ເບິ່ງສະໄລດ໌ ກ່ຽວກັບການສວນສະໜາມ ແລະການສະແດງແສນຍານຸພາບ
ທາງທະຫານຂອງເກົາຫລີເໜືອ ເມື່ອວັນອາທິດ ທີ 15 ເມສາ 2012:
ສື່ຂອງລັດຖະບານຈີນໄດ້ຊັກຊວນໃຫ້ໂລກ ຈົ່ງພາກັນຊຸກຍູ້ໃນທາງບວກ ໃຫ້ມີການປ່ຽນ
ແປງຢູ່ໃນເກົາຫລີເໜືອ ໂດຍອ້າງເຖິງຄໍາຖະແຫລງຕໍ່ມະຫາຊົນ ທີ່ບໍ່ເຄີຍມີມາກ່ອນຂອງຜູ້
ນໍາຄົນໃໝ່ ທ່ານ Kim Jong Un ວ່າ ເປັນຮ່ອງຮອຍທີ່ສະແດງໃຫ້ເຫັນວ່າ ລັດທີ່ຢູ່ຢ່າງ
ໂດດດ່ຽວ ແລະນິຍົມລັດທິສະຕາລິນນັ້ນ ມີຄວາມສົນໃຈໃນການພົວພັນກັບໂລກ.
ໜັງສືພິມ Global Times ທີ່ຂຶ້ນກັບພັກຄອມມີວນິສເກົາຫລີເໜືອ ກ່າວຢູ່ໃນບົດວິຈານ
ໃນວັນຈັນມື້ນີ້ວ່າ ການພົວພັນແທນທີ່ຈະຕໍ່ຕ້ານ ອາດຈະຊ່ວຍໄດ້ຫລາຍກ່ວາ ໃນການ
ຜັກດັນໃຫ້ພຽງຢາງ ທໍາການປ່ຽນແປງ.
ໜັງສືພິມສະບັບນີ້ເວົ້າແນະວ່າ ການເປິດກວ້າງໃໝ່ໃນພຽງຢາງ ອາດຈະເປັນໄປໄດ້
ໂດຍອ້າງຫລັກຖານເຖິງຄວາມໜຸ່ມນ້ອຍຂອງ Kim Jong Un ແລະຂໍ້ທີ່ທ່ານໄດ້ຫັນ
ເຫອອກຈາກປະເພນີອັນຍາວນານ ຂອງບິດາ ໂດຍການກ່າວຄໍາປາໃສຕໍ່ໜ້າມະຫາ
ຊົນໃນວັນອາທິດວານນີ້ ຊຶ່ງໃນຄໍາປາໃສຕໍ່ການໂຮມຊຸມນຸມຢ່າງຂະໜານໃຫຍ່ ທີ່ປະ
ກອບດ້ວຍການສວນສະໜາມ ແລະການສະແດງແສນຍານຸພາບທາງທະຫານນັ້ນ.
ທ່ານ Kim ໄດ້ໃຫ້ຄໍາໝັ້ນສັນຍາ ທີ່ຈະເຮັດວຽກກັບບັນດາຜູ້ທີ່ຈະຮ່ວມກັບທ່ານ ໃນ
ການຊອກຫາຊ່ອງທາງທີ່ສັນຕິພາບ ເພື່ອເຕົ້າໂຮມແຫລມເກົາຫລີນັ້ນ.