ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໖ ມີນາ ໒໐໒໓

ຈີນ ເປັນຫ່ວງ ກ່ຽວກັບ ສົງຄາມ ການຄ້າ ກັບ ສະຫະລັດ


ຕູ້ບັນຈຸສິນຄ້າທັງຫຼາຍ ຢູ່ທີ່ທ່ານເຮືອນ້ຳເລິກ Yangshan, ທີ່ເປັນສ່ວນນຶ່ງ ຂອງເຂດການຄ້າປອດພາສີ Shanghai, ໃນນະຄອນ Shanghai ຂອງຈີນ, ວັນທີ 24 ກັນຍາ 2016.

ຈີນກຳລັງເຕືອນ ກ່ຽວກັບຜົນກະທົບທີ່ອາດມີ​ຂຶ້ນ​ໃນສົງຄາມການຄ້ານກັບສະຫະລັດ
ເຖິງແມ່ນວ່າ ສອງເສດຖະກິດທີ່ໃຫຍ່ທີ່ສຸດ​ໃນໂລກ ເອົາບາດກ້າວຕ່າງໆ ​ໃນ​ການ
ວາງແຜນ ພາຍ​ໃຕ້ສາຍພົວພັນຂອງລັດຖະບານປະທານາທິບໍດີ ດໍໂນລ ທຣຳ ກໍຕາມ.

ໃນການກ່າວ ຢູ່ທີ່ກອງປະຊຸມຖະແຫລງຂ່າວປະຈຳປີໃນວັນພຸດວານນີ້ ​ໃນຕອນທ້າຍ
ຂອງກອງປະຊຸມລະດັບສູງ ທີ່ນະຄອນຫຼວງປັກກິ່ງ ນາຍົກລັດຖະມົນຕີ ຈີນ ທ່ານ Li
Keqiang ເວົ້າເຖິງຜົນປະໂຫຍດ ຂອງສາຍພົວພັນ ອັນດີ ລະຫວ່າງ ສອງປະເທດ.
ທ່ານໄດ້ກ່າວວ່າ ທ່ານເຫັນສ່ວນດີ ກ່ຽວກັບການພົວພັນ ແຕ່ກໍຍັງໄດ້ເຕືອນວ່າ ສົງຄາມ
ການຄ້າ ອາດຈະສ້າງ​ຄວາມ​ເສຍ​ຫາຍ ​ໃຫ້​ແກ່ທຸລະກິດທັງຫຼາຍຂອງອາເມຣິກາກ່ອນໝູ່.

ທ່ານ Li ເວົ້າວ່າ “ພວກເຮົາບໍ່ຢາກເຫັນສົງຄາມການຄ້າໃດໆເກີດຂຶ້ນລະຫວ່າງ
ສອງປະເທດ. ອັນນັ້ນ ຈະບໍ່ເຮັດໃຫ້ການຄ້າຂອງພວກເຮົາເປັນທຳຂຶ້ນຕື່ມ ແລະ
ມັນຈະສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ທັງສອງຝ່າຍ. ຄວາມຫວັງຂອງພວກເຮົາ ຈາກ
ຝ່າຍຈີນ ກໍແມ່ນວ່າ ບໍ່ວ່າແມ່ນຫຍັງ ຈະເປັນອຸປະສັກ ທີ່ກະທົບຕໍ່ສາຍພົວພັນ
ລະຫວ່າງ ຈີນ ແລະ ສະຫະລັດ ພວກເຮົາຫວັງວ່າ ມັນຈະສືບຕໍ່ເຄື່ອນໄຫວໄປ
ຂ້າງໜ້າ ໃນທິດທາງທີ່ເປັນຜົນບວກ.”

ສື່ມວນຊົນຂອງທາງການຈີນ ໃນສັບປະດານີ້ ໄດ້ປຸກລະດົມຢ່າງຕໍ່ເນື່ອງ ໂດຍພິມ
ເຜີຍແຜ່ບົດຄວາມເຫັນຕ່າງໆ ແລະບົດບັນນາທິການ ເພື່ອສະໜັບສະໜູນ ທັດສະນະ
ດັ່ງກ່າວ. ສື່ມວນຊົນບາງສ່ວນ ແມ່ນກະທັງເນັ້ນໃຫ້ເຫັນຜົນປະໂຫຍດສ່ວນຕົວ ທີ່​
ມະຫາອານາຈັກທຸລະກິດ ຂອງທ່ານທຣຳ ທີ່ຈະໄດ້ຮັບ ໂດຍຜ່ານສາຍພົວພັນດ້ານ
ເສດຖະກິດ ທີ່ດີຂຶ້ນກັບຈີນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG