ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການໂຈມຕີ ພວກນັກຮຽນ ຢູ່ຈີນອີກ


Supporters of Kenyan presidential candidate Uhuru Kenyatta celebrate what they perceive is an election win for him in Nairobi, Mar. 9, 2013.
Supporters of Kenyan presidential candidate Uhuru Kenyatta celebrate what they perceive is an election win for him in Nairobi, Mar. 9, 2013.

ສື່ມວນຊົນ ຂອງທາງການຈີນ ລາຍງານວ່າ ຜູ້ຊາຍຄົນນຶ່ງ ໄດ້ໃຊ້ຄ້ອນຕີ ເປັນອາວຸດ ໂຈມຕີພວກນັກຮຽນຈຸນຶ່ງ ກ່ອນລາວ ຈະຂ້າໂຕຕາຍ ໃນວັນສຸກມື້ນີ້. ອົງການຂ່າວຊິນຫວາ ລາຍງານວ່າ ຜູ້ຊາຍຄົນນີ້ ໄດ້ບຸກເຂົ້າໄປ ໃນໂຮງຮຽນປະຖົມ SHANGZHUANG ທີ່ເມືອງ WEIFANG ແຂວງ SHANDONG ໃນພາກຕາເວັນອອກ ຂອງຈີນ ແລະເຮັດໃຫ້ ເດັກນ້ອຍ 5 ຄົນ ໄດ້ຮັບບາດເຈັບ. ຫລັງຈາກນັ້ນ ລາວໄດ້ເອົາ ນຳມັນຮວດ ໃສ່ຕົນເອງ ແລ້ວກໍຈູດໄຟເຜົາ ຂະນະທີ່ ລາວພວມກອດ ເດັກນ້ອຍ 2 ຄົນໄວ້. ໂຄສົກ ຂອງເຈົ້າໜ້າທີ່ ປະຈຳເມືອງ ແຈ້ງໃຫ້ ອົງການຂ່າວຊິນຫວາ ຊາບວ່າ ພວກນາຍຄູ ໄດ້ດຶງເອົາ ເດັກນ້ອຍທັງ 2 ອອກມາໄດ້. ເຫດຮ້າຍ ໃນວັນສຸກມື້ນີ້ ແມ່ນການໂຈມຕີ ເທື່ອລ່າສຸດ ທີ່ມີມາ ເປັນລຳດັບ ຕໍ່ພວກເດັກນ້ອຍ ນັກຮຽນຢູ່ຈີນ. ໃນມື້ວານນີ້ ມີເດັກນ້ອຍ 28 ຄົນ ໄດ້ຮັບບາດເຈັບ 5 ຄົນໃນຈຳນວນນັ້ນ ມີອາການສາຫັດ ເວລາຜູ້ຊາຍຄົນນຶ່ງ ທີ່ມີມີດ ເປັນອາວຸດ ໄດ້ບຸກເຂົ້າໄປ ໃນໂຮງຮຽນ ທີ່ແຂວງຈຽງຊູ ໃນພາກຕາເວັນອອກ ຂອງຈີນ.

XS
SM
MD
LG