມ​ໂຍງ​ລະຫວ່າງ​ຈີນ​ກັບ​ຂົງ​ເຂດເອເຊຍ
ຕາ​ເວັນ​ອອກສຽງ​ໃຕ້. ພວກ​ລັດຖະມຸນຕີ​ຕ່າງປະ​ເທດອາ​ຊ່ຽນ​
ໄດ້ພາກັນ​ເດີນທາງໂດຍ​ທາງບົກໄປ​ຍັງ​ເມືອງ​ຄຸນ​ໝິ່ງຈາກ​ໄທ
ຕາມ​ຖະໜົນ​ທີ່ຈະໄດ້​ຮັບ​ການ​ສ້ອມແປງແລະປັບປຸງ​ໃຫ້ດີ​ຂຶ້ນ
ເພື່ອ​ໃຫ້​ຄວາມ​ສະດວກ​ແກ່​ການ​ຄ້າ​ແລະ​ການ​ພານິດ​ນັ້ນ.

ພວກ​ລັດຖະມຸນຕີ​ເຫລົ່າ​ນີ້​ ກໍານົດ​ຈະ​ທໍາ​ການ​ໂອ້​ລົມ​ສົນທະ
ນາ​ກັນ​ກ່ຽວ​ກັບບັນຫາ​ຂັດແຍ້​ງເລື້ອງ​ການ​ກ່າວ​ອ້າງເອົາ​ກໍາ
ມະສິດໃນ​ໝູ່​ເກາະ Spratley ອັນ​ເປັນ​ສາຍ​ເກາະ​ເລັກໆ​ນ້ອຍໆ
ຫາດ​ຊາຍ​ຕື້ນໆ ​ແລະ​ໂຂ​ດຫິນຕິດ​ຕໍ່​ກັນ​ຫລາຍ​ກວ່າ 100 ​ແຫ່ງ​ ໃນ​ທະ​ເລ​ຈີນ​ໃຕ້​ນັ້ນ.

ພວກ​ລັດຖະມຸນຕີ​ຈາ​ກກຸ່ມ​ອາ​ຊ່ຽນ ​ໄດ້ໃຊ້​ເວລາ​ເດີນທາງ​ມາ​ເປັນ​ເວລາ 3 ມື້​ໂດຍ​ທາງເຮືອ
ທາງ​ລົດ​ບັສ ຫລື​ລົດ​ເມ ​ລົດ​ໂອ​ໂຕ​ແລະ​ທາງ​ເຮືອບິນ ​ໄປ​ຍັງ​ເມືອງ​ຄຸນ​ໝິງ ​ໃນການ​ເດີນທາງ​
ທີ່​ມີ​ວັດຖຸ​ປະສົງ ເພື່ອ​ເນ້ນ​ຄວາມ​ສໍາຄັນ​ແກ່ແຜນການ​ຕ່າງໆ​ເພື່ອ​ເຊື່ອມໂຍງ​ກັບ​ພວກ​ຕະຫຼາດ
ທີ່ຢູ່​ຫ່າງ​ໄກ​ຂອງ​ຂົງ​ເຂດ​ ​ໃສ່ກັບອໍານາດ​ເສ​ດຖະກິດທີ່​ໃຫຍ່​ທີ່​ສຸດຂອງ​ເອ​ເຊຍ​ນັ້ນ.

ຈາກ​ໄທ ພວກ​ລັດຖະມຸນຕີ​ໄດ້​ພາກັນ​ຂ້າມ​ແມ່​ນໍ້າຂອງ​ ນໍາ​ເຮືອ​ຂ້າມ​ຟາກ​ໄປ​ຫາ​ລາວຫລັງ​
ຈາກ​ນັ້ນ​ ກໍພາກັນ​ເດີນທາງ​ໄປ​ນໍາ​ລົດ​ບັສ​ ໄປ​ຍັງ​ຊາຍ​ແດນ​ຈີນ. ຈາກ​ຊາຍ​ແດນ​ຈີນ ພວກ
ເຂົາ​ເຈົ້າ​ເດີນທາງ​ໄປ​ນໍາ​ລົດ ​ແລະ​ເຮືອບິນ​ໄປ​ຍັງ​ຄຸນ​ໝິງ ​ເມືອງຫລວງ​ຂອງ​ແຂວງ​ຢຸນນານ​
ຂອງ​ຈີນ​ນັ້ນ.

XS
SM
MD
LG