ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ປະ​ກາດ ເລີ້ມ​ອອກວີ​ຊາ ໃຫ້​ແກ່ຊາວ​ຍີ່​ປຸ່ນ ຄືນ​ແລ້ວ


ແຟ້ມ - ຮູບ​ສະ​ຖານ​ທູດ​ຈີນ ຢູ່​ທີ່​ນະ​ຄອນ​ຫຼວງ​ໂຕ​ກຽວ ເມື່ອ​ວັນ​ທີ 11 ມັງ​ກອນ 2023.
ແຟ້ມ - ຮູບ​ສະ​ຖານ​ທູດ​ຈີນ ຢູ່​ທີ່​ນະ​ຄອນ​ຫຼວງ​ໂຕ​ກຽວ ເມື່ອ​ວັນ​ທີ 11 ມັງ​ກອນ 2023.

ສະ​ຖານ​ທູດ​ຈີນຢູ່​ນະ​ຄອນ​ຫຼວງ​ໂຕ​ກຽວ ໄດ້​ປະ​ກາດ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ຕົນ​ຈະ​ເລີ້ມ​ອອກວີ​ຊາ​ໃຫ້​ແກ່​ປະ​ຊາ​ຊົນ​ຊາວ​ຍີ່​ປຸ່ນ​ຄືນອີກ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ AFP ​ຂອງ​ຝ​ຣັ່ງ.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ ​ຈະ​ສິ້ນ​ສຸດ​ການ​ເອົາ​ມາດ​ຕະ​ການ​ຕອບ​ໂຕ້ ຕໍ່​ການ​ຕັດ​ສິນ​ໃຈ​ຂອງຍີ່​ປຸ່ນ ທີ່​ບັງ​ຄັບ​ໃຫ້​ພວກ​ເດີນ​ທາງ​ຊາວ​ຈີນ​ ຕ້ອງ​ຖືກກວດ​ເວ​ລາ​ເດີນ​ທາງ​ມາ​ຈາກ​ແຜ່ນ​ດິນ​ໃຫຍ່ ບ່ອນ​ທີ່​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ເພີ້ມ​ສູງ​ຂຶ້ນນັ້ນ.

ແຈ້ງ​ການສັ້ນໆ​ທີ່​ນຳ​ອອກ​ເຜີຍ​ແຜ່​ທາງ​ອອນ​ລາຍ​ໂດຍ​ສະ​ຖານ​ທູດ​ຈີນ ກ່າວ​ໂດຍ​ບໍ່​ໄດ້​ໃຫ້​ການ​ອະ​ທິ​ບາຍ​ໃດໆ​ເວົ້າ​ວ່າ “ເລີ້ມ​ແຕ່ມື້ນີ້​ເປັນ​ຕົ້ນ​ໄປ ສະ​ຖານ​ທູດ​ ແລະ​ກົງ​ສຸນໃຫຍ່​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນຈະ​ເລີ້ມ​ອອກວີ​ຊາ​ແບບ​ທຳ​ມະ​ດາ​ໃຫ້ ແກ່​ປະ​ຊາ​ຊົນ​ຊາວ​ຍີ່​ປຸ່ນ.”

ຈີນ​ໄດ້​ຢຸດ​ການ​ອອກວີ​ຊາ​ໃຫ້​ແກ່​ປະ​ຊາ​ຊົນ​ຊາວ​ຍີ່​ປຸ່ນເລີ້ມ​ແຕ່​ວັນ​ທີ 10 ມັງ​ກອນ​ເປັນ​ຕົ້ນ​ມາ ​ລຸນຫຼັງ​ທີ່​ໂຕ​ກຽວ​ເລີ້ມ​ບັງ​ຄັບ​ໃຫ້​ພວກ​ທີ່​ເດີນ​ທາງ​ມາ​ຈາກຈີນແຜ່ນ​ດິນ​ໃຫຍ່ ກວດ​ກ່ອນ​ການ​ອອກ​ເດີນ​ທາງ​ໄປ​ບ່ອນ​ອື່ນໆ​ເວ​ລາ​ໄປ​ຮອດ.

ນອກນັ້ນ​ແລ້ວ ຈີນ​ຍັງ​ໄດ້​ໂຈະ​ການ​ອອກວີ​ຊາ​ໃຫ້​ແກ່​ຊາວ​ເກົາ​ຫຼີ​ໃຕ້ຍ້ອນ​ເຫດ​ຜົນ​ທີ່​ຄ້າຍ​ຄື​ກັນ​ເມື່ອ​ຕົ້ນ​ເດືອນນີ້. ສະ​ຖານ​ທູດ​ຈີນ​ຢູ່​ເກົາ​ຫຼີ​ໃຕ້ ຍັງ​ບໍ່​ທັນ​ຍົກ​ເລີກ​ການ​ໂຈະ​ອອກວີ​ຊາ​ເທື່ອ ມາ​ຈົນ​ຮອດ​ຕອນ​ແລງ​ຂອງວັນ​ອາ​ທິດ​ວານນີ້.,

ຍີ່​ປຸ່ນ ​ຍັງ​ສືບ​ຕໍ່​ບັບຄັບໃຫ້​ພວກ​ທີ່​ເດີນ​ທາງ​ໂດຍ​ກົງ ​ມາ​ກັບ​ຖ້ຽວ​ບິນຈາກແຜ່ນ​ດິນ​ໃຫຍ່ ສະ​ແດງ​ເອກ​ກະ​ສານກ່ຽວ​ກັບ​ຜົນ​ການກວດ​ທີ່​ເປັນ​ລົບ ບໍ່​ໃຫ້​ກາຍ 72 ຊົ່ວ​ໂມງ ກ່ອນ​ເດີນ​ທາງ​ອອກ​ຈາກ​ປະ​ເທດ​ຈີນ.

ພວກ​ເຂົາ​ເຈົ້າ​ຍັງ​ຖື​ກ​ບັງ​ຄັບ​ໃຫ້​ກວດ​ເວ​ລາ​ເດີນ​ທາງ​ໄປ​ຮອດ​ປະ​ເທດ​ຍີ່​ປຸ່ນ.

​ໃນ​ຕົ້ນ​ເດືອນນີ້ ຈີນ​ເອີ້ນ​ການ​ເຄື່ອນ​ໄຫວ​ຂອງ​ໂຕ​ກຽວ​ວ່າ “ການ​ຈຳແນກກີດ​ກັນ” ແຕ່​ຍີ່​ປຸ່ນ​ໂຕ້​ແຍ້ງວ່າ ມັນ​ເປັນ​ສິ່ງ​ຈຳ​ເປັນເມື່ອ​ເວົ້າ​ເຖິງ​ການ​ແຜ່​ລະ​ບາດ​ຢູ່​ໃນ​ປະ​ເທດ​ຈີນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG