ກຸ່ມຄົ້ນຄວ້າກຸ່ມໜຶ່ງກ່າວວ່າ ການສົ່ງອອກອາວຸດຂອງ ຈີນ ໄດ້ເພີ່ມ ຂຶ້ນເກືອບ 2 ເທົ່າພາຍໃນ 5 ປີ ໃນຂະນະທີ່ປະເທດດັ່ງກ່າວໄດ້ ກ້າວກາຍເປັນຜູ້ແຂ່ງຂັນທີ່ ສຳຄັນໃນອຸດສາຫະກຳໂລກ.
ການສົ່ງອອກອາວຸດທີ່ສຳຄັນຂອງ ຈີນ ໄດ້ເຕີບໂຕ 88 ເປີເຊັນໃນ ລະຫວ່າງປີ 2011 ແລະ 2015, ອີງຕາມສະຖາບັນຄົນຄວ້າສັນ ຕິພາບສາກົນ Stockholm.
ທ່ານ Siemon Wezeman ນັກຄົນຄວ້າອາວຸໂສຂອງສະຖາບັນ ກ່າວວ່າ “ຈີນ ກຳລັງເລັ່ງລັດເພື່ອການສົ່ງອອກຢ່າງຂະຫຍັນຂັນ ແຂງ. ການສົ່ງອອກຢ່າງ ຫຼວງຫຼາຍແມ່ນໄປຍັງບັນດາປະເທດທີ່ ມີສາຍພົວພັນທີ່ດີອັນຍາວນານກັບ ຈີນ, ດັ່ງນັ້ນມັນກໍຍັງມີແຜນການດຶງດູດທາງຍຸດທະ ສາດສຳລັບ ຈີນ ທີ່ຈະສະໜອງ ອາວຸດໃຫ້ຢູ່. ຕົວຢ່າງແມ່ນປະເທດ ປາກິສຖານ, ບັງກລາ ແດັສ, ມຽນມາ.”
ຕອນນີ້ ຈີນ ເປັນປະເທດຜູ້ສົ່ງອອກອາວຸດລາຍໃຫຍ່ເປັນອັນດັບ 3 ຂອງໂລກ, ເຊິ່ງຕາມຫຼັງ ປະເທດ ສະຫະລັດ ແລະ ຣັດເຊຍ, ແລະ ການສົ່ງອອກອາວຸດຂອງ ຈີນ ໄດ້ຖືກປະເມີນວ່າມີ ມູນຄ່າເກືອບ 6 ເປີເຊັນໃນລະຫວ່າງປີ 2011 ຫາ 2015.