ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ປະກາດການຕັດ ກຳລັງທະຫານ ໃນການເດີນ ສວນສະໜາມ ສົງຄາມໂລກ ຄັ້ງທີ 2


China Announces Troop Cuts at WW II Parade
please wait

No media source currently available

0:00 0:02:22 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ປະທານ​ປະ​ເທດ ຈີ​ນ ທ່ານ Xi Jinping ​ໃນ​ວັນ​ພະຫັດ​ມື້​ນີ້​ໄດ້​ປະກາດ​ແຜນການ​ຕັດ​ກຳລັງ​ທະຫານ​ທີ່​ໃຫຍ່​ທີ່​ສຸດ​ລົງ 300,000 ຄົນ. ການ​ປະກາດ​ໄດ້​ຖືກ​ເປີດ​ເຜີຍ​ໃນ​ລະຫວ່າງ​ການເດີນ​ຂະບວນ ສວນສະໜາມ​ທີ່​ຍິ່ງ​ໃຫຍ່​ເພື່ອ​ສະ​ເຫຼີ​ມສະຫຼອງ​ໄຊຊະນະຕໍ່ ຍີ່​ປຸ່ນ ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ ສອງ. ພິທີ​ດັ່ງກ່າວ​ໄດ້​ເຮັດ​ບັນດາ​ຜູ້​ນຳ​
ປະ​ເທດ​ຕາ​ເວັນ​ຕົກ​ຫຼາຍ​ຄົນ ​ຫຼີກ​ລ່ຽງການ​ເຂົ້າ​ຮ່ວມ ​ແລະ ບາງ​ຄົນ​ກໍ​ໄດ້​ຍົກ​ຄວາມເປັນ​ຫ່ວງ​ອັນ​ໃໝ່​ກ່ຽວ​ກັບ​ຄວາມ​ປາຖະໜາ​ຂອງ​ທະຫານ ຈີນ. ນັກ​ຂ່າວ ວີໂອ​ເອ Bill Ide ມີ​ລາຍ​ງານ​ເພີ່ມ​ເຕີມ​ຈາກ ປັກ​ກິ່ງ. ​ເຊິ່ງ ພຸດທະ​ສອນ ຈະ​ນຳ​ລາຍ​ລະອຽດ​ມະ​ສະ​ເໜີ​ທ່ານ.

ການ​ເດີ​ນສວນສະໜາມ​ຜ່ານ​ຈະ​ຕຸ​ລັດ Tiananmen ​ແລະ ຕົວ​ເມືອງ ປັກ​ກິ່ງ ​ແມ່ນ​ການສະ​ແດງ​ທີ່ໃຫຍ່​ທີ່​ສຸດ​ຂອງ​ທະຫານ​ມະຫາ​ອຳນາດ ຈີນ.

ພ້ອມ​ດ້ວຍ​ທະຫານ​ຜ່ານ​ເສິກ ສົງ​ຄາມ​ໂລກຄັ້ງ​ທີ ສອງ, ​ເຈົ້າໜ້າ​ທີ່​ຂັ້ນ​ສູງ ​ແລະ ທະຫານ​ຫຼາຍ​ກວ່າ 12,000 ຄົນ​ແນມ​ເບິ່ງ ອາວຸດ​ທີ່​ມີ​ກຳລັງ​ແຮງ​ສູງ ລວມທັງຂີ​ປະ​ນາ​ວຸດ ນິວເຄລຍ, ​ເຮືອບິນ​ທີ່​ມີ​ຄວາມ​ທັນ​ສະໄໝ ​ແລະ ລົດ​ຖັງ ​ໄດ້​ຖືກ​ເປີດ​ໂຕ​ຕໍ່​ສາທາລະນະ​ເປັນ​ຄັ້ງ​ທຳ​ອິດ.

ອາ​ວຸດໃໝ່​ລວມມີຂີ​ປະ​ນາ​ວຸດ​ຕໍ່ຕ້ານ​ເຮືອ​ຮົບ Donfeng-21D. ສື່​ມວນ​ຊົນ​ລັດຖະບານເອີ້ນ​ມັນ​ວ່າ “ພາຫະນະ​ນັກ​ຂ້າ” ​ຍ້ອນ​ຄວາມ​ສາມາດຂອງ​ມັນ​ທີ່​ໄດ້​ຖືກ​ລາຍ​ວ່າ ສາມ​າດ​ແນ​ເປົ້າ​ໃສ່​ກຸ່ມ​ໂຈມ​ຕີ​ເຮືອ​ບັນທຸ​ກ​ເຄື່ອງ​ບິນ.

ເຖິງ​ແມ່ນ​ວ່າ​ສະ​ມີ​ການສະ​ແດງ​ເຖິງ​ອາວຸດ​ທີ່​ມີ​ປະສິດທິ​ພາບ​ສູງ​ແລ້ວ, ຜູ້​ນຳ​ ຈີນ ກໍ​ໄດ້​ກ່າວ​ວ່າ​ພິທີ​ດັ່ງກ່າວ​ແມ່ນ​ການ​ລະນຶກ​ເຖິງ​ປະຫວັດ​ສາດ ​ແລະ ສົ່ງ​ເສີມ​ສັນຕິພາບ​ຫຼາຍ​ກວ່າ.

ທ່ານ Xi Jinping ກ່າວ​ວ່າ “ຄວາມ​ອັກ​ຄະຕິ ​ແລະ ການ​ແບ່ງ​ແຍກ, ຄວາມ​ກຽດ​ຊັງ ​ແລະ ສົງຄາມແມ່ນ​ສາມາດ​ສ້າງ​ພຽງ​ແຕ່​ຄວາມ​ຫາ​ຍານະ ​ແລະ ຄວາມ​ເຈັບ​ປວດ. ການ​ນັບຖື​ຊຶ່ງ​ກັນ​ແລະ​ກັນ ​ແລະ ​ເສີມ​ສ້າງສາ​ຍພົວພັນ​ຕໍ່​ກັນ​ແລະ​ກັນ​ໃນ​ເ​ງື່ອນ​ໄຂ​ອັນ​ເທົ່າ​ທຽມ​ກັນ, ການ​ພັດທະນາ​ແບບ​ສັນຕິ, ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ ​ແມ່ນວິທີ​ທາງ​ດຽວ (ທີ່​ສາມາດ​ເຮັດໄດ້) ​ໃນ​ໂລກ​ນີ້.”

ປະທານ​ປະ​ເທດ Xi ​ໄດ້​ສັນຍາ​ທີ່​ຈະ​ຫຼຸດ​ຈຳນວນ​ຂອງ​ທະຫານ​ກອງທັບ​ທະຫານ​ບົດ 2 ລ້ານ​ຄົນ​ຂອງ​ ຈີນ, ​ເປັນ​ການ​ເຄື່ອນໄຫວ​ທີ່​ບັນດາ​ນັກວິ​ເຄາະເຫັນ​ວ່າ ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ເຮັດ​ໃຫ້​ມີ​ຄວາມ​ທັນ​ສະ​ໄໝ​ທີ່​ກຳລັງ​ດຳ​ເນີນ​ຢູ່​ຂອງ​ທະຫານ. ທ່ານ​ກໍ​ຍັງ​ໃຫ້​ຄຳ​ສັນຍາ​ວ່າ​ຈະ​ບໍ່​ເຮັດ​ຊ້ຳ​ຮອຍ​ຄວາມ​ຜິດ​ໃນ​ເມື່ອ​ກ່ອນ.

ທ່ານ Xi ກ່າວ​ວ່າ “ປະຊາຊົນ​ ຈີນ ​ແມ່ນ​ຮັກ​ໃນ​ຄວາມ​ສັນຕິຕະຫຼອດ​ມາ. ບໍ່​ແມ່ນ​ວ່າ​ພວກ​ເຮົາ​ຈະ​ມາ​ຮອດໄກ​ຊ່ຳ​ໃດ, ຈີນ ຈະ​ບໍ່​ສະ​ແຫວ​ງຫາຄວາມ​ເປັ​ນ​ເຈົ້າ​ໂລກ, ບໍ່​ມີ​ວັນ​ທີ່​ຈະ​ພະຍາຍາມ​ຂະ​ຕົວ​ອອກ​ໄປ​ໄກ​ຕື່ມ​ອີ​ກ, ​ແລະ ຈະ​ບໍ່​ມີ​ວັນ​ສ້າງຄວາມ​ທຸກທໍ​ລະ​ມານ​ທີ່​ພວກ​ເຮົາ​ເຄີຍ​ຮູ້ສຶກ​ຕໍ່​ຜູ້​ທີ່ເປັນຊາດ​ອື່ນ​ອີກ.”

ບັນດາ​ປະ​ເທດ​ຢູ່​ໃນ​ພາກ​ພື້ນ​ທີ່​ໄດ້​ຖືກ​ລັອກ​ໃນ​ຄວາມຂັດ​ແຍ້​ງ​ເຂດ​ແດນກັບ​ ຈີນ ​ອາດ​ຈະ​ຕີ​ຄວາມ​ໝາຍ​ຕ່າງ​ຈາກ​ພິທີ​ຂອງ​ວັນ​ພະຫັດວານ​ນີ້​ກໍ​ໄດ້.

​ຜູ້​ເຂົ້າ​ຮ່ວມ​ງານ​ຂອງ ປັກ​ກິ່ງ ຈາກ​ຕ່າງປະ​ເທດ​ກໍ​ຍັງ​ໄດ້ສະ​ແດ​ງການ​ພິຈາລະນາ​ເຊັ່ນ​ກັນ. ປະທານາທິບໍດີ ຊູ​ດານ ທ່ານ Omar Hassan al-Bashir, ຜູ້​ທີ່ຖືກ​ນຳ​ຈັບ​ສຳລັບ​ການ​
ກໍ່ອາ​ຊະ​ຍາກຳສົງຄາມ​ໂດຍສານ​ອາຍາ​ສາກົນ, ​ກໍ​ໄດ້​ເຂົ້າ​ຮ່ວມ​ໃນ​ພິທີ. ສ່ວນ​ຜູ້ນຳ​ຕາ​ເວັນ​ຕົກ​ຄົນ​ອື່ນໆ​ແມ່ນ​ໄດ້​ພາກັນ​ຢູ່​ຫ່າງ​ອອກ​ໄກ.

ປະຊາຊົນ ຈີນ ບາງ​ຄົນ​ໄດ້​ຕັ້ງ​ຄຳ​ຖາມ​ຕໍ່​ຄວາມ​ຕ້ອງການ ​ສຳລັບ​ການສະ​ແດງ​ທີ່​ຟຸມ​ເຟືອຍ​ໃນ​ເວລາ​ທີ່​ເສດຖະກິດ​ຂອງ​ ຈີນ ກຳລັງ​ຂະຫຍາຍຕົວ​ຊ້າ ​ແລະ ​ໄດ້​ກົດ​ດັນ​ລັດຖະບານ​ໃຫ້​ເປີດ​ເຜີຍ​ມູນ​ຄ່າ​ຂອງ​ພິທີທີ່​ເປັນ​ພາລະ​ຂອງ​ປະຊາຊົນ​ຜູ້​ເສຍພາສີ. ປັກ​ກິ່ງ ​ແມ່ນເບິ່ງ​ຄື​ວ່າ​ຈະ​ບໍ່​ເປີດ​ເຜີຍ​ຄ່າ​ໃຊ້ຈ່າຍ​ໃນ​ເວລາ​ໄວ​ໆ​ນີ້​ແຕ່​ຢ່າງ​ໃດ.

XS
SM
MD
LG