ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຮືອບິນລົບ ອາຍພົ່ນຈີນ ລົງຈອດ ເປັນເທື່ອທຳອິດ ຢູ່ກໍ່າປັ່ນ Liaoning

ພາບລວມສະແດງໃຫ້ເຫັນທະຫານເຮືອຈີນຢືນຢູ່ເທິງກໍ່າປັ່ນບັນທຸກເຮືອບິນ 'Liaoning' ໃນຂະນະທີ່ກໍ່າປັ່ນລໍາດັ່ງກ່າວໄດ້ຖືກນໍາເຂົ້າປະຈຳການ ໃນວັນທີ 25 ກັນຍາຜ່ານມານີ້ ຢູ່ທ່າເຮືອແຫ່ງນຶ່ງໃນເມືອງ Dalian, ແຂວງ Liaoning ຢູ່ທາງພາກຕາເວັນອອກສຽງເໜືອຂອງຈີນ.

ອົງການຂ່າວທາງການຈີນເວົ້າວ່າ ກອງທັບເຮືອຂອງກອງທັບ
ປົດປ່ອຍປະຊາຊົນຈີນໄດ້ ເອົາເຮືອບິນລົບອາຍພົ່ນລົງຈອດຢູ່
ເທິງກໍ່າປັ່ນບັນທຸກເຮືອບິນທີ່ເຂົ້າປະຈຳການຫວ່າງບໍ່ດົນມານີ້
ຂອງຕົນ ຢ່າງສໍາເລັດຜົນ ເປັນຄັ້ງທໍາອິດໃນປະຫວັດສາດ.

ອົງການຂ່າວຊິນຫົວເວົ້າໃນວັນອາທິດມື້ນີ້ວ່າ ການຝຶກເອົາເຮືອ
ບິນລົບລົງຈອດຢູ່ທີ່ກໍ່າປັ່ນ ບັນທຸກດັ່ງກ່າວ ແມ່ນເປັນຂີດໝາຍ
ຂອງການເລີ້ມຕົ້ນນຳໃຊ້ເຮືອບິນລົບອາຍພົ່ນ J-15 ຊຶ່ງເປັນ
ເຮືອບິນລົບ ທີ່ໃຊ້ສຳລັບກຳປັ່ນບັນທຸກເຮືອບິນທີ່ໄດ້ຮັບການ ພັດທະນາຢູ່ໃນຈີນ.

ຈີນໄດ້ຊື້ກໍ່າປັ່ນບັນທຸກເຮືອບິນຂອງອະດີດສະຫະພາບໂຊຫວຽດທີ່ສ້າງບໍ່ແລ້ວ ຈາກປະເທດ ຢູເຄຣນ ໃນປີ 1998 ແລະໄດ້ໃຊ້ເວລາຕັ້ງຫລາຍປີ ເພື່ອສ້ອມແປງປັບປຸງ. ກໍ່າປັ່ນລໍາດັ່ງ
ກ່າວ ຊື່ວ່າ Liaoning ໄດ້ເຂົ້າປະຈຳການໃນວັນທີ 25 ກັນຍາຜ່ານມານີ້.
XS
SM
MD
LG