ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ປາກົດວ່າ ໄດ້ຫ້າມໃຊ້ ແອັບພລີເຄຊັ້ນ Clubhouse ທີ່ໄດ້ຮັບຄວາມນິຍົມກັນ


ຮູບພາບທີ່ສະແດງໃຫ້ເຫັນ ແອັບພລີເຄຊັ້ນສຽງສັງຄົທ Clubhouse.
ຮູບພາບທີ່ສະແດງໃຫ້ເຫັນ ແອັບພລີເຄຊັ້ນສຽງສັງຄົທ Clubhouse.

ຫຼັງຈາກຕົກລົງກັນໄດ້ບໍ່ດົນ, ຈີນ ປາກົດວ່າໄດ້ຫ້າມໃຊ້ແອັບພລີເຄຊັ້ນສຽງທີ່ໄດ້ຮັບຄວາມນິຍົມ ແລະ ຕ້ອງໄດ້ຖືກເຊີນເທົ່ານັ້ນ ທີ່ເອີ້ນວ່າ Clubhouse.

ແອັບພລີເຄຊັ້ນ ທີ່ໃຊ້ໃນໂທລະສັບ iPhone ເທົ່ານັ້ນ ໄດ້ມີຜູ້ໃຊ້ຫຼາຍຂຶ້ນໃນທ້າຍອາທິດທີ່ຜ່ານມາ, ຜູ້ທີ່ສາມາດສົນທະນາກັນ ກ່ຽວກັບ ຫົວຂໍ້ທີ່ຕ້ອງຫ້າມຄື ການທ້ອນໂຮມ ໄຕ້ຫວັນ ແລະ ສະ ພາບຂອງຊົນກຸ່ມນ້ອຍຊາວມຸສລິມໃນແຂວງ ຊິນຈຽງ.

ແຕ່ໃນວັນຈັນວານນີ້, ພວກຜູ້ໃຊ້ໃນ ຈີນ ເລີ່ມລາຍງາຍ ກ່ຽວກັບ ຄວາມຫຍຸ້ງຍາກໃນການເຊື່ອມຕໍ່, ຈົນກໍ່ໃຫ້ເກີດການຄາດເດົາວ່າ ແອັບພລີເຄຊັ້ນດັ່ງກ່າວໄດ້ຖືກຫ້າມໂດຍສິ່ງທີ່ເອີ້ນວ່າ ລະບົບຮັກສາຄວາມປອດໄພຂະໜາດໃຫຍ່ ຫຼື Great Firewall.

ທ່ານນາງ ແອນເຈລີ ແດັດ (Angeli Datt), ນັກວິເຄາະຄົ້ນຄວ້າອາວຸໂສຢູ່ອົງ ການ Freedom House ໄດ້ກ່າວວ່າ “ແອັບພລີເຄຊັ້ນ Clubhouse ໄດ້ສ້າງພື້ນທີ່ໃຫ້ຄົນ ຈີນ ຫຼາຍຄົນທີ່ຊອກຫາວິທີເພື່ອສົນທະນານຳກັນ ແລະ ໂລກພາຍນອກຂອງລະບົບຮັກສາຄວາມປອດໄພຂະໜາດໃຫຍ່ ທີ່ບໍ່ຖືກຈຳກັດໂດຍການກວດສອບ. ລັດຖະບານ ຈີນ ໄດ້ຫ້າມໃຊ້ແອັບພລີເຄຊັ້ນ Clubhouse ຢ່າງວ່ອງໄວເພາະວ່າເຂົາເຈົ້າຮູ້ວິທີທີ່ມີປະສິດທິພາບທີ່ສຸດເພື່ອຄວບຄຸມເສລີພາບໃນການປາກເວົ້າແມ່ນການປ້ອງກັນຊ່ອງທາງ ແລະ ເຄື່ອງມືທີ່ຖືກໃຊ້ເພື່ອການສື່ສານ ແທນທີ່ຈະກວດກາການສື່ສານຂອງແຕ່ລະບຸກຄົນ.”

ການເພີ່ມຂຶ້ນໃນຜູ້ໃຊ້ໄດ້ເລີ່ມຂຶ້ນໃນອາທິດທີ່ຜ່ານມາ ເມື່ອທ່ານ ອີລອນ ມັສຄ໌ ຈາກບໍລິສັດ SpaceX ແລະ Tesla, ໄດ້ໄປປາກົດຕົວຢູ່ໃນແອັບພລີເຄຊັ້ນ ດັ່ງກ່າວຢ່າງບໍ່ຄາດຄິດ ແລະ ໄດ້ຈັດການສົນທະນາກັບທ່ານ ວແລັດ ເທເນັຟ, ຜູ້ບໍລິຫານໃຫຍ່ຂອງແອັບພລີເຄຊັ້ນ ໂຣບິນຮູດ (Robinhood), ເປັນແອັບພລີ ເຄຊັ້ນທີ່ມີອິດທິພົນຕໍ່ສະຖານະການຂອງບໍລິສັດ GameStop. ເຊິ່ງສື່ມວນຊົນ ຈີນ ໄດ້ລາຍງານ ກ່ຽວກັບ ການສົນທະນາດັ່ງກ່າວ.

ອີງຕາມບໍລິສັດ Bloomberg, ແອັບພລີເຄຊັ້ນ Clubhouse ໄດ້ກາຍເປັນຫົວຂໍ້ທີ່ຮ້ອນແຮງໃນສື່ສັງຄົມ ຈີນ, ແລະ ແມ່ນກະທັ້ງບາງຄົນໄດ້ຂາຍການເຊື້ອເຊີນເຂົ້າໃຊ້ແອັບພລີເຄຊັ້ນດັ່ງກ່າວໃນເວັບໄຊ້ຂາຍເຄື່ອງອອນໄລນ໌ ອາລີບາບາ (Alibaba). ການເຊື້ອເຊີນບາງອັນ ແມ່ນມີລາຄາຫຼາຍເຖິງ 44 ໂດລາ 60 ເຊັນ, ອີງຕາມບໍລິສັດ Bloomberg.

ດ້ວຍຫຼາຍແອັບພລີເຄຊັ້ນຖືກຫ້າມນັ້ນ, ພວກຜູ້ໃຊ້ຄົນ ຈີນ ຍັງສາມາດເຂົ້າໃຊ້ Clubhouse ໄດ້ດ້ວຍການໃຊ້ສັນຍານຄອມພິວເຕີສ່ວນຕົວ ຫຼື VPN ແລະ ໂທລະພາບ CNN ໄດ້ລາຍງານວ່າຫຼາຍຄົນແມ່ນໄດ້ເຮັດແນວນັ້ນ. ຜູ້ໃຊ້ຄົນນຶ່ງແມ່ນນາງ ຊູຊານ ລຽງ, ອາຍຸ 31 ຈາກເມືອງ ເສິນເຈິ່ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG