ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວິເຄາະຈີນ ກ່າວວ່າ ການ​ປົດລັດຖະມົນຕີຕ່າງປະເທດ ສະທ້ອນ​ໃຫ້​ເຫັນ ເຖິງຄວາມວຸ້ນວາຍພາຍໃນ


ເວລານັ້ນ ເປັນຜູ້ຖືກແຕ່ງໍຕັ້ງລັດຖຸະມົນຕີຄົນໃໝ່ ທ່ານຈິນ ກັງ ສາບານໂຕຢູ່ຫໍສາລາປະຊາຊົນ ຂອງປະຊາຊົນຈີນ ໃນນະຄອນຫຫລວງປັກກິ່ງ ໃັນທີ 12 ມີນາ 2023
ເວລານັ້ນ ເປັນຜູ້ຖືກແຕ່ງໍຕັ້ງລັດຖຸະມົນຕີຄົນໃໝ່ ທ່ານຈິນ ກັງ ສາບານໂຕຢູ່ຫໍສາລາປະຊາຊົນ ຂອງປະຊາຊົນຈີນ ໃນນະຄອນຫຫລວງປັກກິ່ງ ໃັນທີ 12 ມີນາ 2023

ສະ​ພາ ຊຶ່ງ​ເປັນ​ອົງ​ການ​ຕັດສິນ​ໃຈສູງສຸດ ​ທີ່​ໃຫ້​ການ​ເຫັນ​ພ້ອມ ​ກັບລັດຖະບານຂອງຈີນ ​ໄດ້ລົງຄະແນນສຽງ ປົດລັດຖະມົນຕີຕ່າງປະເທດ ທ່ານ​ຈິນ ກັງ ແລະແຕ່ງຕັ້ງຄືນຜູ້​ເຮັດໜ້າທີ່ຄົນກ່ອນ ທ່ານຫວັງ ຢິ ໃຫ້​ເຂົ້າ​ຮັບ​ຕຳ​ແໜ່ງ​ດັ່ງ​ກ່າວ.

ບັນດານັກວິເຄາະ ກ່າວວ່າ ເປັນອາທິດການສັບປ່ຽນທີ່ບໍ່​ຄາດ​ຄິດ ຫລັງຈາກທ່ານ​ຈິນ ໄດ້ຫາຍສາບສູນຈາກສາຍຕາສາທາລະນະຊົນ ​ຊຶ່ງສະທ້ອນໃຫ້ເຫັນຄວາມວຸ້ນວາຍ​ໃນລະບົບການທູດຈີນ ແລະຄາດວ່າມັນຈະມີກະທົບທາງລົບຕໍ່ການພົວພັນຂອງປັກກິ່ງ ກັບບັນດາປະເທດອື່ນໆ.

ນັກການທູດອາຊີບອາຍຸ 57 ປີ ທີ່ໄດ້ເຫັນກັນມາເປັນເວລານານວ່າ ເປັນນຶ່ງຂອງພັນທະມິດຜູ້ໄວ້ເນື້່ອເຊື່ອໃຈຂອງຜູ້ນຳຈີນ ທ່ານສີ ຈິ້ນຜິງ. ທ່ານຈິນ ໄດ້ຖືກແຕ່ງຕັ້ງໃຫ້ເປັນລັດຖະມົນຕີຕ່າງປະເທດຈີນໃນເດືອນທັນວາແລ້ວນີ້ ຫລັງຈາກໄດ້ຮັບໃຊ້ເປັນເອກອັກຄະລັດຖະທູດປະຈຳສະຫະລັດ ລະຫວ່າງການແຜ່ລະບາດໂຄວິດ-19. ທ່ານໄດ້ຫາຍສາບສູນຈາກສາທາລະນະ ຫລັງຈາກພົບປະກັບພວກເຈົ້າໜ້າທີ່ຈາກ ສຣີລັງກາ ຫວຽດນາມ ແລະຣັດເຊຍ ໃນວັນທີ 25ມິຖຸນາ.

“ອາຊີບທາງດ້ານການເມືອງຂອງທ່ານຈິນ ໄດ້ສິ້ນສຸດລົງ ແລະຂ້າພະເຈົ້າເຊື່ອວ່າ ທ່ານຫວັງ ພຽງຈະຫລິ້ນບົດບາດໄລ​ຍະຂ້າມຜ່ານ ທ່າມກາງວິກິດການທີ່ກຳລັງຮ້ອນຢູ່​ໃນລະບົບການທູດຂອງຈີນ.” ທ່ານວູ ກຽງ ນັກວິຊາການອິດສະ ຫລະໃນປະເທດຈີນ ໄດ້ກ່າວຕໍ່ວີໂອເອ. ທ່ານກ່າວເພີ້ມວ່າ ການຍົກຍ້າຍທ່ານຈິນ ແລະ​ຂ່າວລືທີ່ໄດ້ພົວພັນກັບການຫາຍສາບສູນຂອງທ່ານ ສະທ້ອນເຖິງລະ ດັບຄວາມບໍ່ແນ່ນອນພາຍໃນວົງ​ການຜູ້ນຳສູງສຸດຈີນ.

ສື່ມວນ​ຊົນຂອງ​ລັດ​ຖະ​ບານຈີນບໍ່ໄດ້ກ່າວ​ເຖິງການຍົກຍ້າຍຂອງທ່ານ​ຈິນ ແຕ່ໄດ້ຕິດຕາມມາຫລາຍອາທິດຂອງຂ່າວລືກ່ຽວກັບການຫາຍສາບສູນ ​ຈາກສາທາລະ ນະທີ່ແກ່ຍາວ. ການຂາດຂໍ້ມູນກ່ຽວກັບ ສະ​ຖາ​ນະການຂອງທ່ານ​ຈິນ ຕິດຕາມດ້ວຍ​ນະ​ໂຍ​ບາຍການປະຕິບັດທີ່ມີ​ມາ​ຍາວ​ນານຂອງພັກຄອມມິວນິສຈີນ ທີ່ບໍ່ສົນ ທະນາບັນຫາທີ່ຫຼໍ່​ແຫຼມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG