ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຈັບ 7 ຄົນ ທີ່ພົວພັນ ກັບການໂຈມຕີ ຢູ່ສະຖານີລົດໄຟ


ການໂຈມຕີຢູ່ຈີນ
ການໂຈມຕີຢູ່ຈີນ
ເຈົ້າໜ້າທີ່ຈີນ ໄດ້ຈັບ 7 ຄົນ ທີ່ສົງໄສວ່າ ພົວພັນນຳການໃຊ້ມີດ
ແລະລະເບີດໂຈມຕີຢູ່ສະຖານີລົດໄຟແຫ່ງນຶ່ງໃນເຂດຊິນຈຽງທີ່
ວຸ້ນວາຍ ທາງພາກຕາເວັນຕົກ ຂອງ ປະເທດ ເມື່ອທ້າຍເດືອນ
ແລ້ວນີ້.

ໜັງສືພິມ Global Times ຂອງທາງການຈີນ ລາຍງານໃນວັນ
ເສົາວານນີ້ວ່າ ບຸກຄົນທັງ 7 ໄດ້ຖືກຈັບໃນວັນທີ 14 ພຶດສະພາ
ຢູ່ທີ່ແຂວງຊິນຈຽງ ແລະເວລານີ້ພວມຖືກສອບປາກຄຳຢູ່.

ມີຄົນນຶ່ງເສຍຊີວິດ ແລະອີກ 79 ຄົນບາດເຈັບ ໃນວັນທີ 30 ເມ
ສາຜ່ານມາ ເວລາພວກໂຈມຕີບີບຄະນວນລະເບີດໃຫ້ແຕກຂຶ້ນ ແລະໃຊ້ມີດໄລ່ແທງ ຜູ້ໂດຍສານ ທີ່ສະຖານີລົດໄຟ South Station ຢູ່ທີ່ເມືອງອຸຣຸມຈີ ນະ ຄອນຫລວງຂອງເຂດຊິນຈຽງ. ມີຄົນຮ້າຍ 2 ຄົນຖືກຂ້າຕາຍ ໃນລະຫວ່າງການໂຈມຕີດັ່ງ ກ່າວ.

ການໂຈມຕີທີ່ວ່ານີ້ ມີຂຶ້ນໃນມື້ດຽວກັນກັບທີ່ປະທານປະເທດຈີນທ່ານ ສີ ຈິ້ນຜິງ ເດີນທາງ ໄປຢ້ຽມຢາມ ເຂດຊິນຈຽງ ບ່ອນທີ່ທ່ານໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະທຳການບຸກໂຈມຕີ ຕໍ່ ອັນທີ່ລັດຖະບານຈີນຖືວ່າ ພວກແບ່ງແຍກດິນແດນນັ້ນ.
XS
SM
MD
LG