ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໑ ກັນຍາ ໒໐໒໓

ຈີນແລະອາຊຽນ ເຮັດຂໍ້ຕົກລົງ ໃຊ້ເງິນຢວນ ຈ່າຍຄ່າການຊື້ຂາຍສິນຄ້າກັນ


ທ່ານເຫວິ້ນເຈຍບາວ ກ່າວຄໍາປາໄສຕໍ່ກອງປະຊຸມສຸດຍອດວ່າດ້ວຍ ທຸລະກິດແລະການລົງທຶນລະຫວ່າງຈີນແລະກຸ່ມອາຊຽນ ທີ່ Nanning, ຈີນ, ວັນທີ 23 ຕຸລາ 2011.



















ຈີນ​ໄດ້​ຢືນຢັນ​ລາຍ​ງານ​ຂ່າວ​ທີ່​ວ່າ​ ຕົນ​ກໍາລັງເຮັດ​ຂໍ້​ຕົກລົງ​ສະບັບ​ນຶ່ງກັບ​ກຸ່ມ​ອາ​ຊຽນ ເພື່ອໃຊ້​ຈ່າຍ​ຄ່າການ​ຄ້າ​ກັນ​ເປັນ​ເງິນ​ຢວນ.

ອົງການ​ຂ່າວ​ຊິນ​ຫົວ​ຂອງທາງ​ການ​ຈີນ​ອ້າງ​ຄໍາ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ທະນາຄານແຫ່ງ​ຊາດ​ຈີນ​ທ່ານນຶ່ງ​ທີ່​ກ່າວວ່າ ການ​ເຮັດ​ສັນຍາ​ດັ່ງກ່າວ​ກໍາລັງ​ດໍາ​ເນີນ​ໄປ​ຢູ່​ໃນ​ເວລາ​ນີ້.

ທ່ານ Jin Qi ຮອງ​ຜູ້​ອໍານວຍ​ການ​ທະນາຄານ​ປະຊາຊົນ​ຈີນ ກ່າວ​ຢູ່​ນອກ​ກອງ​ປະຊຸ​ມສຸດ​ຍອດ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ການ​ເງິນ​ແລະ​ການພັດທະນາ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ ທີ່ Nanning ​ເມືອງຫລວງ​ຂອງ​ມົນທົນ Guangxi Zhuang ຂອງ​ຈີນ.

ລາຍ​ງານ​ຂ່າວ​ໃນ​ວັນ​ພະຫັດ​ຜ່ານ​ມາເວົ້າ​ວ່າ ຂໍ້​ຕົກລົງລະຫວ່າງ​ຈີນ​ແລະ​ກຸ່ມ​ອາ​ຊຽນກ່ຽວ​ກັບ​ເລື້ອງ​ນີ້ ​ເບິ່ງ​ຄື​ວ່າ​ຈະ​ມີ​ການ​ລົງ​ນາມ​ກັນ​ໃນ​ທ້າຍ​ປີ​ນີ້ ຫລື​ໃນ​ຕົ້ນ​ປີໜ້າ.

ພາຍ​ໃຕ້​ຂໍ້​ຕົກລົງທີ່​ວ່າ​ນີ້ ພວກ​ທະນາຄານ​ໃນ​ຈີນ​ແລະ​ໃນ​ບັນດາ​ປະ​ເທດ​ກຸ່ມ​ອາ​ຊຽນ ຈະ​ເລີ້ມ​ຕົ້ນ​ແລກປ່ຽນ​ເງິນ​ຢວນຂອງ​ຈີນ​ກັບ​ເງິນຕາ​ຂອງ​ພວກ​ປະ​ເທດ​ອາ​ຊຽນ​.

ຂ່າວ​ຊິນ​ຫົວ​ຍັງ​ອ້າງ​ຄໍາ​ເວົ້າ​ຂອງ​ທ່ານ Lian Ping ຫົວໜ້ານັກ​ເສດຖະສາດຂອງ​ທະນາ
ຄານສື່ສານຄົມມະນາ​ຄົມ​ ວ່າ ຂໍ້​ຕົກລົງ​ດັ່ງກ່າວ​ຈະເສີມ​ ຂະຫຍາຍການຄ້າ​ລະຫວ່າງ​ຈີນ​
ແລະ​ກຸ່ມ​ອາ​ຊຽນຂຶ້ນຢ່າງ​ຫລວງຫລາຍ ​ແລະ​ຮັບປະກັນ​ສະຖຽນ​ລະ​ພາບ​ດ້ານ​ການ​ເງິນ
ໃນ​ພາກ​ພື້ນ.

ທ່ານ Lian Ping ໃຫ້​ຂໍ້​ສັງ​ເກດ​ວ່າ ຜ່ານ​ມາ​ເງິນ​ໂດ​ລາ​ສະຫະລັດແມ່ນໄດ້​ເປັນ​ເງິນຕາ​ຄອບ​ງໍາ​ໃນ​ການ​ຈ່າຍ​ແລະ​ການ​ຕົກລົງ​ຊື້​ຂາຍ​ກັນ​ຢູ່ໃນພາກພື້ນ​ເອ​ເຊຍປາຊີ​ຟິກນັ້ນ.

ໃນ​ຖານະ​ເປັນ​ປະ​ເທດ​ທີ່​ມີ​ເສດ​ຖະກິດ​ໃຫຍ່ອັນ​ດັບ​ສອງ​ຂອງ​ໂລກ ຈີນ​ໄດ້​ມີ​ຄວາມ​ກະຕືລື​ລົ້ນ​ມາໃນ​ການຢາກ​ໃຫ້​ເງິນຕາ​ຂອງ​ຕົນມີ​ບົດບາດຫລາຍ​ຂຶ້ນ​ໃນ​ລະຫວ່າງ​ຊາດ​ນັ້ນ.

XS
SM
MD
LG