ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາສູງສະຫະລັດ ເຕືອນວ່າ ປາກົດການແບບ Arab Sring ກໍາລັງຈະມາຮອດຈີນ


ທ່ານ ຈອນ ແມກເຄນ (ຂວາ) ສະມາຊິກສະພາສູງສະຫະລັດ ພັກຣີພັບ ບລິກັນ ຈາກລັດອາຣິໂຊນາ.
ທ່ານ ຈອນ ແມກເຄນ (ຂວາ) ສະມາຊິກສະພາສູງສະຫະລັດ ພັກຣີພັບ ບລິກັນ ຈາກລັດອາຣິໂຊນາ.

ສະມາຊິກ​ສະພາ​ສູງ​ສະຫະລັດລະດັບ​ຜູ້​ນໍາ​ຄົນ​ນຶ່ງ ​ແລະ​ເຄີຍ​ຖືກ​ສະ​ເໜີຊື່​ເຂົ້າ​ເລືອກ​ຕັ້ງ​ປະ
ທານາທິບໍດີ​ຄັ້ງ​ນຶ່ງ ​ໄດ້​ກ່າວ​ເຕືອນ​ຈີນ​ວ່າ ປາກົດການ​ແບບລະດູບານ​ໃໝ່​ຊາດ​ອາຫຣັບ
ກໍາລັງ​ຈະ​ມາ​ເຖິງ.

ທ່ານ ຈອນ ​ແມັກ​ເຄນ ສະມາຊິກ​ສະພາ​ສູງ​ສະຫະລັດສັງກັດພັກຣີພັບ​ບລິ​ກັນ ຈາກ​ລັດ
ແອຣິ​ໂຊ​ນາ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ ​ໄດ້​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ຕໍ່​ທ່ານ
Zhang Zhijun ຮອງ​ລັດຖະມົນຕີ​ຕ່າງປະ​ເທດ​ຈີນ​ເມື່ອ​ວັນ​ເສົາ​ວານ​ນີ້ ​ໃນ​ລະຫວ່າງ​ກອງ​
ປະຊຸມລະດັບ​ສູງ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ ​ທີ່ເມືອງ Munich ປະ​ເທດ​ເຢຍຣະມັນ.

ທ່ານ​ຈອນ ​ແມັກ​ເຄນ​ ​ໄດ້​ອ້າງ​ເຖິງເຫດການ​ເຜົາ​ຕົວ​ຕາຍຫລາຍ​ບັ້ນ​ເມື່ອ​ໝໍ່ໆ​ມາ​ນີ້​ ໂດຍ​
ພະສົງ​ຊາວ​ທິ​ເບ​ດ​ເພື່ອປະ​ທ້ວງ​ການ​ປົກຄອງ​ຂອງ​ຈີນ​ຢູ່​ໃນທິ​ເບ​ດ. ທ່ານ​ແມັ​ກ​ເຄນ ກ່າວ
ວ່າ ມັນ​ບໍ່​ມີ​ວິທີ​ທາງ​ໃດດອກ​ທີ່​ພວກທ່ານ ຈະ​ສາມາດ​ຍັບ​ຍັ້ງ​ການ​ກະທໍາ​ເຊ່ນ​ນັ້ນ​ໄດ້​ຢ່າງ
ສິ້ນ​ເຊີງ ​ຍ້ອນ​ເຄຶ່ອງອຸບປະກອນ​ເຫລົ່າ​ນີ້ ຊຶ່ງ​ທ່ານ​ໄດ້​ຊີ້​ໄປ​ໃສ່​ໂທລະສັບ​ມື​ຖື.

ໃນ​ຂະນະດຽວ​ກັນ ກໍມີ​ລາຍ​ງານ​ຫຼາຍກະ​ແສ​ມາຈາກ​ທິ​ເບ​ດທີ່​ເວົ້າວ່າ ມີຊາວທິ​ເບ​ດຈູດ​ເຜົາ​
ຕົວ​ເອງຕື່ມ​ອີກສາມ​ຄົນ ​ເມື່ອ​ວັນ​ສຸກ​ຜ່ານ​ມາ​ຢູ່​ທີ່​ເມືອງ Serthar ​ແຂວງ Sichuan ຊຶ່ງ​
ປາກົດ​ວ່າ​ສອງ​ຄົນ​ລອດ​ຊີວິດ ​ແລະ​ອີກ​ຄົນ​ນຶ່ງ​ຢ້ານວ່າ​ເສຍ​ຊີວິດ.

ໃນ​ປີຜ່ານມາ​ນີ້ ມີຊາວ​ທິ​ເບ​ດ 16 ຄົນ ສ່ວນ​ຫລາຍ​ແມ່ນ​ພະສົງ​ແລະ​ແມ່​ຊີ ​ເສຍ​ຊີວິດ​ໄປ
ໂດຍ​ການ​ຈູດ​ເຜົາ​ຕົນ​ເອງ​ເພື່ອ​ປະ​ທ້ວງ​ກົດ​ການ​ປົກຄອງ​ຂອງຈີນ.

ຄວາມ​ເຄັ່ງ​ຕຶງ​ໃນ​ຂົງ​ເຂດໄດ້​ເພີ່ມ​ທະວີໜັກໜ່ວງ​ຂຶ້ນ ໃນ​ເດືອນ​ມີນາ​ຂອງ​ປີ ຜ່ານ​ມາ ​ເວລາ​
ພະ​ໜຸ່ມ​ອົງ​ນຶ່ງ ທີ່​ຮຽກຮ້ອງທວງ​ໃຫ້​ອົງ​ດາ​ໄລ ລາ​ມະ ຜູ້​ນໍາ​ພັດ​ຖິ່ນ​ຂອງ​ທິ​ເບ​ດ ກັບ​ຄືນ​ທິ​
ເບ​ດນັ້ນ ​ໄດ້​ຈູດ​ເຜົາ​ຕົນ​ເອງ​ແລະ​ເສຍ​ຊີວິດ​ທີ່ວັດແຫ່ງ​ນຶ່ງ​ໃນ​ແຂວງ Sichuan.

XS
SM
MD
LG