ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າໜ້າທີ່ຈີນ ອະນຸຍາດ ໃຫ້ຂາຍ ໄອໂຟນ ລຸ້ນໃໝ່ແລ້ວ


An eagle of the Guard from Above company grasps a drone during a police exercise in Katwijk, the Netherlands.
An eagle of the Guard from Above company grasps a drone during a police exercise in Katwijk, the Netherlands.

ໄອ​ໂຟນລຸ້ນ​ຫຼ້າສຸດ​ຂອງ Apple ​ເວລານີ້ສາມາດອອກ​ຈຳ​ນ່າຍ
​ໄດ້​ແລ້ວ ​ຢູ່​ໃນ​ຈີນ ຫຼັງຈາກບໍລິສັດ ​ທີ່​ຕັ້ງຢູ່​ໃນສະຫະລັດດັ່ງກ່າວ
​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ຕໍ່​ປັກ​ກິ່ງ ວ່າຕົນ​ຈະ​ບໍ່​ນຳເອົາ​ຂໍ້​ມູນ​ ຂອງ​ຜູ້​
ຊົມ​ໃຊ້​ ໄປໃຫ້​ກັບ​ລັດຖະບານປະເທດອື່ນໆ​.

ໜ່ວຍງານຄຸ້ມຄອງ​ກົດລະບຽບໂທລະສັບຂອງ​ຈີນ ​ໄດ້​ອະນຸມັດ​
ໃຫ້ຂາຍ ໂທລະສັບ​ດັ່ງກ່າວ ໃນ​ວັນ​ອັງຄານ​ມື້​ນີ້ ໂດຍ​ກ່າວ​ວ່າ
Apple ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ ຈະ​ປົວ​ແປງ​ຄວາມສ່ຽງ​ ທີ່ອາດມີ
ຢູ່​ໃນ​ໄອ​ໂຟນ 6 ​ແລະ ​ໄອ​ໂຟນ 6 Plus ​ນັ້ນ.

ໜ່ວຍ​ງານດັ່ງກ່າວ​ໄດ້​ເວົ້າອີກ​ວ່າ ​ Apple ​ ຍັງ​ໃຫ້​ຄຳ​ໝັ້ນ​ສັນຍາ​
ວ່າ ຕົນ​ບໍ່​ເຄີຍ​ຈັດຕັ້ງ ອັນ​ທີ່​ເອີ້ນ “ປະຕູຫຼັງ” ທີ່​ຈະ​ອະນຸຍາດ​ໃຫ້​ລັດຖະບານ​ອື່ນໆ ເຂົ້າ​
ໄປ​ກວດເບິ່ງ​ຂໍ້​ມູນ​ຂອງ​ຜູ້ຊົມ​ໃຊ້​ໃດໆ​ເລີຍ ​ແລະ ກ່າວ​ຕໍ່​ໄປ​ວ່າ ຕົນ “ຈະ​ບໍ່​ເຮັດ​ເຊັ່ນ​ນັ້ນ​
ເລີຍ.”

ການໃຫ້ຄຳໝັ້ນສັນຍາ​ດັ່ງກ່າວ ໄດ້ມີຂຶ້ນຫລັງຈາກມີ​ລາຍ​ງານ​ວ່າ ກະຊວງ​ຮັກສາ​ຄວາມ​
ປອດ​ໄພ​ພາຍ​ໃນ​ຂອງ​ສະຫະລັດ ສາມາດ​ເຂົ້າ​ໄປກວດ ເບິ່ງເຄື່ອງຄອມພິວເຕີ້ຫຼັກຂອງ​
Apple ໄດ້​ ດ້ວຍ​ການ​ນຳ​ໃຊ້​ໂຄງການ​ສອດ​ແນມ​ລັບ​ຕ່າງໆ.

ຕັ້ງ​ແຕ່​ນັ້ນມາ ສື່​ມວນຊົນໃນຈີນ ​ໄດ້​ອອກ​ບົດລາຍ​ງານ​ ກ່າວ​ຫາ​ຜະລິດ​ຕະພັນ​ຕ່າງໆ​ຂອງ
Apple ​ ວ່າເປັນໄພ​ຂົ່ມຂູ່​ຕໍ່ຄວາມ​ໝັ້ນຄົງຂອງປະ​ເທດ ​ທີ່ຢູ່ພາຍໃຕ້ການ​ນຳ​ພາຂອງ
ຄອມ​ມິ​ວນິສ ອັນ​ເປັນ​ຕະຫລາດ​ ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ ​ສຳ​ຫລັບ​ໂທລະສັບ​ມື​ຖື​ສະຫລາດ
ຫຼື smartphone.

​ໃນຖະ​ແຫລ​ງຂ່າວສະບັບ​ນຶ່ງ ​ ບໍລິສັດ Apple ​ໄດ້ສະແດງ​ຄວາມຍິນດີ​ ນຳ​ການ​ອະນຸມັດ ຂອງຈີນ ໂດຍກ່າວ​ວ່າ ​ໄອ​ໂຟນ​ລຸ້ນໃໝ່ ​ແມ່ນພ້ອມ​ທີ່​ຈະ​ນຳ​ອອກຈຳນ່າຍ ຢູ່ທັງໃນ 3 ບໍລິສັດ​ລັດ​ວິ​ສາ​ຫະກິດໃຫຍ່ຂອງຈີນ​ ​ເລີ້ມ​ຕົ້ນ​ແຕ່​ ວັນ​ທີ 7 ຕຸ​ລາ​ເປັນຕົ້ນໄປ.

ວີດີໂອ: ຊາວຈີນໄປລໍຖ້າຊື້ ໄອໂຟນລຸ້ນໃໝ່:

XS
SM
MD
LG