ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໒ ກຸມພາ ໒໐໒໕

ຈີນ ດຳເນີນຄະດີ ນັກເຄື່ອນໄຫວ ຕ້ານສໍ້ລາດບັງຫຼວງ ໃນຂໍ້ຫາ ລົບກວນ ຄວາມສະຫງົບ (ວີດີໂອ)


ເຈົ້າໜ້າທີ່ຮັກສາຄວາມປອດໄພ ຢືນຍາມປະຕູເຂົ້າໄປຫາສານ
ເຈົ້າໜ້າທີ່ຮັກສາຄວາມປອດໄພ ຢືນຍາມປະຕູເຂົ້າໄປຫາສານ
ນັກ​ເຄື່ອນ​ໄຫ​ວ ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ໃນຈີນ 2
ຄົນ ​ທີ່ຖືກ​ກ່າວ​ຫາ​ວ່າ “ລົບ​ກວນ​ຄວາມສະຫງົບຂອງ​ສາ
ທາລະນະ” ​ໄດ້ຖືກ​ດຳ​ເນີນ​ຄະດີໃນ​ວັນ​ອັງຄານມື້​ນີ້​ທີ່ນະ
ຄອນ​ປັກ​ກິ່ງ ທ່າມກາງການ​ຮັກສາ​ຄວາມ​ປອດ​ໄພ​ ຢ່າງ
​ໜາ​ແໜ້ນ.

ທ່ານ Ding Jiaxi ​ແລະ ທ່ານ Li Wei ແມ່ນ​ພາກ​ສ່ວນ
ນຶ່ງຂອງຂະບວນການ​ເຄື່ອນ​ໄຫວ​ໃໝ່​ຂອງ​ປະຊາ​ຊົນຊຶ່ງ​
ເປັນ​ການ​ປຸກລະດົມ ​ຊຸກຍູ້​ໃຫ້​ ບັນດາ​ເຈົ້າ​ໜ້າ​ທີ່​ຈີນ ພາ
ກັນ​ເປີດ​ເຜີຍຊັບສົມບັດ​ຂອງ​ເຂົາ​ເຈົ້າ.

ພັກ​ຄອມ​ມິ​ວນິສ ກໍກຳລັງ​ທຳການປຸກລະດົມ ເພື່ອຈະ​ຖອນ​ຮາກການ​ສໍ້​ລາດ​ບັງຫລວງ
​ພາຍ​ໃນ​ຖັນ​ແຖວ​ຂອງ​ຕົນ ​ແຕ່ມອງ​ເຫັນວ່າຂະບວນການຮາກຫຍ້າດັ່ງກ່າວນີ້ເປັນໄພ ​
ຂົ່ມຂູ່.

ຜູ້​ລິ​ເລີ້ມ​ຂອງ​ກຸ່ມ ທ່ານ Xu Zhiyong ​ໄດ້​ຖືກ​ຕັດສິນ​ລົງ​ໂທດ ​ໃນ​ເດືອນມັງ​ກອນຜ່ານ
ມາ ​ໃຫ້​ຕິດ​ຄຸກ​ເຖິງ​ສີ່​ປີ. ທ່ານ Ding ​ແລະ ທ່ານ Li ປະ​ເຊີນ​ໜ້າກັບ​ການ​ຕິດ​ຄຸກດົນເຖິງ​
ຫ້າ​ປີ​ໃນ​ຖານ “​ໂຮມຊຸມນຸມຝູງຊົນ ​ລົບ​ກວນ​ຄວາມ​ສະ ຫງົບຂອງສຸກ​ສາທາລະນະ.”

ທະນາຍ​ຄວາມຂອງທ່ານ Ding ຄື ທ່ານ Sui Muqing ກ່າວ​ວ່າ ການ​ຕັດສິນ​ມີ​ຄວາມ​
ຜິດ ​ເກືອບ​ວ່າ​ແນ່ນອນແລ້ວ ​ທັງໆທີ່ທ່ານໄດ້​ປະຕິ​ເສດກ່ຽວກັບການກະ ທຳຜິດໃດໆ
ຂອງຈຳເລີຍ ຊຶ່ງທ່ານ​ກ່າວ​ວ່າ :

“​ເຂົາ​ເຈົ້າ​ບໍ່​ໄດ້ເປັນ​ໄພ​ແກ່​ສັງຄົມ ດັ່ງ​ທີ່ໄດ້ກ່າວ​ມາ​. ຍິ່ງໄປ​ກວ່າ​ນັ້ນ​ ການ​ປະ​ພຶດ ຂອງ
​ເຂົາ​ເຈົ້າ ສົມ​ຄວນ​ທີ່​ໄດ້​ຮັບ​ການ​ຍ້ອງຍໍ ​ແລະ​ໃຫ້ການ​ຊຸກຍູ້. ​ມັນ​ງ່າຍທີ່​ສຸດ ທີ່​ຈະ​ຕັດສິນ
ມັນ​ບໍ່​ຕ້ອງການນັກຊ່ຽວຊານທາງ​ດ້ານ​ກົດໝາຍແຕ່ຢາງໃດ: ​ເຂົາ​ເຈົ້າ​ເປັນ​ຜູ້ບໍລິສຸດ
ຢ່າງ​ຈະ​ແຈ້ງ. ​ເຂົາ​ເຈົ້າ​ບໍ່ພໍພຽງແຕ່ເປັນຜູ້ບໍລິສຸດເທົ່າ​ນັ້ນ ​ແຕ່​ຍັງ​ບໍ່​ມີ​ຮ່ອງ​ຮອຍ​ໃນການ
ກະທຳ​ຜິດ​ກົດໝາຍໃດໆ.”

ໃນການສະແດງໃຫ້ເຫັນເຖິງຄວາມ​ສຳຄັນ​ຂອງ​ຄະດີນີ້ ທາງຕຳ​ຫຼວດ​ຈຶ່ງໄດ້​ຫ້າມບໍ່ໃຫ້
ພວກນັກ​ການ​ທູດຕ່າງປະ​ເທດກຸ່ມ​ນຶ່ງ ​ແລະ​ກີດ​ກັ້ນ​ບໍ່​ໃຫ້​ບັນດາ​ນັກ​ຂ່າວ​ເຂົ້າ​ໄປໃນ​ສານ
ໃນ​ຂະນະ​ທີ່ການ​ດຳ​ເນີນ​ໄດ້​ເລີ້ມ​ຂື້ນ​ ໃນ​ວັນ​ອັງຄານ​
CHINA ACTIVISTS TRIAL VOSOT
please wait

No media source currently available

0:00 0:01:35 0:00
XS
SM
MD
LG