ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ເຈົ້າ​ໜ້າ​ທີ່ຂັ້ນ​ສູງຂອງຈີນ ຖືກຈຳຄຸກ 19 ປີ ຍ້ອນການສໍ້ລາດບັງຫລວງ


ສານປະຊາຊົນຊັ້ນ​ກາງ ໝາຍ​ເລກໜຶ່ງ​ຂອງຊຽງ​ໄຮ້
ສານປະຊາຊົນຊັ້ນ​ກາງ ໝາຍ​ເລກໜຶ່ງ​ຂອງຊຽງ​ໄຮ້

ສື່​ທາງ​ການຂອງຈີນ​ລາຍ​ງານວ່າ ສານ​ແຫ່ງ​ໜຶ່ງ​ໄດ້​ຕັດສິນລົງ​ໂທດ
​ເຈົ້າ​ໜ້າ​ທີ່​ສາທາ​ລະນະ​ສຸກຄົນ​ໜຶ່ງ ​ໃນນະຄອນ​ຊຽງ​ໄຮ້ ​ໃຫ້ຕິດ​ຄຸກ
19 ປີ ​ໃນຖານ​ຮັບເອົາ​ສິນ​ບົນ ​ແລະ​ຍັກຍອກ​ເງິນ.

ອົງການ​ຂ່າວ​ຊິນ​ຫົວ​ ​ກ່າວ​ວ່າ ໃນ​ວັນ​ອາທິດ​ວານ​ນີ້ ສານປະຊາຊົນ
ຊັ້ນ​ກາງ ໝາຍ​ເລກໜຶ່ງ​ຂອງຊຽງ​ໄຮ້ ໄດ້​ຕັດສິນ​ໂທດທ່ານ Huang
Fenping ​ໃນ​ຄວາມ​ຜິດ​ທີ່​ຮັບ​ເງິນ​ສິນ​ບົນ ຫຼາຍ​ກວ່າ 481 ພັນ
ໂດ​ລ່າ ແລະ​ຍັກ​ຍອກ​ເງິນ ຈຳນວນ​ເກືອບ 225 ພັນ​ໂດ​ລ່າ.

ທ່ານ Huang ​ແມ່ນ​ອະດີດ​ຮອງ​ຜູ້ອຳ​ນວຍ​ການ ຂອງ​ຄະນະ​ກຳມາ​ທິການສາທາລະນະ​ສຸກ​ແລະວາງ​ແຜນ​ຄອບຄົວ​ ຂອງ​ກຳ​ແພງ​ນະຄອນ​ຊຽງ​ໄຮ້.

​ໃນ​ອີກຄະດີ​ຄວາມນຶ່ງ​ຕ່າງ​ຫາກ ພັກ​ຄອມ​ມິ​ວນິສ​ຈີນ ​ໄດ້​ປົດ​ເຈົ້າ​ໜ້າ​ທີ່ ທີ່​ປຶກສາ​ທາງ​ການ​ເມືອງຂັ້ນ​ສູງ​ຄົນ​ໜຶ່ງ ແລະຂັບ​ໄລ່ຜູ້ກ່ຽວ​ອອກ​ຈາກ​ພັກ​ການ​ເມືອງ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ສືບ
ສວນ​ສອບ​ສວນ​ພາຍໃນ ​ເລື້ອງ​ການ​ສໍ້​ລາດ​ບັງ​ຫລວງ.

ຄະນະກຳ​ມາ​ທິການກາງສຳ​ຫລັບ​ການ​ກວດກາ​ດ້ານ​ລະບຽບ​ວີ​ໄນ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ
ຕົນ​ພົບ​ວ່າ ທ່ານ Su Rong ​ໄດ້​ຮັບ​ເງິນ​ສິນ​ບົນ ຈຳນວນ​ຫຼວງ​ຫຼາຍ ​ແລະໃຊ້ອຳນາດ​ ໄປ​ໃນ​ທາງ​ທີ່​ຜິດ.

ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ​ ​ໄດ້​ທຳ​ການ​ປຸກລະດົມ​ຢ່າງ​ກ້ວາ​ງຂວາງ ຕໍ່​ຕ້ານການ​ສໍ້​ລາດ​ບັງ​ຫຼວງ ​ທີ່ເປັນ​ບັນຫາເຮື້ອ​ຮັງ​ມາ​ເປັນ​ເວລາ​ດົນ​ນານ​ນັ້ນ ​ແລະ​ເຕືອນ​ວ່າກາ​ນສໍ້​ລາດ​ບັງ​ຫລວງ ເປັນ​ໄພຂົ່ມ​ຂູ່ຕໍ່ ​ການປົກຄອງ​ຂອງ​ພັກ​ຄອມ​ມິ​ວນິສ​ຈີນ.

ວີດີໂອກ່ຽວກັບ ການປຸກລະດົມ ປາບປາມການສໍ້ລາດບັງຫລວງ ໃນຈີນ:

China Targets Overseas Assets of Corrupt Officials
please wait

No media source currently available

0:00 0:02:46 0:00

XS
SM
MD
LG