ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຈີນວ່າ ກອງທັບຂອງຕົນ ທີ່ມີກໍາລັງພົນ 2 ລ້ານ 3 ​ແສນ​ຄົນນັ້ນ ​ແມ່ນ​ເໝາະ​ສົມແລ້ວ


Вдови на святі Холі, відомому, як Фестиваль кольорів.
Вдови на святі Холі, відомому, як Фестиваль кольорів.

ມວນ​ຊົນ​ຈີນອ້າງ​ຄໍາ​ເວົ້າຂອງ​ນາຍ​ທະ​ຫານ​ຂັ້ນ​ອາວຸ​ໂສ​ຂອງ​ຈີນ​ທ່ານ​ນຶ່ງ​ ທີ່​ກ່າວ​ວ່າ ຂະໜາດ​ຂອງກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ ທີ່​ມີຈໍານວນທັງ​ໝົດ 2 ລ້ານ 3 ​ແສນ​ຄົນນັ້ນ ​ແມ່ນ​ເໝາະ​ສົມ​ສໍາລັບ​ຄວາມຕ້ອງ ການທາງ​ທະຫານ​ຂອງ​ຈີນ.

ນາຍ​ທະຫານ​ຂັ້ນ​ອາວຸ​ໂສທີ່​ຂ່າວບໍ່​ໄດ້​ແຈ້ງ​ຊື່​ໃຫ້​ຊາບ​ ໄດ້​ຖະ​ແຫລ​ງໃນ​ວັນ​ຈັນມື້​ນີ້ ຢູ່ທີ່​ສໍານັກງານ​ຂອງກອງເສນາ​ທິການ​ຂອງ​ກອງທັບ​ປົດ ປ່ອຍປະ​ຊາ​ຊົນຈີນ​ ​ໃນ​ການຕອບ​ສະໜອງ​ຕໍ່​ຂ່າວ​ຊ່າ​ລື​ໃນ​ໜ້າ​ລົມ​ກັນ ທາງ​ອິນ​ເຕີ​ແນັທຂອງ​ກອງທັບ ທີ່ວ່າ ກອງທັບ​ຈະ​ຕັດ​ຈໍານວນພົນທະ ຫານລົງ​ຢ່າງ​ຫລວງຫລາຍ ຊຶ່ງ​ໜັງສືພິມ Global Times ກ່າວ​ວ່າ ຕາມຂ່າວ​ຊ່າ​ລືນັ້ນ ການ​ຕັດ​ຈະລົດ​ຈໍານວນ​ທະຫານ​ລົງ​ມາ​ເປັນ 1 ລ້ານ 5 ​ແສນ​ຄົນ​ໃນໄລຍະ 10 ປີ ​ໃນ​ຂະນະ​ທີ່​ທາງ​ກອງທັບ​ສ້າງ​ຕັ້ງ​ກອງທັບ​ທີ່​ມີ​ເທັກ​ໂນ​ໂລ​ຈີ​ລະດັບ​ສູງ​ແລະ​ມີ​ຄຸນ​ນະສົມບັດສູງ​ນັ້ນ.

ໜັງສືພິມ​ທີ່​ພັກ​ຄອມ​ມີ​ວນີສຄວບ​ຄຸມ​ສະບັບ​ນີ້ ກ່າວ​ວ່າ ການ​ຕັດ​ຈໍານວນ​ພົນ​ໃນ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ລົງ​ນີ້​ ​ໄດ້​ເປັນ​ແນວ​ໂນ້ມ​ໄລຍະ​ຍາວມາ​ດົນ​ແລ້ວ ​ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ຈໍານວນ​ພົນທະຫານ​ໃນ​ປັດຈຸບັນກໍ​ແມ່ນໄດ້​ຖືກລົດ​ລົງ​ແລ້ວຫລາຍ​ກວ່າ 1 ລ້ານ​ຄົນ​ນັບ​ແຕ່​ປີ 1987 ​ເປັນ​ຕົ້ນ​ມາ.

ໜັງສືພິມ​ສະບັບ​ນີ້​ອ້າງ​ຄໍາ​ເວົ້າ​ຂອງ​ໂຄສົກ​ປະ​ຈໍາ​ສະພາ​ປະຊາຊົນ​ແຫ່ງ ຊາດ​ວ່າ ຈີນ​ວາງ​ແຜນ​ທີ່​ຈະ​ເພີ່ມ​ຄ່າ​ໃຊ້​ຈ່າຍ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ຕົນ​ຂຶ້ນ​ອີກ 12.7 ເປີ​ເຊັນ​ເປັນ 91 ພັນ 500 ລ້ານ​ໂດ​ລາ​ໃນ​ປີ​ນີ້.

XS
SM
MD
LG