ຈີນໄດ້ກ່າວຢືນຢັນເປັນເທື່ອທໍາອິດທີ່ວ່າ ຕົນກໍາລັງທໍາການສືບສວນນາຍ Ai Weiwei ນັກເຄື່ອນໄຫວແລະນັກແຕ້ມຮູບທີ່ມີຊື່ສຽງ ທີ່ໄດ້ຖືກຈັບກຸມໃນຂະນະທີ່ຜູ້ກ່ຽວກໍາລັງພະຍາຍາມຂຶ້ນເຮືອບິນທີ່ສະໜາມບິນລະຫວ່າງຊາດກຸງປັກກິງໃນວັນອາທິດຜ່ານມານີ້.
ທ່ານ Hong Lei ໂຄສົກປະຈໍາກະຊວງການຕ່າງປະເທດຈີນ ກ່າວໃນວັນພະຫັດມື້ນີ້ວ່າ ນາຍ Ai ກໍງລັງຖືກສືບສວນໃນຂໍ້ຫາຖານສົງໄສທໍາອາຊະຍາກໍາດ້ານເສດຖະກິດ ແລະປະຕິເສດວ່າຄະດີບໍ່ມີສ່ວນພົວພັນໃດໆກັບດ້ານສິດທິມະນຸດ ຫລືເສລີພາບໃນການສະແດງຄວາມຄິດຄວາມເຫັນອອກມານັ້ນ. ໂຄສົກທ່ານນີ້ກ່າວຕໍ່ໄປວ່າ ພວກປະເທດອື່ນໆກໍຄວນເຄົາລົບນັບຖືການຮັບມືຂອງຈີນໃນຄະດີດັ່ງກ່າວນີ້.
ພວກປະເທດຝ່າຍຕາເວັນຕົກໃຫຍ່ໆໄດ້ພາກັນປະທ້ວງການຄຸມຂັງນາຍ Ai ຊຶ່ງໄດ້ນໍາຮູບແຕ້ມຂອງລາວໄປສະແດງໃນບ່ອນວາງສະແດງຮູບພາບທີ່ມີຊື່ສຽງຂອງໂລກບາງແຫ່ງມາແລ້ວ ແລະເປັນຜູ້ຊ່ອຍອອກແບບສະໜາມກີລາໂອລິມປິກຮູບຊົງຮັງນົກຫຼື Bird’s Nest ໃນກຸງປັກກິງ ນັ້ນ. ທ່ານ John Huntsman ເອກອັກຄະລັດຖະທູດສະຫະລັດປະຈໍາຈີນກ່າວຢູ່ທີ່ນະຄອນຊຽງໄຮ້ໃນແລງວັນພຸດວານນີ້ວ່າ ສະຫະລັດຈະ ບໍ່ຢຸດເຊົາການສະໜັບສະໜຸນພວກນັກເຄື່ອນໄຫວໃນດ້ານສັງຄົມນັ້ນຈັກເທື່ອ ເຊ່ນນາຍ Ai Weiwei ນີ້.
ທ່ານ Hong Lei ບໍ່ໄດ້ໃຫ້ຄໍາຊີ້ແຈງເພີ່ມຕື່ມກ່ຽວກັບອາຊະກໍາທີ່ນາຍ Ai ອາດຈະໄດ້ກະທໍາໄປນັ້ນ. ການຈັບກຸມຜູ້ກ່ຽວມີຂຶ້ນທ່າມກາງທີ່ມີການປາບປາມຢ່າງແຜ່ ຫລາຍພວກຄັດຄ້ານລັດຖະບານ ທີ່ວ່າ ນາຍ Ai ວັຍ 53 ປີຄົນນີ້ໄດ້ຖືກບັນທຶກຈາກບັນຊີສື່ສັງຄົມ Twitter ຂອງຜູ້ກ່ຽວ.