ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແລະ ມ​ຽນ​ມາ ເຊັນ​ຂໍ້​ຕົກ​ລົງ ດ້ານພື້ນ​ຖານ​ໂຄງ​ລ່າງ ຫຼາຍ​ສິບ​ສະ​ບັບ


ຜູ້​ບັນ​ຊາ​ການກອງ​ທັບ​ຂອງ ມຽນ​ມາ ທ່ານ ມິນ ອ​ອງ ແລັງ, ກາງ​ຊາຍ, ລົມ​ກັບ​ປະ​ທານ​ປະ​ເທດ ຈີນ ທ່ານ ສີ​ ຈິ່ນ​ຜິງ, ກາງ​ຂວາງ, ຢູ່​ໂຮງ​ແຮມ​ແຫ່ງ​ນຶ່ງ​ໃນ​ນະ​ຄອນຫຼວງ ເນ​ປີ​ດໍ, ມຽນ​ມາ. 18 ມັງ​ກອນ, 2020.
ຜູ້​ບັນ​ຊາ​ການກອງ​ທັບ​ຂອງ ມຽນ​ມາ ທ່ານ ມິນ ອ​ອງ ແລັງ, ກາງ​ຊາຍ, ລົມ​ກັບ​ປະ​ທານ​ປະ​ເທດ ຈີນ ທ່ານ ສີ​ ຈິ່ນ​ຜິງ, ກາງ​ຂວາງ, ຢູ່​ໂຮງ​ແຮມ​ແຫ່ງ​ນຶ່ງ​ໃນ​ນະ​ຄອນຫຼວງ ເນ​ປີ​ດໍ, ມຽນ​ມາ. 18 ມັງ​ກອນ, 2020.

ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ໄດ້​ເພີ່ມ​ການ​ສະ​ໜັບ​ສະ​ໜູ​ນ​ຂອງ​ທ່ານ ຕໍ່​ຜູ້​ນຳ​ ມຽນ​ມາ ທີ່​ຖືກ​ໂຈມ​ຕີ ທ່ານນາງ ອອງ ຊານ ຊູ ຈີ ໃນ​ວັນ​ເສົາ​ວານນີ້, ດ້ວຍ​ການ​ເຊັນ​ຂໍ້​ຕົກ​ລົງ​ສອງ​ຝ່າຍ 33 ສະ​ບັບ​ທີ່​ປົ​ກ​ຄຸມຫຼາຍ​ໂຄງ​ການ, ລວມ​ມີ​ທາງລົງ​ທຶນ​ສ້າງ​ລາງລົດ​ໄຟ ແລະ ທ່າ​ເຮືອ​ທີ່​ຈະ​ອະ​ນຸ​ຍາດ​ໃຫ້ ຈີນ ເຂົ້າ​ເຖິງ​ມະ​ຫາ​ສະ​ໝຸດ​ ອິນ​ເດຍ ແລະ ຕັດ​ເສັ້ນ​ທາງ​ສຳ​ລັບ​ກ​ານ​ນຳ​ເຂົ້າ​ນ້ຳ​ມັນ ແລະ ແກັ​ສ ຈາກ​ອ່າ​ວ ​ເປີ​ເຊຍ​ ຂອງ​ເຂົາ​ເຈົ້າລົງ.

ຂໍ້​ຕົກ​ລົງ​ທີ່​ວ່າ​ນັ້ນ​ໄດ້​ຖືກ​ເຊັນ​ຢູ່​ໃນ​ນະ​ຄອນຫຼວງ ເນ​ປີ​ດໍ ຂອງ ມຽນມາ ໃນ​ການ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ສອງວັນ​ຂອງ​ທ່ານ ສີ, ເຊິ່ງ​ເປັນ​ການ​ຢ້ຽມ​ຢາມ​ຄັ້ງ​ທຳ​ອິດ​ໂດຍ​ປະ​ມຸກລັດ ຈີນ ໃນ​ຮອບ​ເກືອບ​ສອງ​ທົດ​ສະ​ວັດ.

ການ​ຢ້ຽມ​ຢາມ​ຂອງ​ທ່ານ ສີ ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ ມຽນ​ມາ ໄດ້​ປະ​ເຊີນ​ກັບ​ການ​ວິ​ພາກວິ​ຈານ​ທີ່​ຮຸນ​ແຮງ​ຈາກ​ທົ່ວ​ໂລກ ສຳ​ລັບ​ການ​ຕໍ່​ສູ້​ຂອງ​ກອງ​ທັບ​ປີ 2017 ທີ່​ແນ​ເປົ້າ​ໃສ່​ຊົນ​ກຸ່ມ​ນ້ອຍ​ຊາວ​ມຸ​ສ​ລິມ ໂຣ​ຮິງ​ຢາ, ທີ່​ສົ່ງ​ຜົນ​ໃຫ້​ມີຫຼາຍ​ພັນຄົນ​ເສຍ​ຊີ​ວິດ ແລະ ເກືອບ 750,000 ພົນຫຼົບ​ໜີ​ອອກ​ຈາກ​ປະ​ເທດ.

ບັນ​ດາ​ນັກ​ສືບ​ສວ​ນ​ສອບ​ສວນອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ອະ​ທິ​ບາຍ​ການ​ຕໍ່​ສູ້​ຂອງກອງ​ທັບ​ດັ່ງ​ກັບ​ການ​ຂ້າ​ລ້າງ​ເຜົ່າ​ພັນ, ເປັນ​ຂໍ້​ກ່າວ​ຫາ​ທີ່ ມຽນ​ມາ ກຳ​ລັງ​ປະ​ເຊີນ​ຢູ່​ສານ​ຍຸ​ຕິ​ທຳ​ສາ​ກົນ.

ຜູ້​ນຳ​ຂອງ​ສອງ​ປະ​ເທດ​ດັ່ງ​ກ່າວ​ຍັງ​ໄດ້​ເຊັນ​ຂໍ້​ຕົກ​ລົງ​ ກ່ຽວ​ກັບ ການ​ຕັ້​ງ​ຖິ່ນ​ຖານ​ໃໝ່​ໃຫ້​ຜູ້​ທີ່ບໍ່​ມີ​ທີ່​ຢູ່​ອາ​ໄສ​ໃນ​ລັດ ກາ​ຈິນ ຂອງ ມຽນ​ມາ, ຢູ່​ເຂດ​ຊາຍ​ແດນ​ຕິດ​ກັບ ຈີນ, ແລະ ຂໍ້​ຕົກ​ລົງ​ກ່ຽວ​ກັບ ການ​ຮັກ​ສາ​ຄວາມ​ປອດ​ໄພ, ກະ​ສິ​ກຳ ແລະ ຂໍ້​ມູນ.

ໃນ​ວັນ​ເສົາ​ວານນີ້​ທ່ານ ສີ ຍັງ​ໄດ້​ພົບ​ປະ​ກັບ​ຫົວ​ໜ້າ​ກອງ​ທັບ ມຽນ​ມາ ຜູ້​ທີ່​ຖືກ​ກ່າວ​ຫາ ກ່ຽວ​ກັບ ການ​ຄວບ​ຄຸມ​ການ​ຕໍ່​ສູ້​ກັບ​ຊາວ​ມຸ​ສ​ລິມ ໂຣ​ຮິງ​ຢາ.

ຫຼັງ​ຈາກ​ການ​ພົບ​ປະ​ກັບ​ຫົວ​ໜ້າ​ກອງ​ທັບ​ທ່ານ ມິນ ອອງ ແລັງ ໃນ​ນະ​ຄອນ ຫຼວງ ເນ​ປີ​ດໍ​ນັ້ນ, ທ່ານ ສີ ໄດ້​ກ່າວ​ວ່າທັງ​ສອງ​ປະ​ເທດ​ແມ່ນ​ກຳ​ລັງ​ຢູ່​ໃນ​ຊ່ອງ​ທາງ​ທີ່​ຖືກ​ຕ້ອງ​ ກ່ຽວ​ກັບ ​ການ​ຮ່ວມ​ມື​ຢ່າງ​ໃກ້​ຊິດ ແລະ ການ​ສົ່ງ​ເສີມ​ກັນ​ແລະ​ກັນ, ເຖິງ​ແມ່ນ​ຈະ​ມີ​ການ​ປ່ຽນ​ແປງ​ໃນ​ສາຍ​ພົວ​ພັນ​ສອງ​ຝ່າຍ​ໃນ 70 ປີ​ທີ່​ຜ່ານ​ມາ ນັບ​ຕັ້ງ​ແຕ່​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກໍ​ຕາມ, ອີງ​ຕາມ​ການ​ກ່າວ​ຂອງ ວີ​ໂອ​ເອ ພະ​ແນກພາ​ສາ ມຽນ​ມາ.

ຫົວ​ໜ້າ​ກອງ​ທັບ​ໄດ້​ກ່າວ​ວ່າ ມຽນ​ມາ ຮູ້​ສຶກ​ເປັນ​ໜີ້​ບຸນ​ຄຸນ​ສຳ​ລັບ​ການ​ຊ່ວຍ​ເຫຼືອ​ໄລ​ຍະ​ຍາວ​ຂອງ ຈີນ​ ຕໍ່​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຂອງ​ທ່ານ ແລະ ການ​ພັດ​ທະ​ນາ​ສັງ​ຄົມ ແລະ ການ​ປ້ອງ​ກັນ​ປະ​ເທດ, ອີງ​ຕາມ​ການ​ລາຍ​ການ​ຂອງວີ​ໂອ​ເອ ພະ​ແນກ​ພາ​ສາ ມຽນ​ມາ.

ຫົວ​ໜ້າ​ກອງ​ທັບ​ໄດ້ກ່າວ​ຕື່ມ​ວ່າ ກອງ​ກຳ​ລັງ​ຕິດ​ອາ​ວຸດ​ຂອງ ມຽນ​ມາ ຍຶດ​ມັ້ນ​ຢ່າງ​ເດັດ​ດ່ຽວ​ຕໍ່​ນະ​ໂຍ​ບາຍ ຈີນ ດຽວ​ ແລະ ​ເຊື່ອ​ວ່າ​ບັນ​ຫາ​ຕ່າງໆ ​ກ່ຽວ​ກັບ ຮົງ​ກົງ ແລະ ແຂວງ​ ຊິນ​ຈຽງ ແມ່ນ​ບັນ​ຫາ​ພາຍ​ໃນ​ປະ​ເທດ​ຂອງ ຈີນ ຢ່າງ​ຊິ້ນ​ເຊີງ ແລະ ຕ່າງ​ປະ​ເທດບໍ່​ຄວນ​ເຂົ້າ​ແຊກ​ແຊງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG