ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນ ປະກາດ ມາດຕະການຕອບໂຕ້ ດ້ານພາສີ ມູນຄ່າ 50 ພັນລ້ານໂດລາ ຕໍ່ຜະລິດຕະພັນ ສຫລ

ຮອງລັດຖະມົນຕີ ກະຊວງການເງິນຂອງຈີນ ທ່ານ ຊສູ ກວາງຢາວ (Zhu Guangyao) ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ກ່ຽວກັບບັນຫາການຄ້າ ລະຫວ່າງ ຈີນ ແລະສະຫະລັດ ຢູ່ທີ່ ສຳນັກງານ ສະພາຂໍ້ມູນຂ່າວສານຂອງລັດ (State Council Information Office) ໃນນະຄອນຫຼວງ ປັກກິ່ງ, ວັນທີ 4 ເມສາ 2018.

ຈີນໄດ້ປະກາດໃນວັນພຸດມື້ນີ້ວ່າ ຕົນມີແຜນການທີ່ຈະເກັບພາສີມູນຄ່າ 50 ພັນລ້ານ
ໂດລາ ຕໍ່ສິນຄ້າຂອງສະຫະລັດ ເພື່ອເປັນການຕອບໂຕ້ຕໍ່ການເກັບພາສີທີ່ຄ້າຍຄືກັນນີ້
ທີ່ປະກາດໂດຍສະຫະລັດ.

ມາດຕະການຂອງຈີນ ແມ່ນຈະຂຶ້ນພາສີ 25 ເປີເຊັນ ຕໍ່ຜະລິດຕະພັນ 106 ຊະນິດ ຂອງ
ສະຫະລັດ ຮວມທັງໝາກຖົ່ວເຫຼືອງ ເຮືອບິນ ແລະລົດ.

ກະຊວງການຄ້າຂອງຈີນກ່າວວ່າ ຄຳຖາມກ່ຽວກັບວ່າ ມາດຕະການນີ້ ຈະເລີ້ມມີຜົນ
ບັງຄັບໃຊ້ໃນຍາມໃດນັ້ນ ແມ່ນຈະຂຶ້ນຢູ່ກັບວ່າເວລາໃດທີ່ການເກັບພາສີ ສະຫະລັດ
ຈະເລີ້ມກັນ.

ຊາຍຄົນນຶ່ງ ຍູ້ລໍ້ຊອຟປິ້ງ ຜ່ານຜະລິດຕະພັນໝາກຖົ່ວຕ່າງໆນາໆ ນຳເຂົ້າຈາກສະຫະລັດ ແລະຕ່າງປະເທດ ວາງສະແດງ ຢູ່ທີ່ຮ້ານຄ້າຊຸບເປີມາກເກັດ ໃນນະຄອນຫຼວງ ປັກກິ່ງ, ວັນທີ 2 ເມສາ 2018.
ຊາຍຄົນນຶ່ງ ຍູ້ລໍ້ຊອຟປິ້ງ ຜ່ານຜະລິດຕະພັນໝາກຖົ່ວຕ່າງໆນາໆ ນຳເຂົ້າຈາກສະຫະລັດ ແລະຕ່າງປະເທດ ວາງສະແດງ ຢູ່ທີ່ຮ້ານຄ້າຊຸບເປີມາກເກັດ ໃນນະຄອນຫຼວງ ປັກກິ່ງ, ວັນທີ 2 ເມສາ 2018.

ປະທານາທິບໍດີດໍໂນລ ທຣຳ ໄດ້ປະກາດກ່ຽວກັບຄວາມຕັ້ງໃຈຂອງທ່ານທີ່ຈະເກັບພາສີ
ມູນຄ່າ 50 ພັນລ້ານໂດລາ ໂດຍຈະຂຶ້ນພາສີຕໍ່ຜະລິດຕະພັນຕ່າງໆຂອງຈີນ ໃນເດືອນ
ແລ້ວນີ້ ແລະໃນວັນອັງຄານວານນີ້ ຜູ້ຕາງໜ້າທາງດ້ານການຄ້າຂອງ ສະຫະລັດ ກໍໄດ້
ເປີດເຜີຍລາຍຊື່ຂອງສິນຄ້າ ທີ່ມີການສະເໜີ 1,300 ຊະນິດ ຮວມທັງ ຜະລິດຕະພັນ
ອະວະກາດ ຢາ ແລະເທັກໂນໂລຈີຂໍ້ມູນຂ່າວ ສານ.

ລາຍຊື່ດັ່ງກ່າວນີ້ ແມ່ນຈະຕ້ອງຜ່ານຂັ້ນຕອນການທົບທວນໂດຍສາທາລະນະຊົນ ຊຶ່ງ
ຈະດຳເນີນໄປຈົນຮອດທ້າຍເດືອນພຶດສະພາ.

ຜູ້ຕາງໜ້າທາງດ້ານການຄ້າຂອງສະຫະລັດ ກ່າວວ່າ “ມູນຄ່າທັງໝົດຂອງການນຳເຂົ້າ
ທີ່ຈະຂຶ້ນພາສີ ແມ່ນທຽບເທົ່າກັບ ການວິເຄາະທາງດ້ານເສດຖະກິດ ຂອງຄວາມເສຍ
ຫາຍທີ່ໄດ້ຮັບຈາກນະໂຍບາຍ ດ້ານເທັກໂນໂລຈີ ທີ່ບໍ່ສົມເຫດສົມຜົນຂອງຈີນ ທີ່ມີ
ຕໍ່ເສດຖະກິດຂອງສະຫະລັດ.”

ສະຫະລັດໄດ້ກ່າວຫາຈີນວ່າ ກົດດັນໃຫ້ບໍລິສັດຕ່າງປະເທດ ມອບເທັກໂນໂລຈີຕ່າງໆ
ໃຫ້ແກ່ຕົນລ່ວງໜ້າ ກ່ອນທີ່ຈະເຂົ້າໄປເຮັດທຸລະກິດຢູ່ຈີນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG