ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນ ຈັບພະນັກງານ ບໍລິສັດ Husi ຫ້າຄົນ ຍ້ອນ ຂາຍຊີ້ນ ໝົດກຳໜົດ


ປ້າຍຂອງຮ້ານອາຫານ McDonald's ແລະ KFC ໃນນະຄອນ ປັກກິ່ງ
ປ້າຍຂອງຮ້ານອາຫານ McDonald's ແລະ KFC ໃນນະຄອນ ປັກກິ່ງ

ຕຳຫຼວດ​ຈີນ ໄດ້​ຈັບ​ພະນັກງານ​ຫ້າ​ຄົນຂອງບໍລິສັດ Shanghai
ສົ່ງ​ອາຫານ ທີ່​ຖືກ​ກ່າວ​ຫາ​ວ່າ ຂາຍ​ຊີ້ນ​ໝົດ​ກຳໜົດ ​ໃຫ້​ແກ່​ຮ້ານ​
ອາຫານໄວທັນໃຈຫຼາຍຮ້ານ ຮວມ​ທັງຮ້ານ McDonald's​ແລະ
KFC.​

ຕໍ​າຫລວດ​ນະຄອນ Shanghai ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ພວກ​ທີ່
​ຖື​ກຈັບ ແມ່ນຮວມ​ທັງ ​ຫົວໜ້າບໍລິສັດ Husi Food ​ແລະ​ຜູ້​ຈັດ
ການດ້ານ​ຄຸນ​ນະພາ​ບ. ບໍລິສັດ Husi Food ​ແມ່ນ​ສ່ວນ​ນຶ່ງຂອງ
ບໍລິສັດນຳ​ສົ່ງ​ອາຫານ​ ໃນກຸ່ມ ​OSI ຂອງສະຫະລັດ.

​ໂທລະ​ພາບ​ Dragon ຂອງຈີນ ​ໄດ້ລາຍ​ງານ​ໃນ​ວັນ​ອາທິດ​ແລ້ວນີ້
ວ່າ ພວກ​ພະນັກງານ​ຂອງບໍລິສັດ Husi Food ​ໄດ້​ປະສົມ​ຊີ້ນທີ່​ໝົດ​ອາຍຸ ກັບ​ຊີ້ນ​ສົດ ຕິດ​ກາ ໃສ່ໃໝ່ ໃຊ້​ວັນ​ທີຍັງ​ບໍ່ໝົດ​ກຳໜົດ ​ແລະ​ໃຊ້​ຊີ້ນ​ທີ່​ຕົກລົງ​ພື້ນແລ້ວນັ້ນ.

ອົງການ​ຂ່າວ​ຊິນ​ຫົວ ຂອງທາງ​ການ​ຈີນ ໃນວັນພຸດມື້ນີ້ ໄດ້ອ້າງ​ຄຳ​ເວົ້າ​ຂອງ​ບັນດາເຈົ້າໜ້າທີ່ ທີ່ກ່າວວ່າ ບັນ​ຫາ​ຈຳນວນ​ນຶ່ງ​ທີ່ບໍລິສັດ Husi Food ບໍ່​ໄດ້​ຈຳກັດ​ ແຕ່​ສະ​ເພາະ​ສ່ວນ​ບຸກຄົນ ເທົ່ານັ້ນ ​ແຕ່​ໄດ້ຖືກ “ຈັດ​ແຈງ ​ແລະ​ຈັດ​ຕັ້ງ​ໂດຍ​ບໍລິສັດ.”

ບັນດາ​ຮ້ານ​ອາຫານ ຮວມ​ທັງ McDonald, KFC, Burger King ​ແລະ Starbucks ​ໄດ້ສັ່ງໃຫ້​ເກັບຄືນ​ຊີ້ນ​ ຂອງບໍລິສັດ Husi​ Food ທັງໝົດ. ຍັງ​ບໍ່​ທັນ​ມີ​ລາຍງານ ​ກ່ຽວກັບ ການເຈັບປ່ວຍ ໃດໆຈາກຊີ້ນນີ້ເທື່ອ ​. ຊີ້ນ​ຈຳນວນ​ນຶ່ງ​ໄດ້​ຖືກສົ່ງໄປຂາຍ​ທີ່ປະ​ເທດ​ຍີ່ປຸ່ນ.

ລາຍງານນີ້​ໄດ້​ເຮັດ​ໃຫ້​ຊາວ​ຈີນ​ເກີດ​ຄວາມໂກດ​ແຄ້ນ ຊຶ່ງ​ເປັນ​ຜູ້​ທີ່​ມີ​ຄວາມ​ຮູ້ສຶກ​ຕໍ່​ບັນຫາ
ຄວາມ​ປອດ​ໄພ​ຂອງ​ອາຫານ ຫລັງຈາກໄດ້ເກີດຂ່າວນອງນັນຊຳ້ແລ້ວຊຳ້ອີກ ກ່ຽວກັບ
ຄວາມ​ປອດ​ໄພ​ດ້ານອາຫານ ໃນ​ລະຫວ່າງ​ບໍ່​ເທົ່າໃດ​ປີ​ທີ່​ຜ່ານ​ມານີ້ ທີ່ ​ເຮັດ​ໃຫ້​ຫລາຍ​ຄົນ
​ເສຍ​ຊີວິດ​ຮວມ​ທັງ​ພວກເດັກນ້ອຍທາລົກນຳ.

XS
SM
MD
LG